ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດເຊຍ ມີກຳນົດທີ່ຈະສະເຫຼີມສະຫຼອງ ການ​ປະ​ກາດ ຮວມ​ເອົາ​ດິນແດນ ຂອງ ຢູເຄຣນ


ປະຊາຊົນທຳການກະກຽມສຳລັບງານສະແດງຄອນເສີດຢູ່ຈະຕຸລັດແດງ, ດ້ວຍການກໍ່ສ້າງທີ່ອ່ານວ່າ ''ໂດເນັດສ໌, ລູຮານສ໌, ຊາໂປຣິສເຊຍ, ເຄີສັນ, ຣັດເຊຍ” ແລະ ໂບດພະວິຫານ ເຊັ້ນ ບາຊິລ ແລະ ສຸສານທ່ານ ເລນິນ ຢູ່ເບື້ອງຫຼັງ, ໃນນະຄອນຫຼວງ ມົສກູ, 29 ກັນຍາ 2022.
ປະຊາຊົນທຳການກະກຽມສຳລັບງານສະແດງຄອນເສີດຢູ່ຈະຕຸລັດແດງ, ດ້ວຍການກໍ່ສ້າງທີ່ອ່ານວ່າ ''ໂດເນັດສ໌, ລູຮານສ໌, ຊາໂປຣິສເຊຍ, ເຄີສັນ, ຣັດເຊຍ” ແລະ ໂບດພະວິຫານ ເຊັ້ນ ບາຊິລ ແລະ ສຸສານທ່ານ ເລນິນ ຢູ່ເບື້ອງຫຼັງ, ໃນນະຄອນຫຼວງ ມົສກູ, 29 ກັນຍາ 2022.

ໃນວັນທີ່ ຣັດເຊຍ ມີກຳນົດທີ່ຈະສະເຫຼີມສະຫຼອງການເຂົ້າຍຶດຄອງສີ່ເຂດແດນຂອງ ຢູເຄຣນ ນັ້ນ, ຂະບວນລົດດ້ານມະນຸດສະທຳ ໄດ້ຖືກໂຈມຕີດ້ວຍການລະດົມຍິງຂອງ ຣັດເຊຍ ໃກ້ກັບເມືອງ ຊາໂປຣິສເຊຍ.

ບັນດາເຈົ້າໜ້າທີ່ກ່າວວ່າ ຢ່າງໜ້ອຍ 23 ຄົນໄດ້ເສຍຊີວິດໃນເຫດການດັ່ງກ່າວ ແລະ 28 ຄົນໄດ້ຮັບບາດເຈັບ. ຂະບວນລົດທີ່ວ່ານີ້ໄດ້ມຸ່ງໜ້າໄປເຂດດັ່ງກ່າວ ເພື່ອຊ່ວຍເຫຼືອບັນດາສະມາຊິກຄອບຄົວອອກຈາກເຂດແດນທີ່ຖືກຍຶດຄອງນັ້ນ.

ຣັດເຊຍ ມີກຳນົດທີ່ຈະປະກາດຢ່າງເປັນທາງການ ກ່ຽວກັບ ການຍຶດຄອງສີ່ເຂດແດນຂອງ ຢູເຄຣນ ຄື: ໂດເນັດສ໌, ລູຮານສ໌, ເຄີສັນ ແລະ ຊາໂປຣິສເຊຍ ໃນວັນສຸກມື້ນີ້. ວັງເຄຣັມລິນ ຈະສະເຫຼີມສະຫຼອງໃນສິ່ງທີ່ຫຼາຍຄົນ ໃນທັດສະ ນະຄະຕິວ່າເປັນການເຄື່ອນໄຫວທີ່ຜິດກົດໝາຍດ້ວຍການສະແດງຄອນເສີດສະ ເຫຼີມສະຫຼອງ ແລະ ການໂຮມຊຸມນຸມໃນນະຄອນຫຼວງ ມົສກູ.

ໃນຂະນະດຽວກັນ, ຟິນແລນ ແມ່ນປະເທດຫຼ້າສຸດທີ່ໄດ້ປິດເຂດຊາຍແດນຕໍ່ຊາວ ຣັດເຊຍ. ການປິດປະເທດ ຟິນແລນ ໄດ້ມີຂຶ້ນໃນຂະນະທີ່ຜູ້ຊາຍ ຣັດເຊຍ ຈຳນວນຫຼາຍໄດ້ເດີນທາງອອກຈາກປະເທດ ເພື່ອຫຼົບໜີຈາກການລະດົມພົນ ຂອງ ຣັດເຊຍ ສຳລັບການສືບຕໍ່ບຸກລຸກ ຢູເຄຣນ. ນອກຈາກນັ້ນ, ຣັດເຊຍ ແມ່ນໄດ້ເລີ່ມເປີດຫ້ອງການເກນທະຫານຢູ່ເຂດຊາຍແດນຂອງເຂົາເຈົ້າ ເພື່ອດັກສະກັດພວກຜູ້ຊາຍທີ່ອາດໜີອອກຈາກປະເທດ ເພື່ອຫຼີກລ່ຽງການ ລະດົມພົນ.

ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ກ່າວປະນາມແຜນການຍຶດຄອງຢ່າງຮຸນແຮງ, ໂດຍກ່າວວ່າ ມັນຜິດກົດໝາຍ ແລະ “ບໍ່ຄວນຖືກຍອມຮັບ.”

ທ່ານ ກູເຕເຣສ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພະຫັດວານນີ້ວ່າ “ກົດບັດ ສະຫະປະຊາຊາດແມ່ນຊັດເຈນ. ການເຂົ້າຍຶດຄອງເຂດແດນໃດໆຂອງປະເທດ ນຶ່ງໂດຍອີກປະເທດນຶ່ງ ທີ່ມີຜົນມາຈາກການຂົ່ມຂູ່ ຫຼືໃຊ້ກຳລັງ ແມ່ນການລ່ວງ ລະເມີດຫຼັກການຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.”

ທ່ານໄດ້ກ່າວວ່າການຕັດສິນໃຈໃດໆເພື່ອດຳເນີນການຍຶດຄອງຈະ “ບໍ່ມີຄວາມຖືກຕ້ອງຕາມກົດໝາຍ ແລະ ສົມຄວນຖືກປະນາມ.”

ການເຄື່ອນໄຫວດັ່ງກ່າວແມ່ນຖືກປະຕິເສດວ່າ ບໍ່ຖືກຕ້ອງຕາມກົດໝາຍໂດຍ ຢູເຄຣນ ແລະ ພັນທະມິດຂອງເຂົາເຈົ້າ, ຜູ້ທີ່ໄດ້ກຽມພ້ອມ ມາດຕະການລົງ ໂທດຕໍ່ມົສກູ ໃນການຕອບໂຕ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG