ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ເອີ້ນຂໍ້ກ່າວຫາ ທີ່ເວົ້າວ່າຕົນມີ ສ່ວນກ່ຽວຂ້ອງ ກັບການຕາຍຂອງ ແມ່ຍິງ ອັງກິດ ວ່າ 'ເປັນຕາ ຢາກຫົວ'


ພາບຂອງທ່ານ ດີມິທຣີ ເພັສຄອບວ໌ ໂຄສົກຂອງປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ຢູ່ທີ່ວັງເຄຣມລິນ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 27 ມີນາ 2017.
ພາບຂອງທ່ານ ດີມິທຣີ ເພັສຄອບວ໌ ໂຄສົກຂອງປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ຢູ່ທີ່ວັງເຄຣມລິນ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 27 ມີນາ 2017.

ລັດຖະມົນຕີ ປ້ອງກັນປະເທດຂອງອັງກິດ ຖິ້ມໂທດໃສ່ ຣັດເຊຍ ສຳລັບການເສຍຊີວິດ
ຂອງແມ່ຍິງຜູ້ນຶ່ງ ຍ້ອນສານພິດ ເຊິ່ງເປັນສານພິດທຳລາຍລະບົບປະສາດ ແບບດຽວກັນ
ທີ່ໄດ້ຖືກນຳໃຊ້ຕໍ່ ອະດີດສາຍລັບຂອງຣັດເຊຍ ແລະ ລູກສາວຂອງລາວ ໃນເດືອນມີນາ
ຜ່ານມາ.

ລັດຖະມົນຕີປ້ອງກັນປະເທດ ທ່ານ ແກວິນ ວິລລຽມສັນ ໄດ້ກ່າວບອກສະພາແຫ່ງຊາດ
ໃນວັນຈັນວານນີ້ ວ່າ “ຄວາມຈິງແທ້ໆ ກໍແມ່ນວ່າ ຣັດເຊຍ ໄດ້ທຳການໂຈມຕີ ຢູ່ໃນ
ດິນແດນຂອງອັງກິດ ເຊິ່ງໄດ້ເຫັນການສູນເສຍຊີວິດ ຂອງພົນລະເມືອງອັງກິດຄົນນຶ່ງ.
ອັນນັ້ນ ເປັນສິ່ງທີ່ຂ້າພະເຈົ້າ ຄິດວ່າ ແທ້ຈິງແລ້ວ ໂລກ ຈະປຸ້ມລຸມເຂົ້າກັບພວກເຮົາ
ທຳການປະນາມ.”

ຮູບພາບສະແດງໃຫ້ເຫັນ ທາງເຂົ້າໂຮງໝໍ ຊອລສແບຣີ ທາງພາກໃຕ້ຂອງປະເທດອັງກິດ, ວັນທີ 4 ກໍລະກົດ 2018, ບ່ອນທີ່ນາງ ດອນ ສເຕີຣແຈັສ ເຂົ້າຮັກສາໂຕ ຍ້ອນຖືກສານພິດ ທຳລາຍລະບົບປະສາດ, ໄດ້ເສຍຊີວິດ ໃນວັນອາທິດ.
ຮູບພາບສະແດງໃຫ້ເຫັນ ທາງເຂົ້າໂຮງໝໍ ຊອລສແບຣີ ທາງພາກໃຕ້ຂອງປະເທດອັງກິດ, ວັນທີ 4 ກໍລະກົດ 2018, ບ່ອນທີ່ນາງ ດອນ ສເຕີຣແຈັສ ເຂົ້າຮັກສາໂຕ ຍ້ອນຖືກສານພິດ ທຳລາຍລະບົບປະສາດ, ໄດ້ເສຍຊີວິດ ໃນວັນອາທິດ.

ສ່ວນຣັດເຊຍ ໄດ້ກ່າວວ່າ ມັນເປັນເລື້ອງທີ່ “ເປັນຕາຢາກຫົວ” ທີ່ຄິດວ່າ ຕົນມີສ່ວນກ່ຽວ
ຂ້ອງໃດໆ ກັບການຕາຍຂອງແມ່ຍິງຄົນນັ້ນ.

ໂຄສົກວັງເຄຣມລິນ ທ່ານດີມິທຣີ ເພັສຄອບວ໌ ໄດ້ກ່າວວ່າ ຣັດເຊຍ ແມ່ນ “ມີຄວາມເປັນ
ຫ່ວງຢ່າງເລີກເຊິ່ງ ກ່ຽວກັບ ເຫດການວາງສານພິດທີ່ມີຢູ່ຕໍ່ເນື່ອງ ຢູ່ໃນດິນແດນຂອງ
ອັງກິດ”
ໂດຍເອີ້ນມັນວ່າ ເປັນຄວາມອັນຕະລາຍ ແກ່ຊາວຢູໂຣບ ໝົດທຸກຄົນ.

ຕຳຫຼວດອັງກິດ ໄດ້ເປີດການສືບສວນໃນດ້ານການຄາດຕະກຳ ຫຼັງຈາກທີ່ ນາງ ດອນ
ສເຕີຣແຈັສ ໄດ້ເສຍຊີວິດ ໃນວັນອາທິດຜ່ານມານີ້ ຢູ່ທີ່ໂຮງໝໍ ໃນເມືອງ ໂຊລສເບີຣີ
ທາງພາກໃຕ້ຂອງອັງກິດ.

ນາງດອນ ໄດ້ລົ້ມປ່ວຍ ໃນວັນທີ 30 ມິຖຸນາ ຜ່ານມາ ພ້ອມດ້ວຍ ຜູ້ເຄາະຮ້າຍອີກຄົນນຶ່ງ
ຄື ທ້າວ ຊາຣສ໌ ຣາວລີ ຜູ້ທີ່ໄດ້ຮັບການພະຍາບານຢູ່ທີ່ໂຮງໝໍ ໃນສະພາບການສາຫັດ.

ຕຳຫຼວດໄດ້ກ່າວວ່າ ທັງສອງຄົນ ໄດ້ສຳພັດກັບສານພິດ ໂນວີໂຊກ (Novichok) ເຊິ່ງ
ເປັນສານພິດແບບດຽວກັນ ທີ່ຖືກໃຊ້ຕໍ່ອະດີດສາຍລັບ ທ່ານ ເຊີເກ ສກຣີປາລ ແລະ ລູກສາວຂອງທ່ານ ນາງ ຈູເລຍ ຢູ່ໃນເມືອງໂຊລສເບີຣີ ໃນເດືອນມີນາ ຜ່ານມາ. ທັງສອງ
ຄົນນີ້ ລອດຊີວິດມາໄດ້.

ອັງກິດ ຍັງໄດ້ຖິ້ມໂທດໃສ່ ຣັດເຊຍ ສຳລັບ ການວາງສານພິດໃສ່ ຄອບຄົວ ສກຣີປາລ.
ຣັດເຊຍ ໄດ້ປະຕິເສດ ຕໍ່ຂໍ້ກ່າວຫາດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG