ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry, ທ່ານ Lavrov ຈະປຶກສາຫາລື ກ່ຽວກັບ ວິກິດການ ຊີເຣຍ


ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov, ຊ້າຍ, ລົມກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່ອນກອງປະຊຸມຖະແຫຼງຂ່າວ ທີ່ກ່ຽວກັບ ຊີເຣຍ. ນະຄອນຫຼວງ ວຽນນາ, ອອສເຕຣຍ, 17 ພຶດສະພາ, 2016.
ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov, ຊ້າຍ, ລົມກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່ອນກອງປະຊຸມຖະແຫຼງຂ່າວ ທີ່ກ່ຽວກັບ ຊີເຣຍ. ນະຄອນຫຼວງ ວຽນນາ, ອອສເຕຣຍ, 17 ພຶດສະພາ, 2016.

ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ຈະ​ພົບ​ປະ​ກັບລັດຖະມົນຕີ​ຕ່າງ ປະ​ເທດ ຣັດ​ເຊຍ ທ່ານ Sergei Lavrov ​ແລະ​ບັນດາ​ຄູ່​ຕຳ​ແໜ່​ງທີ່​ສຳຄັນ​ອື່ນໆໃນ​ປະ​ເທດ Switzerland ​ໃນ​ວັນ​ເສົາ​ຈະ​ມາ​ເຖິ​ງນີ້ ​ໃນຄວາ​ມພະຍາຍາມ​ອີກ​ຄັ້ງ​ນຶ່ງ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ທາງການທູດ ກ່ຽວ​ກັບ ວິ​ກິດ​ການ​ໃນ​ ຊີ​ເຣຍ.

ກະຊວງ​ຕ່າງປະ​ເທດ​ ສະຫະລັດ​ ກ່າວ​ວ່າ ການ​ສົນທະນາ​ຢູ່​ນະຄອນ Lausanne ​ເປັນ​ພາກສ່ວນ​ນຶ່ງຂອງ​ຫລາຍ​ຝ່າຍ ຫລັງ​ຈາກ ​ສະຫະລັດ​ ໄດ້​ລົບ​ລ້າງ​ການເຈລະຈາ​ໂດຍ​ກົງ​ກັບ​ມົສກູ ກ່ຽວ​ກັບ ​ການ​ຢຸດ​ຍິງ ​ແລະ ​ການ​ບັນ​ເທົາ​ທຸກ​ດ້ານ​ມະນຸດສະທຳ.

ນອກນັ້ນ ທ່ານ Kerry ຍັງ​ຈະສົນທະນາ ກ່ຽວ​ກັບ​ ຊີ​ເຣຍ ຢູ່ໃນ​ກອງ​ປະຊຸ​ມກັບ ບັນດາ​ຄູ່​ຕຳ​ແໜ່​ງປະຈຳ​ຂົງ​ເຂດ ​ແລະ ​ສາກົນ​ໃນ​ວັນ​ອາທິດ​ທີ່​ນະຄອນ​ຫລວງ ​ລອນ​ດອນ.

ໃນພາບນີ້ ສະໜອງໃຫ້ໂດຍ ກຸ່ມປ້ອງກັນພົນລະເຮືອນ ຊີເຣຍ ຮູ້ຈັກດັ່ງກັບໝວກກັນກະທົບສີຂາວ, ສະແດງໃຫ້ເຫັນປະຊາຊົນນັ່ງຢູ່ຊາກຫັກພັງໃນພາກເໜືອຂອງເມືອງ Aleppo ທີ່ຖືກຍຶດຄອງໂດຍ ພວກກະບົດ. ຊີເຣຍ. 11 ຕຸລາ, 2016.
ໃນພາບນີ້ ສະໜອງໃຫ້ໂດຍ ກຸ່ມປ້ອງກັນພົນລະເຮືອນ ຊີເຣຍ ຮູ້ຈັກດັ່ງກັບໝວກກັນກະທົບສີຂາວ, ສະແດງໃຫ້ເຫັນປະຊາຊົນນັ່ງຢູ່ຊາກຫັກພັງໃນພາກເໜືອຂອງເມືອງ Aleppo ທີ່ຖືກຍຶດຄອງໂດຍ ພວກກະບົດ. ຊີເຣຍ. 11 ຕຸລາ, 2016.


ກະຊວງ​ຕ່າງປະ​ເທດ ​ສະຫະລັດ ບໍ່​ໄດ້​ເວົ້າວ່າຈະບໍ່ມີການພົບປະລະຫວ່າງທ່ານ Kerry ​ກັບ​ທ່ານ Lavrov ຕ່າງຫາກ ​ແຕ່ນັ້ນບໍ່​ໄດ້​ໝາຍ​ຄວາມ​ວ່າ ​“ໄດ້​ຍົກ​ເລີກ” ​ ການ​ພົວພັນຂອງ​ທັງ​ສອງ​ຝ່າຍ ສະຫະລັດ-ຣັດ​ເຊຍ

ປະ​ເ​ທດຕາ​ເວັນ​ຕົກ​ພວມກ່າວ​ຫາ ຣັດ​ເຊຍ ​ແລະ ​ພັນທະ​ມິດ ​ຊີ​ເຣຍ ວ່າກໍ່ອາຊະຍາກຳ​ສົງ ຄາມ ​ໃນ​ການ​ຖີ້ມລະ​ເບີດ​ໃສ່​ບັນດາໂຮງໝໍ ​ແລະ ​ຂະ​ບວນລົດ​ບັນ​ເທົາ​ທຸກ​ສະຫະ​ປະຊາ​ຊາດ ແລະ​ຢູ່​ອ້ອມ​ແອ້ມ​ເມືອງ Aleppo ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ແນ​ເປົ້າ​ໝາຍໃສ່​ພວກ​ຕໍ່ຕ້ານ​ລັດຖະບານ ທີ່ຫາທາງໂຄ່ນ​ລົ້ມ ປະທານາທິບໍດີ Bashar al-Assad.

​ໂຄສົກ​ທຳນຽບຂາວ​ທ່ານ Josh Earnest ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ສະຫະລັດ ບໍ່​ໄດ້​ພະ ຍາຍາ​ມທີ່​ຈະ​ບັນລຸ​ຂໍ້​ຕົກລົງ​ກັບ ຣັດ​ເຊຍ ຕໍ່ໄປອີກແລ້ວ ແຕ່​ແທນ​ທີ່​ຈະເຮັດແນວນັ້ນແມ່ນ ພວມ​ພ​ະຍາ​ຍາມ​ໃຊ້ “ສ່ອງ​ທາງ​ການ​ທູດ​ແນວໃໝ່” ​ເພື່ອ​ຫລຸດຜ່ອນ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ ຊີ​ເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG