ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະມົນຕີ ຣັດເຊຍ 2 ທ່ານ ພວມຢ້ຽມຢາມ ອີຈິບ (ວີດີໂອ)


Russian Delegation to Visit Egypt
please wait

No media source currently available

0:00 0:02:47 0:00
ລິງໂດຍກົງ
ລັດຖະມົນຕີ ຕ່າງປະ​ເທດຣັດ​ເຊຍ ທ່ານ Segei Lavrov ກ່າວ
​ວ່າ ປະ​ເທດ​ຂອງ​ທ່ານອາດ​ຈະ​ໄດ້ຮັບຜົນ​ປະ​ໂຫຍດໃນ​ການ​ກັບ
​ຄືນໄປ​ສູ່​ການ​ມີສະຖຽນ​ລະ​ພາບ​ ຢູ່ໃນອີ​ຈິບ ​ໃນ​ຂະນະ​ທີ່ ທ່ານ
​ແລະລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ​ຢ້ຽມຢາມ​ກຸງ​ໄຄ​ໂຣ
​ເປັນ​ຄັ້ງ​ປະຫວັດສາດ ​ເພື່ອ​ສົນທະນາ​ກັບຄູ່​ຕໍາແໜ່​ງຝ່າຍອີ​ຈິບ
ຂອງ​ພວກ​ທ່ານ.

ການ​ພົບ​ປະກັນໃນ​ວັນ​ພະຫັດ​ມື້​ນີ້ ​ມີ​ຂື້ນ​ທ່າມກາງ ທີ່​ເກີດ​ຄວາມ
​ເຄັ່ງ​ໃນ​ຄວາມ ສໍາພັນ​ ລະຫວ່າງອີ​ຈິບ​ແລະ​ສະຫະລັດ ທີ່​ເປັນຜູ້
ໃຫ້ການ​ສະໜັບ​ສະ​ໜຸນ​ອີ​ຈິບ​ມາ ​ເປັນ​ເວລາ​ດົນ​ນານ​ແລ້ວນັ້ນ
ຊຶ່ງ​ໃນ​ເດືອນແລ້ວ​ນີ້ ​ໄດ້​ງົດ​ການ​ຊ່ວຍ​ເຫລືອ ຫຼາຍ​ຮ້ອຍລ້ານ​
ໂດ​ລາ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ແມ່ນ​ການຊ່ວ​ຍເຫ​ລື​ອທາງທະຫານ
​ເພື່ອ ​ ​ຕອບ​ໂຕ້ ​ຕໍ່ຄວາມ​ຮຸນ​ແຮງ​ທາງ​ດ້ານ​ການ​ເມືອງຢູ່​ໃນ​ປະ​
ເທດ​ດັ່ງກ່າວ.

ທະຫານໄດ້​ຂັບ​ໄລ່ ທ່ານ Mohammed Morsi ປະທານາ​ທິ
ບໍດີທີ່ໄດ້ຖືກ​ເລືອກ ​ຢ່າງ​ເປັນປະຊາທິປະໄຕໃນ​ເດືອນ​ກໍລະກົດ ​ແລະໄດ້​ເລີ້ມປາບ​ປາມ​ທັບ​ມ້າງພວກ​ສະໜັບສະໜຸນ​ທ່ານ ທີ່​ເຮັດ​ໃຫ້​ຫລາຍ​ຮ້ອຍ​ຄົນ​ເສຍ​ຊີວິດ.

ຫລັງ​ຈາກ​ນັ້ນ ລັດຖະບານ​ຊົ່ວຄາວອີ​ຈິບ ​ໄດ້​ປະກາດພາວະ​ສຸກ​ເສີນ ​ແລະ​ຫ້າມ​ອອກ​ນອກເຮື​ອນ​ໃນ​ຍາມ​ກາງຄືນ ເພື່ອຟື້ນຟູ​ການ​ຄວບ​ຄຸ​ມຂອງ​ລັດຖະບານ. ຫລັງ​ຈາກ​ສາມ​ເດືອນ​ແລ້ວ ມາດ​ຕະການເຫຼົ່ານີ້ ​ມີ​ກໍານົດ​ທີ່ຖືກ​ຈະ​ຍົກ​ເລີກ​ໃນ​ວັນ​ພະຫັດ​ມື້​ນີ້.
XS
SM
MD
LG