ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານປູຕິນ ບອກ ສຫລ ວ່າ ໃຫ້ຕັດ ພະນັກງານ ການທູດຢູ່ໃນຣັດເຊຍ ລົງ 755 ຄົນ


US Russia Sanctions
please wait
Embed

No media source currently available

0:00 0:01:07 0:00

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ສັ່ງໃຫ້ ສະຫະລັດ ຕັດພະນັກງານ
ການທູດຂອງຕົນ ຢູ່ໃນຣັດເຊຍ ລົງ 755 ຄົນ ໃນການຕອບໂຕ້ ຕໍ່ ການວາງມາດຕະ
ການລົງໂທດໃໝ່ ຂອງສະຫະລັດ ກ່ຽວກັບ ການແຊກແຊງເຂົ້າໃນການເລືອກຕັ້ງ
ປະທານາທິບໍດີ ປີ 2016 ນັ້ນ.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ້າວອອກມາຈາກເຮືອບິນ ໃນເວລາເດີນທາງມາເຖິງ ກອງປະຊຸມສຸດຍອດ G-20 ໃນນະຄອນ Hamburg, ທາງພາກເໜືອຂອງເຢຍຣະມັນ, ວັນທີ 7 ກໍລະກົດ 2017.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ້າວອອກມາຈາກເຮືອບິນ ໃນເວລາເດີນທາງມາເຖິງ ກອງປະຊຸມສຸດຍອດ G-20 ໃນນະຄອນ Hamburg, ທາງພາກເໜືອຂອງເຢຍຣະມັນ, ວັນທີ 7 ກໍລະກົດ 2017.

ທ່ານ ປູຕິນ ໄດ້ບອກເຄືອຂ່າຍໂທລະພາບຂອງຣັດເຊຍ ວ່າ ລັດຖະບານຂອງທ່ານ
ສາມາດເອົາມາດຕະການຕອບໂຕ້ຄືນ ຫຼາຍກວ່ານັ້ນ ຕໍ່ ສະຫະລັດ ແຕ່ວ່າ ທ່ານ
“ບໍ່ເຫັນດີນຳ ໃນມື້ນີ້.”

ກະຊວງການຕ່າງປະເທດ ສະຫະລັດ ໄດ້ເອີ້ນຄຳສັ່ງຂອງທ່ານປູຕິນ ວ່າ “ເປັນທີ່
ໜ້າເສຍໃຈ ແລະ ເປັນການກະທຳທີ່ບໍ່ໜ້າເກີດຂຶ້ນເລີຍ”
ແລະ ກ່າວວ່າ ຕົນກຳລັງ
ຊັ່ງຊາເບິ່ງຢູ່ວ່າ ຈະຕອບໂຕ້ແບບໃດ.

ລັດຖະສະພາ ສະຫະລັດ ໄດ້ຮັບຮອງເອົາມາດຕະການລົງໂທດໃໝ່ ເມື່ອວັນພະຫັດ
ຜ່ານມາ ໃນຊຸດນຶ່ງ ທີ່ປະກອບດ້ວຍມາດຕະການໃໝ່ ຕໍ່ອີຣ່ານ ແລະ ເກົາຫຼີເໜືອ.
ໃນວັນສຸກຜ່ານມາ ກະຊວງການຕ່າງປະເທດຂອງຣັດເຊຍ ໄດ້ປະກາດເປັນຄັ້ງທຳອິດ
ມາດຕະການຕອບໂຕ້ຄືນ ໂດຍກ່າວວ່າ ການວາງມາດຕະການລົງໂທດ ຢືນຢັນເຖິງ “ການຮຸກຮານຢ່າງໜັກ” ຂອງສະຫະລັດ ໃນເລື່ອງລະຫວ່າງປະເທດ.

ກະຊວງຕ່າງປະເທດຂອງຣັດເຊຍ ໄດ້ສະເໜີແນະ ໃຫ້ຫລຸດຜ່ອນ ນັກການທູດ
ສະຫະລັດ ແລະ ພະນັກງານຝ່າຍເທັກນິກ ຢູ່ໃນຣັດເຊຍ ລົງ ໃຫ້ຢູ່ໃນລະດັບແບບ
ດຽວກັນ ເທົ່າກັບ ພະນັກງານຂອງຣັດເຊຍ ຢູ່ໃນສະຫະລັດ. ກະຊວງນັ້ນ ໄດ້ກ່າວຕື່ມ
ວ່າ ການຕັດລົງນັ້ນ ໃຫ້ເປັນ 455 ຄົນ ຈະຕ້ອງສຳເລັດພາຍໃນທ້າຍເດືອນສິງຫານີ້.

ຮອງລັດຖະມົນຕີ ການຕ່າງປະເທດ ຂອງຣັດເຊຍ ທ່ານ Sergei Ryabkov.
ຮອງລັດຖະມົນຕີ ການຕ່າງປະເທດ ຂອງຣັດເຊຍ ທ່ານ Sergei Ryabkov.

“ຂ້າພະເຈົ້າຄິດວ່າ ດົນນານແລ້ວ ທີ່ການຕອບໂຕ້ຄືນນີ້ ແມ່ນຄວນມີ ດົນພໍສົມ
ຄວນແລ້ວ”
ນັ້ນແມ່ນຄຳເວົ້າຂອງ ຮອງລັດຖະມົນຕີ ການຕ່າງປະເທດຂອງຣັດເຊຍ
ທ່ານ Sergei Ryabkov ທີ່ໄດ້ກ່າວໃນວັນອາທິດວານນີ້ ໃນການໃຫ້ສຳພາດ ກັບ
ລາຍການຂ່າວ This Week ຂອງໂທລະພາບ ABC.

ທ່ານກ່າວວ່າ ຣັດເຊຍ ມີ “ຫີບເຄື່ອງມື ທີ່ອຸດົມສົບບູນຫຼາຍ” ທີ່ຕົນສາມາດນຳມາໃຊ້
ໃນແງ່ຂອງການເຄື່ອນໄຫວອື່ນໆ ທີ່ອາດເປັນໄປໄດ້.

ທ່ານ Ryabkov ກ່າວວ່າ “ມັນຈະເປັນເລື່ອງທີ່ໜ້າຢາກຫົວ ໃນສ່ວນຂອງຂ້າພະເຈົ້າ
ຄັນຈະເລີ່ມຄາດການໃນສິ່ງທີ່ອາດຈະເກີດຂຶ້ນ ຫຼື ບໍ່ເກີດຂຶ້ນນັ້ນ. ແຕ່ວ່າ ຂ້າພະເຈົ້າ
ສາມາດຮັບປະກັນໄດ້ ວ່າ ທາງເລືອກຕ່າງໆທີ່ແຕກຕ່າງກັນ ຈະນຳຂຶ້ນມາເຈລະຈາ
ແລະ ຈະໄດ້ຮັບການພິຈາລະນາໝົດທຸກຢ່າງ.”

Trump Expected to Sign New Russia Sanctions
please wait

No media source currently available

0:00 0:02:08 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG