ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ເວົ້າ​ວ່າ​ພວກ​ເຂົາ​ໄດ້​ຍິງ​ໂດ​ຣນ​ຂອງ ຢູ​ເຄ​ຣນ ຕົກ​ຢູ່​ສະ​ໜາມ​ບິນ​ທາງ​ພາກ​ໃຕ້​ຂອງ ຣັດ​ເຊຍ


ທ່ານ ຄອ​ສ​ຢານ​ຕິນ ຊີດ​ຄອ​ຟ, ກາງ, ຜູ້​ບັນ​ຊາ​ການກອງ​ພັນ​ທະ​ຫານ ຢູ​ເຄ​ຣນ, ສະ​ແດງ​ເຂດ​ປະ​ຕ​ິ​ບັດ​ການ​ຂອງ​ທ່ານ​ໃຫ້​ທ່ານ​ທ່ານ ເຊີ​ຮີ ເມ​ລ​ນິ​ກ, ຊ້າຍ, ນາຍ​ພົນ​ຂອງກອ​ງ​ທັບ​ບົກ ຢູ​ເຄ​ຣນ ຢູ່​ແຖວ​ໜ້າ​ໃນ​ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ, 24 ທັນ​ວາ 2022.
ທ່ານ ຄອ​ສ​ຢານ​ຕິນ ຊີດ​ຄອ​ຟ, ກາງ, ຜູ້​ບັນ​ຊາ​ການກອງ​ພັນ​ທະ​ຫານ ຢູ​ເຄ​ຣນ, ສະ​ແດງ​ເຂດ​ປະ​ຕ​ິ​ບັດ​ການ​ຂອງ​ທ່ານ​ໃຫ້​ທ່ານ​ທ່ານ ເຊີ​ຮີ ເມ​ລ​ນິ​ກ, ຊ້າຍ, ນາຍ​ພົນ​ຂອງກອ​ງ​ທັບ​ບົກ ຢູ​ເຄ​ຣນ ຢູ່​ແຖວ​ໜ້າ​ໃນ​ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ, 24 ທັນ​ວາ 2022.

ອົງ​ການ​ຂ່າວ​ຫຼາຍ​ແຫ່ງ​ຂອງ ຣັດ​ເຊຍ ໄດ້​ກ່າວຢ້ຳ​ຄຳ​ເວົ້າ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ວ່າ ກອງ​ທະ​ຫານ ຣັດ​ເຊຍ ໄດ້​ຍິງ​ໂດ​ຣນ​ ຫຼື ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງຢູ​ເຄ​ຣນ​ຕົກ​ໃນ​ວັນ​ຈັນ​ມື້ນີ້, ດ້ວຍ​ຊາກ​ຫັກ​ພັງ​ຈາກ​ເຮືອ​ບິນ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ສາ​ມ​ຄົ​ນ​ເສຍ​ຊີ​ວິດ​ໃນ​ຂະ​ນະ​ທີ່​ມັນ​ໄດ້​ຕົກ​ລົງ​ໃສ່​ຖານ​ທັບ​ແຫ່ງ​ນຶ່ງ​ໃນ​ພາ​ກ​ໃຕ້​ຂອງ ຣັດ​ເຊຍ.

ກະ​ຊວງ​ໄດ້​ກ່າວ​ວ່າ​ໂດ​ຣນ​ລຳ​ນັ້ນ​ໄດ້​ບິນ​ໃນ​ລະ​ດັບ​ທີ່​ຕ່ຳ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້ນີ້ ໃນ​ຂະ​ນະ​ທີ່​ມັນ​ໄດ້​ບິນ​ເຂົ້າ​ໃກ້ສ​ະ​ໜາມ​ບິນ​ຂອງຖານ​ທັບ ເອັນ​ເຈ​ລ​ສ໌ (Engels) ໃນ​ພາກ​ພື້ນ ຊາ​ຣາ​ຕອ​ຟ ຂອງ ຣັດ​ເຊຍ, ແລະ ສາມ​ຄົນ​ທີ່​ເສຍ​ຊີ​ວິດ​ແມ່ນ​ທະ​ຫານ ຣັດ​ເຊຍ ຢູ່​ສະ​ໜາມ​ບິນ​ດັ່ງ​ກ່າວ.

ຖານ​ທັບ​ທີ່​ວ່າ​ນັ້ນ​ແມ່ນ​ຕັ້ງ​ຢູ່ 100 ກິ​ໂລ​ແມັດ​ຈາກ​ແຖວ​ໜ້າ​ໃນ ຢູ​ເຄ​ຣນ ບ່ອນ​ທີ່ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ບຸກ​ລຸກ​ໃນ​ເດືອນ​ກຸມ​ພ​າ​ທີ່​ຜ່ານ​ມາ.

ຣັດ​ເຊຍ ໄດ້​ກ່າວ​ວ່າ​ໂດ​ຣນຂອງ ຢູ​ເຄ​ຣນ ຫຼາຍ​ລຳ​ໄດ້​ໂຈມ​ຕີ​ຖານ​ທັບ​ດຽວ​ກັນ​ໃນ​ວັນ​ທີ 5 ທັນ​ວາທີ່​ຜ່ານ​ມາ.

ປະ​ທານ​າ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ຂອບ​ໃຈ​ຕໍ່​ທຸກ​ຄົນ​ຜູ້​ທີ່ “ໄດ້​ເຮັດ​ທຸກ​ຢ່າງ​ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ສາ​ມາ​ດ​ມີ​ຊີ​ວິດ​ຢູ່” ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ກ່າວ​ອວຍ​ພອນ​ວັນ ຄ​ຣິ​ສ​ມາ​ສ ໃນ​ວັນ​ອາ​ທິດ​ວານນີ້​ໃນ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ.

ໃນ​ຜູ້​ທີ່​ທ່ານ​ໄດ້​ກ່າວ​ຂອບ​ໃຈ​ນັ້ນ​ແມ່ນ​ເຈົ້າ​ໜ້າ​ທີ່ກອງ​ທັບ​ຜູ້​ທີ່​ໄດ້​ຄວບ​ຄຸມ​ແຖວ​ໜ້າ ແລະ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ດັນ​ໄປ​ຕື່ມ, ພ້ອມ​ກັບ​ພະ​ນັກ​ງານ​ສ້ອມ​ແປງ, ພະ​ນັກ​ງານ​ສາ​ທາ​ລະ​ນຸ​ປະ​ໂພກ, ອາ​ສາ​ສະ​ໝັກ, ພະ​ຍາ​ບານ ແລະ ແພດ​ໝໍ​ທຸກ​ຄົນ, ຄູ​ອາ​ຈານ ແລະ ຜູ້​ຊ່ຽວ​ຊານ​ດ້ານຂໍ້​ມູນ​ເທັກ​ໂນ​ໂລ​ຈີ, ແລະ ທຸກ​ຄົນ​ຜູ້​ທີ່​ໄດ້​ຊ່ວຍ​ເຫຼືອໃຫ້​ຢູ​ເຄ​ຣນກັບ​ຄືນ​ສະ​ພາບ​ເດີມ​ໄດ້.

ທ່ານ ເຊ​ເລັ​ນ​ສ​ກີ ຍັງ​ໄດ້​ຂອບ​ໃຈ​ບັນ​ດາ​ນັກ​ຂ່າວ​ຜູ້​ທີ່​ໄດ້​ເຜີຍ​ແຜ່​ຄວາມ​ຈິງ, ເຊັ່ນ​ດຽວ​ກັບ​ບັນ​ດາ​ຜູ້​ນຳ ແລະ ປະ​ຊາ​ຊົນ​ຂອງ​ໂລກ​ຜູ້​ທີ່​ສະ​ໜັບ​ສະ​ໜູນ​ຢູ​ເຄ​ຣນ.

ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ລະ​ມັດ​ລະ​ວັງ.

ທ່ານ​ ເຊ​ເລັ​ນ​ສ​ກີ ໄດ້​ກ່າວ​ວ່າ “ປີນີ້​ຍັງ​ເຫຼືອ​ອີກ​ພຽງ​ບໍ່​ເທົ່າ​ໃດ​ວັນ. ພວກ​ເຮົາ​ຕ້ອງ​ລະ​ວັງ​ວ່າ​ສັດ​ຕູ​ຂອງ​ພວກ​ເຮົາ​ຈະ​ພະ​ຍາ​ຍາມ​ເພື່ອ​ເຮັດ​ໃຫ້​ເວ​ລານີ້​ມືດ​ມົວ​ ແລະ ຫຍຸ້ງ​ຍາກ​ສຳ​ລັບ​ພວກ​ເຮົາ. ຣັດ​ເຊຍ ໄດ້​ສູນ​ເສຍ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໄດ້​ໃນ​ປີນີ້. ແຕ່​ເຂົາ​ເຈົ້າ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ທົດ​ແທນ​ສຳ​ລັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ສູນ​ເສຍໄປດ້ວຍ​ການ​ໂຄ​ສະ​ນາ​ຊວນ​ເຊື່ອ​ສະຫຼອງ​ໄຊ​ຊະ​ນະ​ຂອງ​ເຂົາ​ເຈົ້າ ຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ໃສ່​ປະ​ເທດ​ຂອງ​ພວກ​ເຮົາ, ໃສ່​ພາກ​ສ່ວນ​ພະ​ລັງ​ງານ​ຂອງ​ພວກ​ເຮົາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG