ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ຂອບໃຈ ກຳລັງທະຫານ ສຳລັບການຕ້ານຢັນຢ່າງເຂັ້ມແຂງ ຂະນະທີ່ກອງກຳ ລັງຂອງຣັດເຊຍ ໜືອອກຈາກເມືອງເຄຣມີນນາ


ທ່ານ ຊີຊາຣ (Caesar) ອາຍຸ 50 ປີ, ຊາວຣັດເຊຍ ຜູ້ທີ່ໄດ້ເຂົ້າຮ່ວມ ກອງກຳລັງເພື່ອເສລີພາບຂອງຣັດເຊຍ ຕໍ່ສູ້ຄຽງບ່າຄຽງໄລ່ ກັບຢູເຄຣນ, ຢືນຢູ່ດ້ານໜ໊າຂອງໂບດແຫ່ງນຶ່ງໃນເມືອງໂດລີຢາ (Dolyna) ທ່ີ່ໄດ້ຖືກທຳລາຍ, ທາງພາກຕາເວັນອອກຂອງຢູເຄຣນ, ວັນທີ 26, 2022.
ທ່ານ ຊີຊາຣ (Caesar) ອາຍຸ 50 ປີ, ຊາວຣັດເຊຍ ຜູ້ທີ່ໄດ້ເຂົ້າຮ່ວມ ກອງກຳລັງເພື່ອເສລີພາບຂອງຣັດເຊຍ ຕໍ່ສູ້ຄຽງບ່າຄຽງໄລ່ ກັບຢູເຄຣນ, ຢືນຢູ່ດ້ານໜ໊າຂອງໂບດແຫ່ງນຶ່ງໃນເມືອງໂດລີຢາ (Dolyna) ທ່ີ່ໄດ້ຖືກທຳລາຍ, ທາງພາກຕາເວັນອອກຂອງຢູເຄຣນ, ວັນທີ 26, 2022.

ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວຖະແຫລງໃນວັນຈັນວານນີ້ ເຖິງສະຖານະການທີ່ຫຍຸ້ງຍາກຢູ່ທີ່ເຂດແນວໜ້າຂອງເມືອງບັກມຸຕ, ເຄຣມີນນາ ແລະພື້ນທີ່ແຫ່ງອື່ນ ໃນຂົງເຂດດອນບັສ ດັ່ງທີ່ທ່ານໄດ້ກ່າວວ່າ “ຕ້ອງໄດ້ສຸມກຳລັງຄວາມແຂງແກ່ງແລະຄວາມຕັ້ງອົກຕັ້ງໃຈສູງທີ່ສຸດ.”

ທ່ານກ່າວອີກວ່າ ພວກຣັດເຊຍ ນຳໃຊ້ທຸກຊັບພະຍາກອນທັງໝົດທີ່ພວກເຂົາມີຢູ່ “ເພື່ອບີບບັງຄັບໃຫ້ໄດ້ຢ່າງໜ້ອຍຄວາມຄືບໜ້າໃນບາງສ່ວນ.”

ທ່ານເຊເລັນສກີ ໄດ້ຂອບໃຈກອງກຳລັງຂອງຢູເຄຣນຜູ້ທີ່ “ໄດ້ຢຶດທີ່ໝັ້ນຂອງພວກເຂົາໄວ້ໄດ້ຢ່າງໜຽວແໜ້ນ ຕ້ານຢັນຢ່າງເຂັ້ມແຂງ ແລະຜູ້ທີ່ຍັງຄົງຫາໂອກາດ ທີ່ບໍ່ພຽງແຕ່ຈະບໍ່ໃຫ້ສູນເສຍພື້ນທີ່ໃດໆໄປ ແຕ່ຍັງຂັບໄຫລ່ພວກຍຶດຄອງດິນແດນອອກໄປ ເພື່ອ ‘ລົບລ້າງ’ພວກເຂົາ.”

ຜູ້ປົກຄອງເຂດລູຮານຂອງຢູເຄຣນ ທ່ານເຊີຮີ ຮາຍດາຍ ໄດ້ກ່າວວ່າ ກຳລັງຂອງຣັດເຊຍ ໄດ້ຖອຍອອກຈາກເມືອງເຄຣມີນນາ ໃນຂະນະທີ່ກຳລັງຂອງຢູເຄຣນ ໄດ້ເຄື່ອນເຂົ້າໄປເລື້ອຍໆ ຫຼັງຈາກການຕໍ່ສູ້ຢ່າງດຸເດືອນມາໄດ້ຫຼາຍເດືອນ.

ທານເຊເລັນສກີ ໄດ້ເຕືອນປະຊາຊົນວ່າ ໃຫ້ພວກເຂົາກຽມພ້ອມສຳລັບການໂຈມຕີດ້ວຍລູກສອນໄຟ ຫຼືການເກາະຜີດຈາກຣັດເຊຍ.

ລູກລະເບີດປືນຂົກທີ່ຍັງບໍ່ທັນແຕກ ກອງກັນຢູ່ເທີງດິນໃນເມືອງຄາມຢານກາ (Kam'yanka) ທາງພາກຕາເວັນອອກຂອງຢູເຄຣນ, ວັນທີ 26 ທັນວາ 2022.
ລູກລະເບີດປືນຂົກທີ່ຍັງບໍ່ທັນແຕກ ກອງກັນຢູ່ເທີງດິນໃນເມືອງຄາມຢານກາ (Kam'yanka) ທາງພາກຕາເວັນອອກຂອງຢູເຄຣນ, ວັນທີ 26 ທັນວາ 2022.

ທ່ານເວົ້າວ່າ “ລະບົບການປ້ອງກັນໄພທາງອາກາດແມ່ນພ້ອມແລ້ວ ປະເທດແມ່ນພ້ອມແລ້ວ ແລະທຸກໆຄົນຕ້ອງກຽມພ້ອມ. ກະລຸນາໃຫ້ເອົາໃຈໃສ່ຟັງສຽງສັນຍານເຕືອນໄພ.”

ທ່ານເຊເລັນສກີ ກ່າວອີກວ່າ ເກືອບ 7 ລ້ານຄົນ ຍັງຄົງປາດສະຈາກໄຟຟ້າໃຊ້ ໃນຢູເຄຣນ. ທ່ານໄດ້ຂອບອົກຂອບໃຈພວກພະນັກງານກົມໄຟຟ້າ ທີ່ໄດ້ສ້ອມແປງຕາຂ່າຍສາຍສົ່ງໄຟຟ້າ ເພື່ອໃຫ້ປະຊາຊົນສາມາດມີໄຟຟ້າໃຊ້ ໃນກ່ອນວັນຄຣິສມັສ ແລະມື້ວັນຄຣິສມັສ, ແຕ່ທ່ານຍັງໄດ້ຍອມຮັບວ່າ ການຂາດແຄນໄຟຟ້າ ເປັນບັນຫາທີ່ມີຢູ່ເລື້ອຍໆ ໂດຍຈະມີໄຟຟ້າດັບຢ່າງຕໍ່ເນື່ອງ.

ເມື່ອຕອນເຊົ້າວັນຈັນວານນີ້ ໃນການໃຫ້ສຳພາດກັບ ອົງການຂ່າວເອພີ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານດີມິດໂທຣ ຄູເລບາ ໄດກ່າວວ່າ ລັດຖະບານຂອງທານ ຕ້ອງການ ກອງປະຊຸມສຸດຍອກ “ສັນຕິພາບ” ພາຍໃນສອງເດືອນຢູ່ທີ່ອົງການສະຫະປະຊາຊາດ ກັບທ່ານເລຂາທິການໃຫຍ່ ແອນໂຕນີໂອ ກູເຕເຣັສ ໃນຖານະເປັນຜູ້ໄກ່ເກ່ຍ. ທ່ານໄດ້ກ່າວຕື່ມວ່າ ທ່ານບໍ່ຄາດຫວັງວ່າ ຣັດເຊຍຈະເຂົ້າຮ່ວມນຳ ອັນເປັນຄຳຖະແຫລງທີ່ບອກເຖິງອະນາຄົດອັນຍາວໄກ ແລະເຖິງການສິ້ນສຸດຕໍ່ສົງຄາມທີ່ຫຍຸ້ງຍາກ.

ທ່ານຄູເລບາ ໄດ້ກ່າວວ່າ ຣັດເຊຍ ຕ້ອງປະເຊີນກັບອາຊະຍາກຳສົງຄາມໃນສານອາຍາສາກົນ ກ່ອນທີ່ປະເທດຂອງທ່ານ ຈະພົວພັນໃນການເຈລະຈາໂດຍກົງໃດໆ ກັບມົສກູ. ທ່ານກ່າວຕື່ມວ່າ ເຖິງຢ່າງໃດກໍຕາມ ປະເທດອື່ນໆ ຄວນມີອິດສະຫຼະທີ່ຈະພົວພັນກັບຣັດເຊຍໄດ້ ດັ່ງທີ່ໄດ້ເກີດຂຶ້ນກ່ອນໜ້ານີ້ ເພື່ອບັນລຸຂໍ້ຕົກລົງໃນດ້ານເມັດພືດລະຫວ່າງເທີກີ ແລະຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG