ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ສົ່ງເຮືອບິນ ໄປຮັບເອົາ ປະຊາຊົນ ຂອງຕົນ ຈາກ ຊີເຣຍ


ທະຫານຊີເຣຍເສຣີ ຄົນນຶ່ງຖືອາວຸດປືນຂອງລາວ ໃນຂະນະທີ່ມີການ ປະທະກັນກັບກໍາລັງທະຫານລັດຖະບານ
ທະຫານຊີເຣຍເສຣີ ຄົນນຶ່ງຖືອາວຸດປືນຂອງລາວ ໃນຂະນະທີ່ມີການ ປະທະກັນກັບກໍາລັງທະຫານລັດຖະບານ
ຣັດ​ເຊຍ ກ່າວ​ວ່າ ຕົນ​ໄດ້​ສົ່ງ​ເຮືອບິນ​ສອງ​ລໍາໄປ ​ເລ​ບາ​ນອນ ​
ເພື່ອຂົນ​ເອົາປະຊາຊົນ​ຂອງ​ຕົນ​ ຜູ້​ທີ່​ຢາກ​ຫລົບໜີຈາກ​ການ​
ສູ້​ລົບໃນຊີ​ເຣຍ.

​ໂຄສົກກະຊວງ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ​ຂອງຣັດ​ເຊຍ
ທ່ານ​ນາງ Irina Rossius ກ່າວ​ວ່າ ຊາວ​ຣັດ​ເຊຍ​ຫລາຍ​ກວ່າ100
ຄົນ ຄາດ​ວ່າຈະໄປຂື້ນ​ເຮືອບິນ ຫລັງ​ຈາກ​ພວກ​ເຂົາ​ເຈົ້າໄດ້​ເດີນທາງ​ໂດຍ​ທາງໂດຍທາງ
ລົດ​ຈາກ ຊີ​ເຣຍ​ໄປ​ຍັງ​ ເລ​ບາ​ນອນ.

ທ່ານ​ນາງ ກ່າວ​ວ່າ ຣັດ​ເຊຍ ກໍາລັງ​ສົ່ງ​ເຮືອບິນ​ຫລາຍ​ລໍ​າ ​ເພື່ອໄປ​ຮັບ​ເອົາ​ຊາວຣັດ​ເຊຍ ຜູ້ທີ່​ຕ້ອງການຢາກຫລົບ​ໜີ​ຈາກຊີ​ເຣຍ ສາມາດ​ປະ​ບັດ​ໄດ້.ມັນ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ການ​ສົ່ງເຮືອບິນ​ໄປ​ຮັບ​ເອົາ​ຊາວ​ຣັດ​ເຊຍ ດັ່ງກ່າວ ​ເປັນ​ການ​ເລີ້ມ​ຕົ້ນ ​ໃນ​ການ​ຍົກ​ຍ້າຍທີ່
ຍາວ​ນານຫຼືບໍ່.

ຣັດ​ເຊຍ ​ເປັນ​ພັນທະ​ມິດ​ ທີ່​ເຂັ້ມ​ແຂງປະ​ເທດ​ນຶ່ງ​ຂອງ​ຊີ​ເຣຍ ​ແລະ​ການ​ຍົກ​ຍ້າຍ​ປະຊາຊົນ​ຂອງ​ຕົນນັ້ນ ​ເປັນ​ສັນຍານ​ທີ່ຈະ​ແຈ້ງ​ວ່າ ກຸງມົສກູ ອາດ​ຈະ​ຕຽມການ ທີ່​ເປັນ​ໄປໄດ້​ວ່າ ລັດຖະບານ​ຂອງ ປະທານາທິບໍດີ Bashar al-Assad ອາດ​ຈະ​ພັງ​ທະລາ​ຍລົງ​ແລ້ວ.

​ໃນ​ວັນ​ຈັນ​ວານ​ນີ້ ກຸ່ມ​ສີ້​ງຊອມ​ສິດທິມະນຸດທີ່​ມີ​ຫ້ອງການ​ໃນ​ອັງ​ກິດ ລາຍ​ງານ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດ​ຄັນ​ນຶ່ງ ​ໃນ​ກຸງດາ​ມັສກັສ ພ້ອມ​ທັງ​ການວາງ​ລະ​ເບີດ​ລົດ ​ໃນ​ພາກ​ກາງຊີ​ເຣຍ ​ໄດ້ສັງຫານ​ຢ່າງ​ໜ້ອຍ 30 ຄົນ.
XS
SM
MD
LG