ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຣັດ​ເຊຍ ພວມ​ຊອກ​ຫາ​ຊ່ອງ​ທາງ ອ້າງ​ເອົາ​ບ່ອນ​ນັ່ງ ໃນ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຄືນ


ແຟ້ມ - ການ​ລົງ​ຄະ​ແນນ​ສຽງ ໃຫ້​ການ​ຢືນ​ຢັນ​ຕໍ່​ການ​ໂຈະ ​ການ​ເປັນ​ສະ​ມາ​ຊິກ​ຂອງ​ຣັດ​ເຊຍ ຢູ່​ໃນ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຂອງ​ສະ​ມັດ​ຊາ​ໃຫຍ່ ເມື່ອ​ວັນ​ທີ 7 ເມ​ສາ 2022. ເວ​ລານີ້​ຣັດ​ເຊຍ​ພວມ​ຊອກ​ຫາ​ຊ່ອງ​ທາງ​ ຢາກ​ໃນ​ບ່ອນ​ນັ່ງ​ຄືນ ໃນ​ການ​ລົງ​ຄະ​ແນນ​ສຽງ ໃນ​ວັນ​ທີ 10 ຕຸ​ລາ 2023 ນີ້.
ແຟ້ມ - ການ​ລົງ​ຄະ​ແນນ​ສຽງ ໃຫ້​ການ​ຢືນ​ຢັນ​ຕໍ່​ການ​ໂຈະ ​ການ​ເປັນ​ສະ​ມາ​ຊິກ​ຂອງ​ຣັດ​ເຊຍ ຢູ່​ໃນ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຂອງ​ສະ​ມັດ​ຊາ​ໃຫຍ່ ເມື່ອ​ວັນ​ທີ 7 ເມ​ສາ 2022. ເວ​ລານີ້​ຣັດ​ເຊຍ​ພວມ​ຊອກ​ຫາ​ຊ່ອງ​ທາງ​ ຢາກ​ໃນ​ບ່ອນ​ນັ່ງ​ຄືນ ໃນ​ການ​ລົງ​ຄະ​ແນນ​ສຽງ ໃນ​ວັນ​ທີ 10 ຕຸ​ລາ 2023 ນີ້.

ຣັດ​ເຊຍ​ພວມ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ​ຮຽກ​ຮ້ອງ​ເອົາ​ບ່ອນ​ນັ່ງ​ຂອງ​ຕົນ ໃນ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ​ຄືນ ຫຼັງ​ຈາກ​ໄດ້​ສະ​ມັດ​ຊາ​ໃຫຍ່​ ​ໄດ້​ສັ່ງ​ໃຫ້​ໂຈະ​ການ​ເປັນ​ສະ​ມາ​ຊິກ​ຂອງ​ຣັດ​ເຊຍ​ໃນ​ປີ 2022 ຫຼັງ​ຈາກ​ມົ​ສ​ກູ​ໄດ້​ຮຸກ​ຮານ​ປະ​ເທດ​ຢູ​ເຄ​ຣນ.

“ສະ​ພາ​ສິດ​ທິ​ມະ​ນຸດ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງຈາ​ກ​ການ​ນຳ​ໃຊ້​ໄປ​ໃນ​ທາງ​ທີ່​ບໍ່​ຖືກ​ຕ້ອງ ເພື່ອ​ເປັນ​ເຄື່ອງ​ມື​ໃນ​ການ​ແກ້​ແຄ້ນ​ທາງ​ດ້ານ​ການ​ເມືອງແລະ​ການ​ປະ​ຕິ​ບັດ​ ​ທີ່​ເປັນແບບ​ສອງມາດ​ຕະ​ຖານ” ເອກ​ອັກ​ຄະ​ລັດ​ຖະ​ທູດ​ວາ​ສ​ຊີ​ລີ ເນ​ເບັນ​ເຊຍ ​ໄດ້ ກ່າວ​ຕໍ່​ບັນດາ​ຜູ້​ເຂົ້າ​ຮ່ວມໃນ​ພິ​ທີທີ່​ສຳ​ນັກ​ງານ​ຂອງ​ທ່ານ​ຈັດ​ຂຶ້ນເມື່ອ​ໄວໆ​ມານີ້​ເພື່ອ​ເປັນ​ຂີດ​ໝາຍ ໃນ​ການ​ເປັນ​ຜູ້​ສະ​ໝັກ​ຂອງ​ຣັດ​ເຊຍ ອີງ​ຕາມ​ຄຳ​ປາ​ໄສ​ທີ່​ພິມ​ເຜີຍ​ແຜ່​ໂດຍ​ເວັບ​ໄຊ​ຂອງ​ສຳ​ນັກ​ງານ. “ນັ້ນ​ແມ່ນ​ກົນ​ລະ​ຍຸດ ​ຂອງ​ບາງ​ປະ​ເທດ​ ທີ່​ໄດ້​ປະ​ກາດ​ຕົນ​ເອງວ່າ ເປັນ​ “ແຊມ​ປ້ຽນ​ໃນ​ດ້ານ​ສິດ​ທິ​ມະ​ນຸດ​.”

ໃນ​ການ​ລົງ​ຄະ​ແນນ​ສຽງ 93 ສຽງ​ເຫັນ​ພ້ອມ 24 ສຽງ​ຄັດ​ຄ້ານ ແລະ 58 ປະ​ເທດ​ບໍ່​ໄດ້​ອອກ​ສຽງ​ນັ້ນ ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ໄດ້​ລົງ​ປະ​ຊາ​ມະ​ຕິ​ຢູ່​ທີ່ ກອງ​ປະ​ຊຸມ​ໃນ​ປີ​ກາຍນີ້. ສາ​ທາ​ລະ​ນະ​ລັດ​ເຊັກ​ໄດ້​ເຂົ້າ​ຮັບ​ໜ້າ​ທີ່​ແທນ​ຣັດ​ເຊຍ ຢູ່​ໃນ​ສະ​ພາ​ດັ່ງ​ກ່າວ​ທີ່​ຍັງ​ເຫຼືອ​ເວ​ລາ​ຢູ່​ໃນ​ສະ​ໄໝ​ທຳ​ອິດ.

ໃນ​ວັນ​ອັງ​ຄານນີ້ ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ລົງ​ຄະ​ແນນ​ສຽງ​ໂດຍ​ປ່ອນ​ບັດ​ຢ່າງ​ເປັນ​ທາງ​ລັບ ​ເລືອກ​ເອົາ​ສະ​ມາ​ຊິກ 15 ປະ​ເທດເພື່ອ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ເວ​ລາ 3 ປີ ຈາກ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ 47 ປະ​ເທດ ​ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ນະ​ຄອນ​ເຈ​ນີ​ວາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG