ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ເວົ້າ​ວ່າ ​ພວກ​ເຂົາ​ຍິງ​ໂດ​ຣນ​ຂອງ ຢູ​ເຄ​ຣນ ຕົກ​ໃກ້​ກັບ ມົ​ສ​ກູ


ເດືອນ​ເພັງ​ຢູ່​ດ້ານ​ຫຼັງ​ຂອງ​ຕຶກ​ແຫ່ງ​ປະ​ຫວັດ​ສາດ ແລະ ພະ​ວິ​ຫານ ເຊັ້ນ ບາ​ຊິ​ລ, ຂວາ, ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ຍ່າງ​ຢູ່​ຈະ​ຕູ​ລັດ​ແດງ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 30 ສິງ​ຫາ 2023.
ເດືອນ​ເພັງ​ຢູ່​ດ້ານ​ຫຼັງ​ຂອງ​ຕຶກ​ແຫ່ງ​ປະ​ຫວັດ​ສາດ ແລະ ພະ​ວິ​ຫານ ເຊັ້ນ ບາ​ຊິ​ລ, ຂວາ, ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ຍ່າງ​ຢູ່​ຈະ​ຕູ​ລັດ​ແດງ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 30 ສິງ​ຫາ 2023.

ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ລະ​ບົບ​ປ້ອງ​ກັນທາງ​ອາ​ກາດ​ຂອງ​ປະ​ເທດ ​ໄດ້​ຍິງ​ໂດ​ຣນ​ຂອງ ຢູ​ເຄ​ຣນ ທີ່​ບິນ​ມາ​ສູ່​ນະ​ຄອນຫຼວງ ມົ​ສ​ກູ ຕົກ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ໄດ້​ກ່າວ​ວ່າ​ໂດ​ຣນ​ດັ່ງ​ກ່າວ​ຖືກ​ທຳ​ລາຍ​ຢູ່​ເທິງ​ທ້ອງ​ຟ້າ​ຂອງ​ເມືອງ ວອ​ສ​ເຄ​ຣ​ເຊັນ​ສ​ກີ.

ທ່ານ ເຊີ​ເກ ໂຊ​ເບຍ​ນິນ, ເຈົ້າ​ຄອງ​ນະ​ຄອນຫຼວງ ມົ​ສ​ກູ, ໄດ້​ກ່າວ​ໃນ Telegram ວ່າ​ມັນ​ບໍ່​ມີ​ລາຍ​ງານ ກ່ຽວ​ກັບ ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ ຫຼື ຄວາມ​ເສຍ​ຫາຍ.

ຢູ​ເຄ​ຣນ ໃນ​ວັນ​ພຸດ​ວານນີ້​ໄດ້​ເປີດ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ທີ່​ແນ​ເປົ້າ​ໃສ່ 6 ພາກ​ພື້ນ​ຂອງ ຣັດ​ເຊຍ, ລວມ​ທັງ​ໂຈມ​ຕີ​ໃສ່ສະ​ໜາມ​ບິນ ໃກ້​ກັບ​ເຂດ​ຊາຍ​ແດນ​ຂອງ ຣັດ​ເຊຍ ຕິດ​ກັບປະ​ເທດ ເອັ​ສ​ທົວເນຍ ແລະ ລັດ​ເວຍ. ໂດ​ຣນນັ້ນ​ໄດ້​ແຕກ​ເປັນ​ໄຟ​ຂະ​ໜາດ​ໃຫຍ່ ແລະ ໄດ້​ສ້າງ​ຄວາມ​ເສ​ຍ​ຫາຍ​ໃຫ້​ເຮືອ​ບິນ​ຂົນ​ສົ່​ງ​ທະ​ຫານ II-76, ເຊິ່ງ​ສາ​ມາດ​ຂົນ​ສົ່ງ​ເຄື່ອງ​ຈັກ​ໜັກ ແລະ ກອງ​ທະ​ຫານ, ອົງ​ການ​ຂ່າວ Tass ຂອງ ຣັດ​ເຊຍ ໄດ້​ລາຍ​ງານ​ໂດຍ​ອ້າງ​ອີງ​ເຖິງ​ພວກ​ເຈົ້າ​ໜ້າ​ທີ່​ສຸກ​ເສີນ.

ໂຄ​ສົກ​ວັງ​ເຄ​ຣັມ​ລິນ ທ່ານ ດິ​ມິ​ທ​ຣີ ເປັ​ສກອ​ຟ ໄດ້​ກ່າວ​ວ່າ​ກອງ​ທັບ ຣັດ​ເຊຍ ຈະ​ວິ​ເຄາະ​ຢ່າງບໍ່​ມີ​ຄວາມ​ສົງ​ໄສ “ກ່ຽວ​ກັບ ວິ​ທີ​ທີ່​ໂດ​ຣນ​ລຳ​ນີ້​ຖືກ​ເຮັດ​ແນວ​ໃດ ເພື່ອ​ທີ່​ຈະ​ເອົາ​ມາດ​ຕະ​ການ​ທີ່​ເໝາະ​ສົມ​ໃນ​ການ​ປ້ອງ​ກັນ​ສະ​ຖາ​ນະ​ການ​ແບບນີ້​ໃນ​ອະ​ນາ​ຄົດ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG