ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ກ່າວວ່າ ກຳປັ່ນທຸງຂອງຕົນ ໃນທະເລດຳ ​ໄດ້​ຮັບ​ຄວາມ​ເສຍ​ຫາຍຢ່າງໜັກ


​ກຳ​ປັ່ນບັນ​ທຸກ​ລູກ​ສອນໄຟ​ນຳ​ວິຖີ ມົ​ສ​ກາ​ວາ (Moskva) ຂອງ​ຣ​ັດ​ເຊຍ​ ແລ່ນ​ໄປໃນ​ເສັ້ນ​ທາງ​ທີ່​ມຸ້ງ​ໄປ​ຫາ​ທະ​ເລ​ເມ​ດິ​ເທີ​ເຣ​ນຽນ ໃນ​ເຂດນະ​ຄອນ Istanbul ຂອງ​ເທີ​ກີ, ວັນ​ທີ 18 ມິ​ຖຸ​ນາ, 2021.
​ກຳ​ປັ່ນບັນ​ທຸກ​ລູກ​ສອນໄຟ​ນຳ​ວິຖີ ມົ​ສ​ກາ​ວາ (Moskva) ຂອງ​ຣ​ັດ​ເຊຍ​ ແລ່ນ​ໄປໃນ​ເສັ້ນ​ທາງ​ທີ່​ມຸ້ງ​ໄປ​ຫາ​ທະ​ເລ​ເມ​ດິ​ເທີ​ເຣ​ນຽນ ໃນ​ເຂດນະ​ຄອນ Istanbul ຂອງ​ເທີ​ກີ, ວັນ​ທີ 18 ມິ​ຖຸ​ນາ, 2021.

ຣັດ​ເຊຍກ່າວ​ໃນ​ວັນ​ພະຫັດ​ມື້ນີ້​ວ່າ ກຳ​ປັ່ນ​ທີ່​ສຳ​ຄັນ​ສຸດ​ຫຼື​ເຮືອທຸງ​ຂອງກອງ​ທັບ​ເຮືອ​ຕົນຢູ່​ທະ​ເລ​ດຳ​ຂອງ​ຕົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​ແລະ​ພວກ​ລູກ​ເຮືອ​ທັງ​ໝົດ​ໄດ້​ຍົກ​ຍ້າຍອອກ​ໄປ ພາຍ​ຫລັງ​ອັນ​ທີ່ຣັດ​ເຊຍ​ກ່າວ​ວ່າ ​ເປັນ​ເຫດລະ​ເບີດ ​ແລະ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ຢູ​ເຄຣນ​ກ່າວ​ວ່າ​ ເປັນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟນັ້ນ.

ສື່​ມວນ​ຊົນ​ຣັດ​ເຊຍ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເຂົາ​ເຈົ້າທີ່​ໄດ້​ຖິ້ມ​ໂທດ​ໃສ່​ໄຟ​ໄໝ້ທີ່ເຮັດ​ໃຫ້​ລູກ​ປືນແຕກ​ຂຶ້ນ​ຢູ່​ເທິງ​ກຳ​ປັ່ນບັນ​ທຸກ​ລູກ​ສອນໄຟ​ນຳ​ວິຖີ ມົ​ສ​ກາ​ວາ (Moskva).

ເຈົ້າ​ຄອງ​ລັດໂອ​ເດ​ຊາ (Odesa) ກ່າວ​ວ່າ ລູກ​ສອນ​ໄຟສຳ​ລັບ​ຍິງ​ເຮືອ 2 ລູກ​ໄດ້ຍິງ​ໃສ່​ກຳ​ປັ່ນດັ່ງ​ກ່າວ.

ສ່ວນທຳນຽບຂາວ ​ໃນ​ວັນ​ພຸດ​ວານ​ນີ້ໄດ້ເພີ້ມ​ຄວາມໜັກ​ແໜ້ນ​ໃຫ້​ແກ່​ຄຳ​ຖະ​ແຫຼງ​ທີ່ບໍ່​ຄາດ​ຄິດ​ໄວ້ຂອງ​ປະທານາ ທິບໍດີ​ສະຫະລັດ, ທ່ານໂຈ ໄບ​ເດັນ ທີ່​ກ່າວ​ໃນ​ວັນ​ອັງຄານຜ່ານ​ມາ​ນີ້​ວ່າ ປະທາ ນາທິບໍດີຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ​ປູ​ຕິນ ອາດໄດ້ກະທຳ​ການຂ້າ​ລ້າງ​ເຜົ່າ​ພັນຢູ່ໃນ​ຢູ​ເຄຣນ.

ທ່ານ​ໄບ​ເດັນ​ຍັງ​ປະກາດ​ອີກ​ວ່າວໍ​ຊິງ​ຕັນ​ຈະ​ສົ່ງ​ອາວຸດ​ຍຸດ​ໂທ​ປະກອນ​ແລະ​ເຄື່ອງ​ຊ່ວຍ​ເຫຼືອ​ອື່ນໆ​ໃນ​ມູນ​ຄ່າ 800 ລ້ານ​ໂດ​ລາ​ ໄປ​ໃຫ້​ຢູເຄ​ຣນອີກ.

"ທ່ານປະທານາທິບໍດີໄດ້ເວົ້າໃນສິ່ງທີ່ພວກເຮົາທຸກຄົນເຫັນ ໃນສິ່ງທີ່ທ່ານຮູ້ສຶກ ວ່າມັນຈະແຈ້ງຄື​ກັບກາງ​ເວັນ ເມື່ອເວົ້າ​ເຖິງຄວາມໂຫດຮ້າຍທີ່ເກີດຂຶ້ນໃນພື້ນທີ່," ນັ້ນ​ຄື​ຄຳ​ເວົ້າ​ຂອງໂຄສົກທໍານຽບຂາວ, ທ່ານ​ນາງ​ເຈນ ຊາ​ກີ ທີ່​ເວົ້າ​ເຖິງຄຳ​ເຫັນ​ກ່ຽວ​ກັບ​ການຂ້າລ້າງເຜົ່າພັນ.

"ດັ່ງທີ່​ທ່ານໄດ້ກ່າວໃນມື້ວານນີ້, ແນ່ນອນຈະມີຂັ້ນ​ຕອນການທາງກົດຫມາຍອອກມາດຳ​ເນີນ ຢູ່ໃນຫ້ອງສານ ແຕ່ທ່ານເວົ້າໃນສິ່ງທີ່ທ່ານເຫັນ, ໄດ້ເຫັນໃນພື້ນທີ່ນັ້ນ ໃນສິ່ງທີ່ພວກເຮົາທຸກຄົນ ໄດ້ເຫັນໃນ​ແງ່ຂອງຄວາມ ໂຫດຮ້າຍຢູ່​ເທິງ​ພື້ນດິນ.”

ທ່ານນາງກ່າວຕື່ມວ່າ, "ບໍ່ວ່າທ່ານຈະເອີ້ນມັນວ່າອັນໃດກໍ​ຕາມ ຈຸດປະສົງຂອງ ພວກເຮົາໃນ ປັດຈຸບັນຄືຫຍັງ -ດັ່ງທີ່ຫຼັກຖານຂອງການຊ່ວຍເຫຼືອດ້ານການ ທະຫານອັນໃຫຍ່ຫຼວງ ທີ່ພວກ ເຮົາເອົາ​ອອກ​ມາ​ໃຫ້​ເຫັນໃນມື້ນີ້ -ຄືການສືບຕໍ່ ຊ່ວຍເຫຼືອ ແລະຊ່ວຍເຫຼືອຊາວຢູ​ເຄ​ຣນໃນ ສົງຄາມນີ້, ຊຶ່ງເປັນບ່ອນທີ່ພວກເຮົາເຫັນວ່າ​ມີການ​ກະ​ທຳໂຫດຮ້າຍເກີດຂຶ້ນທຸກໆ​ມື້."

ໂຄສົກວັງເຄ​ຣັ​ມ​ລິນ, ທ່ານດ​ມິດ​ຕ​ຣີ ເພ​ສກອ​ຟ (Dmitry Peskov) ໄດ້ປະຕິ ເສດຄຳບບັນ​ລະ​ຍາຍຂອງທ່ານໄບ​ເດັນ ໂດຍກ່າວວ່າ “ພວກເຮົາຖື​ວ່າ ຄວາມພະຍາຍາມທີ່ຈະບິດເບືອນສະ ຖານະການແບບນີ້ ເປັນສິ່ງທີ່ຍອມຮັບ ເອົາບໍ່ໄດ້. ອັນນີ້ເປັນການທີ່ຍອມຮັບໄດ້ຍາກ ​ເມື່ອ​ມັນ​ເວົ້າ​ມາຈາກປະທາ ນາທິບໍດີຂອງສະຫະລັດ, ປະເທດທີ່ຮູ້​ກັນ​ດີ​ວ່າ ໄດ້ກໍ່ອາຊະຍາກຳໃນຍຸກໃກ້ໆ ຜ່ານມານີ້.”

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG