ການໂຈມຕີດ້ວຍໂດຣນຂອງຢູເຄຣນ ໄດ້ເຮັດໃຫ້ເກີດໄຟໄໝ້ສາງນ້ຳມັນແຫ່ງນຶ່ງໃນຂົງເຂດ ຄຣາສໂນດາຣ໌ (Krasnodar) ຂອງຣັດເຊຍ, ອີງຕາມການກ່າວໃນວັນພຸດມື້ນີ້ຂອງຜູ້ປົກຄອງຂົງເຂດດັ່ງກ່າວ.
ເຫດການໄຟໄໝ້, ເຊິ່ງຖືກມອດໃນເວລາຕໍ່ມາ, ເກີດຂຶ້ນໃນໝູ່ບ້ານ ໂນໂວມິນສກາຢາ (Novominskaya).
ຜູ້ປົກຄອງຂົງເຂດ ຄຣາສໂນດາຣ໌, ທ່ານ ວິເນຍມິນ ຄອນດຣາຢຽບ (Veniamin Kondratyev) ກ່າວວ່າ ຊາກຫັກພັງຈາກໂດຣນທີ່ຖືກທໍາລາຍ ສົ່ງຜົນເຮັດໃຫ້ເກີດໄຟໄໝ້, ແຕ່ວ່າ ບໍ່ມີຜູ້ໃດໄດ້ຮັບບາດເຈັບ.
ກະຊວງປ້ອງກັນປະເທດຣັດເຊຍ ກ່າວໃນວັນພຸດມື້ນີ້ວ່າ ຕົນໄດ້ຍິງໂດຣນຂອງຢູເຄຣນຕົກສອງລໍາຢູ່ບໍລິເວນຂົງເຂດ ເຄີສຄ໌ ແລະໂດຣນອີກສອງລຳ ຢູ່ເໜືອຂົງເຂດ ເບລໂກຣອດ, ເຊິ່ງທັງສອງເຂດດັ່ງກ່າວນີ້ ມີຊາຍແດນຕິດກັບຢູເຄຣນ.
ເຈົ້າໜ້າທີ່ຢູ່ໃນຂົງເຂດ ເຄີສຄ໌ ໄດ້ລາຍງານກ່ຽວກັບຄວາມເສຍຫາຍຕໍ່ອາຄານຫຼັງນຶ່ງ ແຕ່ບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດ.
ກອງທັບຢູເຄຣນ ກ່າວໃນວັນພຸດມື້ນີ້ວ່າ ຕົນໄດ້ຍິງໂດຣນ 57 ລໍາ ໃນຈຳນວນ 104 ລຳ ທີ່ກອງກຳລັງຣັດເຊຍ ໄດ້ທໍາການສົ່ງມາໂຈມຕີ ໃນຕອນຂ້າມຄືນ.
ການສະກັດກັ້ນໄດ້ເກີດຂຶ້ນຢູ່ເໜືອນ່ານຟ້າໃນທົ່ວຂົງເຂດ ເຊີກາຊີ (Cherkasy), ເຊີນີຮີບ (Chernihiv), ຄາກີບ (Kharkiv), ຄເມລນີສກີ (Khmelnytskyi), ກິໂຣໂວຣາດ (Kirovohrad), ກີຢິບ (Kyiv), ໂພລຕາວາ (Poltava), ຊູມີ (Sumy) ແລະ ໄຊໂຕເມຍ (Zhytomyr).
ຜູ້ປົກຄອງຂົງເຂດ ຄາກີບ, ທ່ານ ໂອເລ ຊີນີຮູບອບ (Oleh Syniehubov) ກ່າວວ່າ ການໂຈມຕີໄດ້ສ້າງຄວາມເສຍຫາຍໃຫ້ແກ່ຕຶກອາຄານຫຼາຍຫຼັງ ແລະເຮັດໃຫ້ມີຜູ້ບາດເຈັບນຶ່ງຄົນ.
ເຈົ້າໜ້າທີ່ຍັງໄດ້ລາຍງານຄວາມເສຍຫາຍຕໍ່ອາຄານຫຼາຍຫຼັງໃນຂົງເຂດ ຄາກີບ, ຄເມລນີສກີ, ກິໂຣໂວຣາດ ແລະ ຊູມີ.
ຫົວໜ້າອົງການພະລັງງານປະລະມານູສາກົນ ໄດ້ອອກມາເຕືອນໃນວັນອັງຄານວານນີ້ວ່າ ການໂຈມຕີຂອງ ຣັດເຊຍ ໃສ່ຕາຂ່າຍໄຟຟ້າ ຫຼື ສະຖານີຍ່ອຍຂອງຢູເຄຣນ ອາດເຮັດໃຫ້ການສະໜອງໄຟຟ້າຖືກໂຈະ ແລະມີຄວາມສ່ຽງຕໍ່ການເກີດອຸຕິບັດເຫດທາງນິວເຄລຍ.
ທ່ານ ຣາຟາແອລ ກຣອສຊີ (Rafael Grossi) ໄດ້ເດີນທາງໄປຢ້ຽມຢາມສະຖານີໄຟຟ້າຢູ່ນະຄອນຫຼວງກີຢິບ ໃນວັນອັງຄານວານນີ້, ໂດຍກ່າວໃນສື່ສັງຄົມ X ວ່າ ໂຄງສ້າງດັ່ງກ່າວແມ່ນ “ສ່ວນນຶ່ງສໍາລັບຕາຂ່າຍໄຟຟ້າທີ່ສໍາຄັນຂອງຢູເຄລນ ເພື່ອຄວາມປອດໄພທາງດ້ານນິວເຄລຍ.”
ທ່ານກ່າວຕື່ມວ່າ “ສະຖານະການແມ່ນຂ້ອນຂ້າງຮ້າຍແຮງຫຼາຍ, ພວກເຮົາບໍ່ຄວນປິດບັງຄວາມຈິງ ດັ່ງທີ່ພວກທ່ານສາມາດເຫັນໄດ້, ພື້ນຖານໂຄງລ່າງນີ້ ຖືກເຮັດໃຫ້ຊຸດໂຊມລົງ.”
ທ່ານຍັງໄດ້ກ່າວອີກວ່າ ທ່ານມີ “ຄວາມປະທັບໃຈ” ກັບວຽກທີ່ກໍາລັງເຮັດຢູ່ໃນປັດຈຸບັນນີ້ “ເພື່ອຮັບປະກັນວ່າ ນິວເຄລຍ ມີຄວາມປອດໄພ.”
ຟໍຣັມສະແດງຄວາມຄິດເຫັນ