ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Lavrov ປະຕິເສດ ທີ່ຈະເຈລະຈາ ກັນໃໝ່ ຂໍ້ຕົກລົງນິວເຄລຍ ອີຣ່ານ


ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ. (ວັນທີ 22 ກັນຍາ 2017)
ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ. (ວັນທີ 22 ກັນຍາ 2017)

ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ໃນ​ວັນ​ສຸກ​ວານນີ້ ບໍ່​ໄດ້
​ໃຫ້​ຄວາມ​ສຳຄັນ ​ຕໍ່​ຄວາມ​ຄິດ ​ທີ່​ຈະ​ເຈ​ລະ​ຈາ​ກັນ​ຕື່ມ ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງສະບັບ​ໃໝ່
ກ່ຽວ​ກັບ​ການ​ຄວບ​ຄຸມ ​ໃນການ​ພັດທະນາ​ອາວຸດ​ນິວ​ເຄລຍ ຂອງ​ອີຣ່ານ​ໂດຍຢືນຢັດ​ວ່າ
ຄວາມ​ກັງວົນ​ຂອງ​ສະຫະລັດ ​ກ່ຽວ​ກັບ​ອີຣ່ານນັ້ນ ​ແມ່ນ​ຢູ່​ນອກ​ຂອບ​ເຂດ​ຂອງ​ຂໍ້​ຕົກລົງ.

ທ່ານ Lavrov ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ກອງ​ປະຊຸມ​ ສະມັດຊາ​ໃຫຍ່ ​ອົງການ​ສະຫະປະ
ຊາ​ຊາດ​ວ່າ “​ໂຄງການ​ນີ້ ​ແມ່ນ​ໄດ້​ເສັດ​ສິ້ນ​ໄປ​ແລ້ວ ​ແລະ​ກໍ​ໄດ້​ຮັບ​ການ​ເຫັນ​ພ້ອມຈາກ
​ສະພາ​ຄວາມ​ໝັ້ນຄົງ ​ອົງການ​ສະຫະ​ປະຊາ​ຊາດ. ການ​ເປີດ​ການເຈລະຈາ​ກັນ​ຄືນ​ໃໝ່
​ໂດຍ​ພື້ນຖານ​ແລ້ວ ​ແມ່ນ​ຈະ​ເປັນ​ການ​ບໍ່​ໃຫ້ຄວາມ​ສຳຄັນຕໍ່​ຂໍ້​ຕົກລົງ​ນີ້.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ຂູ່​ທີ່​ຈະ​ປະກາດ​ວ່າ ອີຣ່ານລະ​ເມີດ​ຂໍ້​
ຕົກລົງ​ປີ 2015 ນອກຈາກ​ວ່າຈະ​ມີ​ການ​ຂະຫຍາຍ​ຂໍ້​ຕົກລົງ​ນີ້ ​ເພື່ອ​ໃຫ້​ລົງ​ໂທດ​ອີຣ່ານ
ທີ່​ຍັງ​ສືບ​ຕໍ່​ດຳ​ເນີນ​ໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ແລະ​ໃຫ້ການສະໜັບສະໜູນ​ແກ່
​ກຸ່ມ​ຫົວ​ຮຸນແຮງ​ຕ່າງໆ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ

ໃນ​ວັນ​ພະຫັດ​ຜ່ານ​ມານີ້ ທີ່​ປຶກສາ​ທາງ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ຂອງ​ສະຫະລັດ
ທ່ານ H.R. McMaster ​ໄດ້​ປະຕິ​ເສດ​ ບໍ່​ຍອມ​ເປີດ​ເຜີຍ​ໃຫ້​ຊາບ​ວ່າ ປະທານາ​ທິບໍດີ
​ທຣຳ​ໄດ້​ຕັດສິນ​ໃຈ​ຖອນ​ສະຫະລັດ​ອອກ​ຈາກ​ຂໍ້​ຕົກລົງ​ນາໆ​ຊາດ​ດັ່ງກ່າວ​ນີ້ຫຼືບໍ່ ​ແຕ່​ກໍ​
ກ່າວ​ວ່າ ການຕັດສິນ​ໃຈ​ນີ້ ຈະ​ເປັນ​ສ່ວນ​ນຶ່ງ ​ຂອງ​ຍຸດ​ທະ​ສາດ ​ໃນ​ຂອບ​ເຂດ​ທີ່​ກວ້າງ
ຂວາງທີ່​ມີ​ຕໍ່​ອີຣ່ານ.

​ໃນ​ຂະນະ​ທີ່​ທ່ານ McMaster ບໍ່​ຍອມ​ໃຫ້​ຮ່ອງຮອຍ​ກ່ຽວ​ກັບ​ການ​ຕັດສິນ​ໃຈ ​ແຕ່ທ່ານ
​ກໍ​ຮັບ​ຮູ້​ວ່າ ​ເປັນ​ທີ່​ຖືກຕ້ອງແລ້ວທີ່​ທ່ານ​ທຣຳຢາກ​ໃຫ້​ມີ​ການ​ເຈລະຈາ​ກັນ​ໃໝ່​ ກ່ຽວກັບ
​ຫຼາຍໆ​ຂົງ​ເຂດ​ຂອງ​ຂໍ້​ຕົກລົງ​ທີ່​ຮວມທັງ​ການ​ໝົດ​ອາຍຸ​ຂອງ​ຂໍ້​ຕົກລົງ​ແລະໂຄງການ​ລູກ​
ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ອີ​ຣ່ານ.”

ທ່ານ​ທຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວໃນ​ວັນ​ພຸດ​ຜ່ານ​ມາ ທີ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງ
ການ​ສະຫະ​ປະຊາ​ຊາດ​ວ່າ ທ່ານ​ໄດ້​ຕັດສິນ​ໃຈ​ໄປ​ແລ້ວ ​ແຕ່​ບໍ່​ຍອມ ​ແຈ້ງ​ໃຫ້​ຊາບ​ວ່າ
ມັນ​ຄື​ແນວ​ໃດ ​ໂດຍ​ເວົ້າວ່າ “ຂ້າພະ​ເຈົ້າຈະ​ບອກ​ໃຫ້​ພວກ​ທ່ານ​ຮູ້.”

​ໃນ​ວັນ​ອັງຄານ​ແລ້ວນີ້ ທ່ານ​ທຣຳ​ໄດ້​ກ່າວ​ໂຈມ​ຕີ ​ຂໍ້​ຕົກລົງ​ດັ່ງກ່າວ ​ທີ່​ສະມັດຊາ​ໃຫຍ່
​ສະຫະ​ປະ​ຊາຊາດ ​ໂດຍ​ເອີ້ນຂໍ້​ຕົກລົງ​ນີ້ວ່າ ​ເປັນ​ນຶ່ງ​ໃນ​ຂໍ້​ຕົກລົງ​ທີ່​ຂີ້ຮ້າຍ​ທີ່ສຸດ​ເທົ່າ​ທີ່​
ສະຫະລັດ​ເຄີຍ​ມີ​ມາ. ຂໍ້​ຕົກລົງ​ດັ່ງກ່າວ​ ໄດ້​ມີ​ການ​ເຈລະຈາ​ກັນ ​ໃນ​ລະຫວ່າງ​ລັດຖະ
ບານ​ຂອງ​ອະດີດ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ. ຂໍ້​ກຳນົດ​ຕ່າງໆ​ແມ່ນ​ໄດ້​ບັງຄັບ​ບໍ່
​ໃຫ້​ເຕຫະຣ່ານພັດທະນາ​ອາວຸດ​ນິ​ວ​ເຄລຍເພື່ອ​ເປັນ​ການ​ແລກປ່ຽນ​ກັບ​ການ​ລົງ​ໂທດ
ທາງ​ດ້ານ​ເສ​ດຖະກິດ​ຢ່າງ​ໜັກຕໍ່​ອີຣ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG