ຣັດເຊຍ ແລະຢູເຄຣນໄດ້ປະກາດໃນວັນພຸດວານນີ້ວ່າ ພວກເຂົາໄດ້ແລກປ່ຽນຊະເລີຍເສິກ ຫຼາຍຮ້ອຍຄົນ.
ບັນດາເຈົ້າໜ້າທີ່ຢູເຄຣນ ກ່າວວ່າ ທະຫານ 230 ຄົນຂອງພວກຕົນ ໄດ້ຖືກປ່ອຍໂຕ ໂດຍຣັດເຊຍ.
ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ ທະຫານ 248 ຄົນຂອງຕົນ ໄດ້ກັບຄືນບ້ານ ຈາກການຕົກເປັນຊະເລີຍເສິກຢູເຄຣນ ພາຍໃຕ້ຂໍ້ຕົກລົງທີ່ໄກ່ເກ່ຍໂດຍສະຫະລັດ ອາຣັບ ເອເມີເຣັສ.
ຜ່ານມາ ທັງ 2 ຝ່າຍ ໄດ້ແລກປ່ຽນນັກໂທດ ຫຼາຍຄັ້ງ ໃນລະຫວ່າງສົງຄາມເກືອບ 2 ປີ.
ກ່ອນໜ້ານີ້, ກະຊວງປ້ອງກັນປະເທດຣັດເຊຍ ກ່າວໃນວັນພຸດວານນີ້ວ່າ ການປ້ອງກັນທາງອາກາດຂອງຕົນ ໄດ້ທຳລາຍລູກສອນໄຟຂອງຢູເຄຣນ 12 ລູກ ໃນເຂດແບລໂກຣອດ (Belgorod), ບໍ່ເທົ່າໃດມື້ ຫຼັງຈາກການໂຈມຕີຂອງຢູເຄຣນ ໃນເຂດດຽວກັນທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 24 ຄົນ ແລະໄດ້ເຮັດໃຫ້ເກີດການໂຈມຕີທີ່ຮຸນແຮງຂຶ້ນ ຈາກປະທານາທິບໍດີຣັດເຊຍ ທ່ານ ວລາມີເມຍ ປູຕິນ.