ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ປະນາມ ການລົງໂທດ ຂອງ ສຫລ ກ່ຽວກັບ ການໃຊ້ ສານພິດ ໂຈມຕີ ອະດີດ ສາຍລັບ ຂອງຕົນ


ທ່ານດມີຕຣີ ເພສຄັອບໂຄສົກຂອງວັງເຄຣັມລິນ ກ່າວຄໍາປາໄສ ຢູ່ໃນກອງປະຊຸມທີ່ຈັດໂດຍປະທານາທິບໍດີ ປູຕິນ ໃນນະຄອນຫລວງມົສກູ ໃນວັນທີ 26 ມີນາ 2018
ທ່ານດມີຕຣີ ເພສຄັອບໂຄສົກຂອງວັງເຄຣັມລິນ ກ່າວຄໍາປາໄສ ຢູ່ໃນກອງປະຊຸມທີ່ຈັດໂດຍປະທານາທິບໍດີ ປູຕິນ ໃນນະຄອນຫລວງມົສກູ ໃນວັນທີ 26 ມີນາ 2018

ເນື່ອງຈາກປະເຊີນກັບການລົງໂທດຄັ້ງໃໝ່ທີ່ກ່ຽວກັບການຖືກກ່າວຫາວ່າໃຊ້ອາວຸດ
ເຄມີຣັດເຊຍໄດ້ປະນາມການເຄື່ອນໄຫວດັ່ງກ່າວວ່າເປັນການກະທຳທີ່ຜິດກົດໝາຍ
ທີ່ເຮັດໃຫ້ການດໍາເນີນຄວາມພະຍາຍາມຂອງປະທານທິບໍດີດໍໂນລ ທຣໍາ ແລະຜູ້ນໍາ
ຣັດເຊຍ ທ່ານວລາດິເມຍ ປູຕິນໃນການປັບປຸງສາຍສໍາພັນຢູ່ໃນກອງປະຊຸມສຸດຍອດ
ທີ່ຫາກໍ່ຈັດຂຶ້ນມໍ່ໆນີ້ ເປັນໄປໄດ້ຍາກ.

“ແນ່ນອນ ການຕັດສິນໃຈເຊັ່ນນັ້ນ ທີ່ເປັນການຕັດສິນຂອງຝ່າຍອາເມຣິກາເປັນເລື້ອງ
ທີ່ບໍ່ເປັນມິດກັນເລີຍ”ນັ້ນຄືຄຳເວົ້າຂອງທ່ານດມີຕຣີ ເພສຄັອບໂຄສົກຂອງວັງເຄຣັມລິນ ໃນຂະນະທີ່ທ່ານກໍາລັງລົມກັບພວກນັກຂ່າວ ກ່ຽວກັບ ການລົງໂທດຄັ້ງໃໝ່ນີ້ ໃນວັນ
ພະຫັດວານນີ້. ທ່ານກ່າວອີກວ່າ “ແລະມັນຄົງບໍ່ມີສ່ວນກ່ຽວຂ້ອງໃດໆ ກັບບັນຍາກາດ
ຂອງການພົບປະກັນລະຫວ່າງປະທານາທິ ບໍດີຂອງສອງປະເທດໃນຄັ້ງຜ່ານມາ ທີ່ມີ
ຄວາມສັບສົນແຕ່ວ່າມີລັກສະນະສ້າງສັນນັ້ນດອກ.”

ເບິ່ງວີດິໂອທີ່ກ່ຽວຂ້ອງກັບຂ່າວນີ້ເພີ້ມ

Analyst: New US Sanctions on Russia Are 'a Real Deterrent'
please wait

No media source currently available

0:00 0:02:07 0:00

ກະຊວງການຕ່າງປະເທດສະຫະລັດໄດ້ປະກາດການລົງໂທດດັ່ງກ່າວໃນວັນພຸດ
ເພື່ອເປັນຕອບໂຕ້ຕໍ່ ການວາງຢາພິດເມື່ອເດືອນມີນາຜ່ານມາໃສ່ອະດີດສາຍລັບ
​ເຊີ​ເກ ສກຣີປາລ ອາຍຸ 66 ປີ ແລະ ນາງຢູເລຍ ລູກສາວຂອງທ່ານ ອາຍຸ 33 ປີ
ຢູ່ໃນເມືອງຊາລິສເບີຣີ (Salisbury).

ເຖິງແມ່ນວ່າ ທັງສອງຄົນຄອບຄົວສກຣີປາລຈະລອດຊີວິດຈາກການໂຈມຕີດັ່ງ
ກ່າວມາໄດ້ກໍຕາມ ແຕ່ວ່າສະຫະລັດກໍເຫັນພ້ອມກັບອັງກິດ ໃນການຕັດສິນ ວ່າ
ຣັດເຊຍເປັນຜູ້ຮັບຜິດຊອບຕໍ່ການໂຈມຕີດັ່ງກ່າວ ພາຍຫລັງທີ່ພວກນັກສອບສວນ
ໄດ້ສະຫລຸບວ່າມັນຈະເປັນວິທີການຄາດຕະກໍາ ທີ່ໃຊ້ຢາພິດທໍາລາຍປະສາດທີ່
ໃຊ້ໃນສະໄໝໂຊຫວຽດ ເຊັ່ນ “ສານໂນວິກຈົກ (Novichok)”.

ການໂຈມຕີດັ່ງກ່າວໄດ້ເຮັດໃຫ້ກະແສເບື້ອງຕົ້ນແຫ່ງຂັດແຍ້ງທາງການທູດລະ
ຫວ່າງ ສະຫະລັດແລະປະເທດພັນທະມິດອັງກິດ ກັບຣັດເຊຍເກີດຂຶ້ນ ໂດຍ
ລວມມີການຂັບໄລ່ນັກການທູດຂອງຣັດເຊຍ 60 ຄົນອອກຈາກສະຫະລັດ ແລະ
ນັກການທູດສະຫະລັດອອກຈາກຣັດເຊຍໃນເດືອນມີນາຜ່ານມານັ້ນ.

ກໍລະນີວາງຢາຜິດໄດ້ແກ່ຍາວມາອີກເຖິງເດືອນມິຖຸນາ ໃນຂະນະທີ່ຄູ່ຜົວເມຍຊາວ
ອັງກິດ ທີ່ບໍ່ປາກົດວ່າມີສາຍສໍາພັນກັບຣັດເຊຍ ໄດ້ລົ້ມປ່ວຍ ພາຍຫລັງທີ່ ໄດ້ປະເຊີນ
ກັບສານພິດທີ່ຄ້າຍຄືກັນນີ້ຢູ່ໃນເມືອງແອມແມັສເບີຣີ ທີ່ເປັນເມືອງທີ່ຢູ່ໃກ້ຄຽງບ່ອນ
ເກີດເຫດຄັ້ງກ່ອນນັ້ນ ໃນອັງກິດ.

ນຶ່ງໃນນັ້ນ ຊຶ່ງແມ່ນ ດອນ ສະເຕີແກສ ອາຍຸ 44 ປີ ໄດ້ເສຍຊີວິດຢູ່ໃນໂຮງໝໍ ໃນ
ເວລາຕໍ່ມາ.

ເບິ່ງວີດິໂອອີກເລື້ອງນຶ່ງທີ່ກ່ຽວຂ້ອງກັບຂ່າວນີ້

Russian Currency Plummets Following New US Sanctions
please wait

No media source currently available

0:00 0:02:17 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG