ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼັງຈາກ ບໍ່ໄດ້ມີການເຄື່ອນໄຫວ ມາດົນນານ ຣັດເຊຍ ກໍຫາທາງຟື້ນຄືນ ສາຍພົວພັນ ກັບ ອາຟຣິກາ


ປະທານາທິບໍດີ ຊິມບັບເວ ທ່ານ ເອັມເມີສັນ ເອັມນານກາວາ ຍ່າງຄຽງຂ້າງໄປກັບ ລັດຖະມົນຕີວ່າການຕ່າງປະເທດ ຂອງຣັດເຊຍ ທ່ານ ເຊີຣເກ ລາວຣອຟ ກ່ອນໜ້າ ພວກ
ເພິ່ນຈະເຂົ້າປະຊຸມ ໃນນະຄອຫຼວງ ຮາແຣເຣ ຂອງຊິມບັບເວ, ວນັທີ 8 ມີນາ 2018.
ປະທານາທິບໍດີ ຊິມບັບເວ ທ່ານ ເອັມເມີສັນ ເອັມນານກາວາ ຍ່າງຄຽງຂ້າງໄປກັບ ລັດຖະມົນຕີວ່າການຕ່າງປະເທດ ຂອງຣັດເຊຍ ທ່ານ ເຊີຣເກ ລາວຣອຟ ກ່ອນໜ້າ ພວກ ເພິ່ນຈະເຂົ້າປະຊຸມ ໃນນະຄອຫຼວງ ຮາແຣເຣ ຂອງຊິມບັບເວ, ວນັທີ 8 ມີນາ 2018.

ໃນວັນອາທິດມື້ນີ້ ທ່ານເຊີຣເກ ລາວຣອຟ ລັດຖະມົນຕີວ່າການຕ່າງປະເທດຂອງ
ຣັດເຊຍ ຈະເດີນທາງໄປຢ້ຽມຢາມ ຣວັນດາ ເພື່ອພົບປະກັບຄູ່ຕຳແໜ່ງຂອງທ່ານ ຄື
ທ່ານ ລູອິສ ມູຊີກີວາໂບ ແລະ ປະທານາທິບໍດີ ພອລ ກາກາເມ. ພວກເພິ່ນ ມີແຜນການ
ຈະປຶກສາຫາລື ເລື້ອງການພັດທະນາ ດ້ານເສດຖະກິດ ແລະ ການຕໍ່ສູ້ຕ້ານການກໍ່
ການຮ້າຍ ອີງຕາມ ທ່ານລັດຖະມົນຕີວ່າການຕ່າງປະເທດ ຂອງຣັດເຊຍ ທີ່ໄດ້ກ່າວ
ໄປນັ້ນ ລວມທັງ ການພົວພັນກັບສະຫະພາບອາຟຣິກາ ຂອງຣັດເຊຍ ນຳດ້ວຍ ເຊິ່ງ
ທ່ານກາກາເມ ເປັນປະທານ ຈົນກວ່າຈະເຖິງທ້າຍປີນີ້.

ພວກນັກເຄື່ອນໄຫວ ອະນຸລັກ ທຳມະຊາດແວດລ້ອມ ປະທ້ວງຕໍ່ຕ້ານ ການນຳໃຊ້ພະລັງນິວເຄລຍ ໃນເມືອງ ດູຣບັນ ຂອງອາຟຣິກາໃຕ້, ວັນທີ 14 ທັນວາ 2016.
ພວກນັກເຄື່ອນໄຫວ ອະນຸລັກ ທຳມະຊາດແວດລ້ອມ ປະທ້ວງຕໍ່ຕ້ານ ການນຳໃຊ້ພະລັງນິວເຄລຍ ໃນເມືອງ ດູຣບັນ ຂອງອາຟຣິກາໃຕ້, ວັນທີ 14 ທັນວາ 2016.

ການເດີນທາງໄປ ຣວັນດາ ຂອງທ່ານ ລາວຣອຟ ມີຂຶ້ນ ຫຼັງຈາກທີ່ ມີການເດີນທາງ
ຢ້ຽມຢາມ ຫ້າປະເທດໃນອາຟຣິກາ ເມື່ອເດືອນມີນາ ຜ່ານມານີ້ ແລະເປັນຈຸດເດັ່ນ
ຄວາມສົນໃຈຂອງຣັດເຊຍ ໃນການມີສ່ວນພົວພັນ ຢ່າງເລິກເຊິ່ງກັບບັນດາປະເທດ
ໃນທົ່ວທະວີບ.

ລຸນຫຼັງການເດີນທາງນັ້ນແລ້ວ ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ກໍໄດ້
ປະກາດວ່າ ຣັດເຊຍ ໄດ້ຕັດສິນໃຈ ທີ່ຈະຍົກເລີກໜີ້ສິນ ຫຼາຍກວ່າ 20 ຕື້ໂດລາ ທີ່ໄດ້
ເຊັນສັນຍາ ໂດຍບັນດາປະເທດຂອງອາຟຣິກາ ເພື່ອຊ່ອຍເຫຼືອ ທະວີບດັ່ງກ່າວ ໃຫ້
ຫລຸດພົ້ນຈາກສະພາບທຸກຍາກ.

ທ່ານ ພອລ ສຕຣອນສກີ ປະຈຳໂຄງການຣັດເຊຍແລະຢູເຣເຊຍໃນສະຖາບັນສັນຕິພາບ
Carnegie Endowment for International Peace ໄດ້ບອກວີໂອເອ ຜ່ານທາງ
ໂທລະສັບ ວ່າ ຣັດເຊຍ “ແນມເຫັນອາຟຣິກາ ວ່າເປັນຄູ່ຮ່ວມຄ້າຂາຍກັນ ໂດຍມອງເບິ່ງ
ອາຟຣິກາ ວ່າ ຈະເປັນຄູ່ຄ້າຂາຍ ທີ່ຣັດເຊຍ ປາດຖະໜາ ເພື່ອໃຫ້ຢູ່ໃນການຄ້າລວມ
ຂອງໂລກ."

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG