ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ກ່າວ​ວ່າ ໂດ​ຣນ​ຂອງ ຢູ​ເຄ​ຣນ ໂຈມ​ຕີ​ໂຮງ​ກັ່ນ​ນ້ຳ​ມັນ


ລົດ​ຄັນ​ນຶ່ງ​ແລ່ນ​ຢູ່​ໃນ​ຖະ​ໜົນ​ທີ່​ມືດ​ໃນ​ລະ​ຫວ່າງ​ການມອດ​ໄຟ​ຟ້າ​ສ່ວນ​ນຶ່ງ​ໃນ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 5 ມິ​ຖຸ​ນາ 2024.
ລົດ​ຄັນ​ນຶ່ງ​ແລ່ນ​ຢູ່​ໃນ​ຖະ​ໜົນ​ທີ່​ມືດ​ໃນ​ລະ​ຫວ່າງ​ການມອດ​ໄຟ​ຟ້າ​ສ່ວນ​ນຶ່ງ​ໃນ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 5 ມິ​ຖຸ​ນາ 2024.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ ຣັດ​ເຊຍ ໄດ້​ກ່າວ​ວ່າການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຢູ​ເຄ​ຣນ ໄດ້​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ຢູ່​ໂຮງ​ກັ່ນ​ນ້ຳ​ມັນ.

ທ່ານ ວາ​ຊີ​ລີ ໂກ​ລູ​ເບັ​ຟ, ຜູ້​ປົກ​ຄອງ​ພາກ​ພື້ນ ຣ​ອ​ສ​ຕອ​ຟ-ອອນ-ດອນ ໄດ້​ກ່າວ​ໃນ Telegram ວ່າ​ການ​ໂຈມ​ຕີ​ດັ່ງ​ກ່າວ​ໄດ້​ຕົກ​ຖືກ​ໂຮງ​ກັ່ນ​ນ້ຳ​ມັນ ໂນ​ໂວ​ແຊັກ​ຕິນ​ສ໌ ແລະ ວຽກ​ງານ​ຢູ່​ສະ​ຖານ​ທີ່​ດັ່ງ​ກ່າວ​ແມ່ນ​ໄດ້​ຖືກ​ຢຸດ​ຊົ່ວ​ຄາວ.

ໃນ​ພາກ​ພື້ນ ແບ​ລ​ໂກ​ຣອດ​ ຂອງ ຣັດ​ເຊຍ, ຜູ້​ປົກ​ຄອງ​ທ່ານ ເວຍ​ເຊັ​ສ​ລາ​ຟ ກ​ລາດຄອ​ຟ ໄດ້​ກ່າວ​ວ່າ​ໂດ​ຣນ ຄາ​ມິ​ຄາ​ເຊ ໄດ້​ຕົກ​ຖືກ​ສາງ​ນ້ຳ​ມັນ​ໃນ​ເມືອງ ສ​ຕາ​ຣີ ອ​ອ​ສກອ​ລ໌. ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ອີກ​ຄັ້ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ທຸ​ລະ​ກິດ​ກະ​ສິ​ກຳ​ໃນ​ພາກ​ພື້ນ ແບ​ລ​ໂກ​ຣອດ, ອີງ​ຕາມ​ກາ​ນ​ກ່າວ​ຂອງ​ທ່ານ
ກ​ລາດ​ຄອ​ຟ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ພ​ະ​ຫັດ​ມື້ນີ້​ວ່າ​ເຂົາ​ເຈົ້າ​ໄດ້​ສະ​ກັດ​ກັ້ນ​ໂດ​ຣນ​ຂອງ ຢູ​ເຄ​ຣນ 6 ລຳ ຢູ່​ພາກ​ພື້ນ ແບ​ລ​ໂກ​ຣອດ, ພ້ອມ​ກັບ 13 ລຳ​ໃນ​ແຫຼມ ໄຄ​ຣ​ເມຍ ທີ່ ຣັດ​ເຊຍ ຄວບ​ຄຸມ.

ກອງ​ທັບ ຢູ​ເຄ​ຣນ ໄດ້​ລາຍ​ງານ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ​ເຂົາ​ເຈົ້າ​ໄດ້​ຍິງ​ໂດ​ຣນ 17 ຫາ 18 ລຳ​ທີ່ ຣັດ​ເຊຍ ໄດ້​ສົ່ງ​ເຂົ້າ​ໄປ​ໃນ​ການ​ໂຈມ​ຕີ​ຂ້າມ​ຄືນ.

ກອງ​ທັບ​ອາ​ກາດ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ການ​ສະ​ກັດ​ກັ້ນ​ໄດ້​ເກີດ​ຂຶ້ນ​ຢູ່​ພາກ​ພື້ນ ເຄີ​ສັນ, ຄ​ແມ​ລ​ນິດ​ສ​ກີ, ມິ​ໂຄ​ລາ​ອິບ ແລະ ຊາ​ໂປ​ຣິ​ສ​ເຊຍ.

ທ່ານ ເຊີ​ຮີ ຕິວ​ຣິນ, ຜູ້​ປົກ​ຄອງ​ພາກ​ພື້ນ ຄ​ແມ​ລ​ນິດ​ສ​ກີ, ໄດ້​ລາຍ​ງານ​ຄວາມ​ເສຍ​ຫາຍ​ຕໍ່​ສະ​ຖານ​ທີ່​ພື້ນ​ຖານ​ໂຄງ​ລ່າງ, ແຕ່ບໍ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ຣັດ​ເຊຍ ອາດ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ ຖ້າ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ເຂົາ​ເຈົ້າ​ຫາກ​ຖືກ​ຂົ່ມ​ຂູ່.

ທ່ານ ປູ​ຕິນ ໄດ້​ກ່າວ, ໂດຍ​ອ້າງ​ອີງ​ສິ່ງ​ທີ່​ທ່ານ​ກ່າວ​ວ່າ​ເປັນ​ນະ​ໂຍ​ບາຍ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຂອງ​ທ່ານ​ວ່າ “ຖ້າ​ການ​ກະ​ທຳ​ຂອງ​ຄົນ​ໃດ​ຄົນ​ນຶ່ງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ອຳ​ນາດ​ອະ​ທິ​ປະ​ໄຕ​ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ພວກ​ເຮົາ, ພວກ​ເຮົາ​ພິ​ຈາ​ລະ​ນາ​ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ໃຊ້​ທຸກ​ຢ່າງ​ທີ່​ເຮົາ​ມີ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG