ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ​ ບຸກໂຈມ​ຕີຢູ​ເຄ​ຣນເພີ້ມຂຶ້ນ ຂະ​ນະ​ທີ່​ການເຈ​ລະ​ຈາສັນ​ຕິ​ພາບ ​ປາ​ກົດ​ວ່າພົບ​ທາງ​ຕັນ


ທະ​ຫານ​ຢູ​ເຄ​ຣນ​ຢືນ​ຍາມ​ຂະ​ນະ​ທີ່ຕຶກ​​ຖືກ​ທຳ​ລາຍຍ້ອນ​ການ​ຍິງ​ຖະ​ຫລົ່ມ​ສູນ​ກາງ​ການ​ຄ້າ​ແຫ່ງ​ນຶ່ງ​ໃນ​ໃຈ​ກາງນະ​ຄອນ​ຫລວງ​ກີ​ຢິບໃນ​ວັນ​ທີ 21 ມີ​ນາ, 2022, (ພາບ​ຖ່າຍ​ໃນ​ວັນ​ທີ 30 ມີ​ນາ, 2022).
ທະ​ຫານ​ຢູ​ເຄ​ຣນ​ຢືນ​ຍາມ​ຂະ​ນະ​ທີ່ຕຶກ​​ຖືກ​ທຳ​ລາຍຍ້ອນ​ການ​ຍິງ​ຖະ​ຫລົ່ມ​ສູນ​ກາງ​ການ​ຄ້າ​ແຫ່ງ​ນຶ່ງ​ໃນ​ໃຈ​ກາງນະ​ຄອນ​ຫລວງ​ກີ​ຢິບໃນ​ວັນ​ທີ 21 ມີ​ນາ, 2022, (ພາບ​ຖ່າຍ​ໃນ​ວັນ​ທີ 30 ມີ​ນາ, 2022).

ເຈົ້າ​ໜ້າ​ທີ່​ຢູ​ເຄຣນກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຣັດ​ເຊຍ​ໄດ້​ລະ​ເມີດ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ ທີ່​ເວົ້າ​ວ່າຈະ​ຫລຸດ​ການ​ປະ​ຕິ​ບັດງານ​ທາງ​ທະ​ຫານຂອງ​ຕົນ​ລົງ ​ຢູ່​ໃນ​ເຂດ​ນອກ​ນະ​ຄອນ​ຫຼວງ​ກີ​ຢີບແລະ​ເມືອງເຊີ​ນີ​ຮີບ (Chernihiv) ທາງ​ພາກ​ເໜືອ​ຂອງ​ຢູເຄ​ຣນ. ມີ​ລາຍ​ງານ​ຄວາມ​ຄືບ​ໜ້າ​ພຽງ​ເລັກ​ນ້ອຍ ​ໃນການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຮອບຫລ້າ​ສຸດ ລະ​ຫວ່າງ​ສອງ​ປະ​ເທດ.

ທຳນຽບຫ້າ​ແຈ​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຣັດ​ເຊຍ​ໄດ້​ຈັດ​ວາງ​ກຳລັງ​ທະຫານ​ຈຳ ນວນ​ໜ້ອຍ​ ຢູ່​ອ້ອມ​ນະ​ຄອນ​ຫລວງ​ກີ​ຢີບ​ໃນ​ຮອບ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ​ແຕ່​ໄດ້​ກ່າວ​ຕື່ມ​ວ່າ “ບໍ່​ມີ​ຄົນ​ໃດ​ຖືກສົ່ງ​ໃຫ້​ກັບຄືນ​ໄປ​ປະ​ຈຳຢູ່​ປະ​ເທດ​ຂອງ​ເຂົາ​ເຈົ້າ”

"ພວກເຂົາອອກຈາກ​ກີ​ຢີບ (ແລະ) ມຸ້ງຫນ້າໄປທາງທິດເຫນືອ..ໜີໄກ​ຈາກ​ຕົວ​ເມືອງ” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານຈອນ​ເຄີ​ບີ, ໂຄ​ສົກຂອງທຳນຽບຫ້າ​ແຈ​ໂດຍ​ໄດ້ກ່າວຕື່ມວ່າ ກຳ​ລັງ​ທະ​ຫານ​ຣັດ​ເຊຍ ສ່ວນ​ໃຫຍ່​ແມ່ນ​ຍັງ​ຢູ່​ອ້ອມ​ຮອບ​ກີ​ຢີບ​ຢູ່ ຂະ​ນະ​ທີ່​ການ​ໂຈມ​ຕີ​ທາງ​ອາ​ກາດ​ຍັງ​ສືບ​ຕໍ່​ດຳ​ເນີນ​ໄປ.

ຣັດ​ເຊຍ​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ບໍ່​ມີ​ຮ່ອງ​ຮອຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ​ຢູ​ເຄ​ຣນສາ​ມາດບັນ​ລຸ​ໄດ້.

ຢູ່​ທີ່ວໍຊິງຕັນນັ້ນ ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນໄດ້ໂອ້ລົມກັບ ປະທານາທິບໍດີຢູເຄຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີໃນວັນພຸດວານນີ້.

ທະ​ຫານ​ຄົນ​ນຶ່ງ​ປອບ​ໃຈແມ່​ຕູ້ Larysa Kolesnyk, ອາ​ຍຸ 82 ປີ ຫລັງ​ຈາກ​ໄດ້​ເອົາ​ລາວ​ຫລົບ​ໜີ​ອອກ​ຈາກ​ເມືອງ Irpin ໃນ​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນ​ຫລວງ​ກີ​ຢິບໄປ, ວັນ​ທີ 30 ມີ​ນາ, 2022.
ທະ​ຫານ​ຄົນ​ນຶ່ງ​ປອບ​ໃຈແມ່​ຕູ້ Larysa Kolesnyk, ອາ​ຍຸ 82 ປີ ຫລັງ​ຈາກ​ໄດ້​ເອົາ​ລາວ​ຫລົບ​ໜີ​ອອກ​ຈາກ​ເມືອງ Irpin ໃນ​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນ​ຫລວງ​ກີ​ຢິບໄປ, ວັນ​ທີ 30 ມີ​ນາ, 2022.

“ພວກ​ຜູ້​ນຳ​ດັ່ງ​ກ່າວໄດ້​ປຶກສາ​ຫາລືກັນ​ກ່ຽວ​ກັບ​ວິ​ທີ​ການ​ທີ່​ ​ສະ​ຫະ​ລັດ​ພວມ​ດຳ​ເນີນ​ການ​ຕະ​ຫລອດ​ເວລາ​ເພື່ອ​ປະຕິບັດ​ຄຳ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມໝັ້ນ​ຄົງ​ຕົ້ນຕໍ​ຂອງ​ຢູ​ເຄ​ຣນ, ຜົນ​ກະ​ທົບ​ອັນ​ສຳຄັນ​ຂອງ​ອາ​ວຸດ​ເຫລົ່າ​ນັ້ນຕໍ່​ຄວາມ​ຂັດ​ແຍ້ງ, ແລະ​ສືບ​ຕໍ່​ດຳ​ເນີນ​ຄວາມພະຍາຍາມ​ຂອງ​ສະ​ຫະ​ລັດ​ກັບ​ບັນດາ​ປະ​ເທດ​ພັນທະ​ມິດ ​ແລະ​ຄູ່​ພາ​ຄີຕ່າງໆ​ ເພື່ອລະ​ບຸ​ຄວາມ​ອາດສາມາດ​ເພີ່ມ​ເຕີມ ​ທີ່​ຈະຊ່ວຍທະຫານຢູ ເຄຣນໃຫ້ປົກປ້ອງປະເທດຕົນ,” ນັ້ນ​ຄື​ຄໍ​າ​ເວົ້າ​ຂອງທຳນຽບຂາວ ທີ່ກ່າວຢູ່ໃນຖະແຫຼງການສະ​ບັບ​ນຶ່ງ.

ທຳນຽບຂາວກ່າວຕື່ມວ່າ "ປະທານາທິບໍດີໄບ​ເດັນ​ໄດ້ແຈ້ງໃຫ້ປະທານາທິບໍດີເຊ​ເລັນ​ສ໌​ກີຊາບວ່າ ສະຫະລັດຕັ້ງໃຈຈະໃຫ້ການຊ່ວຍເຫຼືອດ້ານງົບປະມານໂດຍກົງ 500 ລ້ານໂດລາ ແກ່ລັດຖະ ບານຢູເຄຣນ", ໂດຍກ່າວ​ອີກວ່າ ຜູ້ນຳຢູເຄຣນໄດ້ ແຈ້ງ​ກ່ຽ​ວ​ກັບສະຖານະຂອງການເຈລະຈາຄັ້ງ ຫລ້າ​ສຸດ​ ໃຫ້ທ່ານ​ໄບ​ເດັນ​ຊາບ.

ຕະ​ຫລາດ​ຖືກ​ທຳ​ລາຍ​ໂດຍການ​ຍິງ​ຖະ​ຫລົ່ມ​ໃນ​ກາງ​ຄືນ ທີ່​ເມືອງເຊີ​ນີ​ຮິບ ​ຂອງ​ຢູ​ເຄ​ຣນ, ວັນ​ທີ 30 ມີ​ນາ, 2022.
ຕະ​ຫລາດ​ຖືກ​ທຳ​ລາຍ​ໂດຍການ​ຍິງ​ຖະ​ຫລົ່ມ​ໃນ​ກາງ​ຄືນ ທີ່​ເມືອງເຊີ​ນີ​ຮິບ ​ຂອງ​ຢູ​ເຄ​ຣນ, ວັນ​ທີ 30 ມີ​ນາ, 2022.

ໃນ​ການ​ກ່າວຄຳ​ປາ​ໄສ​ທາງ​ວີ​ດີ​ໂອ ​ໃນ​ວັນ​ພຸດ​ວານ​ນີ້ ທ່ານເຊ​ເລັນ​ສ໌​ກີກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ຂອບ​ໃຈ​ສະ​ຫະ​ລັດ​ສຳ​ລັບ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຊຸດໃໝ່​ທີ່​ມີ​ມູນ​ຄ່າ 1 ຕື້​ໂດ​ລາ​ ແລະອີກ​ 500 ລ້ານ​ໂດ​ລາ ​ເຂົ້າໃນການຊ່ວຍເຫຼືອດ້ານງົບປະມານໂດຍກົງ. ຂ້າ​ພະ​ເຈົ້າ​ຍັງ​ໄດ້​ເນັ້ນ​ໃຫ້​ເຫັນ​ວ່າ ດຽ​ວນີ້ແມ່ນ​ຢູ່​ຈຸດ​ຫັນ​ປ່ຽນ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG