ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ວ່າ ການຕອບໂຕ້ ຂອງ ຣັດເຊຍ ຕໍ່ການລົງໂທດ ແມ່ນບໍ່ເໝາະສົມ


ທ່ານ Mike Pence ຮອງປະທານາທິບໍດີສະຫະລັດ ສະແດງທ່າທາງອອກມາ ໃນເວລາທີ່ກ່າວ ຢູ່ໃນກອງປະຊຸມນັກຂ່າວ ຢູ່ນະຄອນ Tbilisi ປະເທດ Georgia ໃນວັນອັງຄານ ທີ 1 ສິງຫາ 2017 ນີ້.
ທ່ານ Mike Pence ຮອງປະທານາທິບໍດີສະຫະລັດ ສະແດງທ່າທາງອອກມາ ໃນເວລາທີ່ກ່າວ ຢູ່ໃນກອງປະຊຸມນັກຂ່າວ ຢູ່ນະຄອນ Tbilisi ປະເທດ Georgia ໃນວັນອັງຄານ ທີ 1 ສິງຫາ 2017 ນີ້.

ທ່ານ Mike Pence ຮອງປະທານາທິບໍດີສະຫະລັດ ກ່າວວ່າ ການ​ເອົາ​ມາດ​ຕະ
ການ​ທາງ​ການ​ທູດ​ເພື່ອຕອບໂຕ້ຄືນຂອງຣັດເຊຍ ຕໍ່ການລົງໂທດຄັ້ງໃໝ່ນີ້ ຈະບໍ່
ຂັດຂວາງ​ຕໍ່ຄວາມມຸ້ງໝັ້ນ​ໃນດ້ານຄວາມໝັ້ນຄົງຂອງຕົນ ແລະຂອງພັນທະມິດ
ແຕ່ຢ່າງໃດເລີຍ.

ໃນການກ່າວຄໍາປາໄສໃນເວລາໄປຢ້ຽມຢາມປະເທດຈໍເຈຍ ໃນວັນອັງຄານມື້ນີ້ນັ້ນ
ທ່ານ Pence ເວົ້າວ່າ ຮ່າງນິຕິກໍາກ່ຽວກັບການລົງໂທດດັ່ງກ່າວ ທີ່ທ່ານປະທານາ
ທິບໍດີ ດໍໂນລ ທຣໍາ ຈະເຊັນໃນໄວໆນີ້ ໄດ້ສົ່ງ "ສັນຍານເຕືອນທີ່ແຂງຂັນ" ວ່າ ການ​
ກະທຳ​ຂອງຣັດເຊຍໃນຢູເຄຣນ ແລະການໃຫ້ຄວາມສະໜັບສະໜຸນຕໍ່ອີຣ່ານ ແລະ
ຊີເຣຍນັ້ນ "ທ່າ​ທີຂອງປະເທດດັ່ງກ່າວຕ້ອງ ໄດ້ປ່ຽນ."

ລັດຖະສະພາໄດ້ຮັບຮອງເອົານະໂຍລາຍລົງໂທດດັ່ງກ່າວຢ່າງຖ້ວມລົ້ນ ໂດຍຈະລົງໂທດ
ຣັດເຊຍທີ່ໄດ້ແຊກແຊງເຂົ້າໃນການເລືອກຕັ້ງຂອງສະຫະລັດໃນປີ 2016 ພ້ອມໆກັບ
ເອົາມາດຕະການໃໝ່ຕໍ່ອີຣ່ານ ແລະເກົາຫລີເໜືອ. ຣັດເຊຍໄດ້ຕອບໂຕ້ຕໍ່ການລົງໂທດ
ດັ່ງກ່າວ ໂດຍການສັ່ງໃຫ້ສະຫະລັດ ຕັດຈໍານວນພະນັກງານຂອງຕົນ ທີ່ປະຈໍາຢູ່ຣັດເຊຍ
ຈໍານວນ 755 ຄົນ ຈາກຈໍານວນທັງໝົດທີ່ມີຫລາຍກວ່າ 1,200 ຄົນນັ້ນ.

ທ່ານ Pence ກ່າວອີກວ່າ "ທ່ານປະທານາທິບໍດີ ແລະລັດຖະສະພາຂອງພວກເຮົາ ແມ່ນເຫັນດີເຫັນພ້ອມນໍາກັນ ໃນການສົ່ງຄໍາເຕືອນຕໍ່ຣັດເຊຍ ຖ້າຈະໃຫ້ມີການພົວ
ພັນທີ່ດີຂຶ້ນກວ່າເກົ່າ, ມີການຍົກເລີກການລົງໂທດ ຣັດເຊຍຈະຕ້ອງໄດ້ປ່ຽນການ
ກະທໍາທີ່ພາໃຫ້ມີການວາງມາດຕະການລົງໂທດນັ້ນກ່ອນ."

ເຊື່ອກັນວ່າ ການຕອບ​ໂຕ້ຄືນຂອງຣັດເຊຍໃນຄັ້ງນີ້ ເປັນການຕັດຈໍານວນພະນັກງານ
ຄັ້ງນຶ່ງ ຄັ້ງດຽວ ໃຫຍ່ທີ່ສຸດ ຢູ່ໃນສະຖານທູດສະຫະລັດປະຈໍານະຄອນມົສກູ ແລະສະ
ຖານກົງສຸນຢູ່ແຫ່ງຕ່າງໆ ໃນຣັດເຊຍ ເຖິງແມ່ນວ່າ ຫລາຍຄົນທີ່ຖືກຕັດນັ້ນ ປະກົດວ່າ
ເປັນຊາວຣັດເຊຍ ທີ່ເຮັດວຽກງານໃນຕໍາແໜ່ງເປັນຜູ້ຊ່ວຍວຽກຫລາຍກວ່າ.

ປະທານາທິບໍດີ ວລາດີເມຍ ພູຕິນເວົ້າວ່າ ການຕັດຈະເຮັດໃຫ້ທັງຣັດເຊຍ ແລະສະຫະ
ລັດ ມີຈໍານວນພະນັກງານ ແລະນັກການທູດ ຢູ່ໃນນະຄອນວໍຊິງຕັນ ແລະໃນມົສກູ ມີ
ຈໍານວນເທົ່າກັນ ຊຶ່ງກໍຄື 455 ຄົນ.

ປະທານາທິບໍດີ ດໍໂນລທຣໍາ ແມ່ນບໍ່ມີຄວາມເຫັນຫຍັງກ່ຽວກັບບັນຫາດັ່ງກ່າວ ນັບແຕ່
ທ່ານພູຕິນໄດ້ປະກາດທ່າ​ທີຂອງຕົນອອກມາ. ເມື່ອຖືກຖາມກ່ຽວກັບເລື່ອງນີ້ໃນວັນຈັນ
ວານນີ້ ໂຄສົກ ປະຈໍາທໍານຽບຂາວ ທ່ານນາງ Sarah Huckabee Sanders ເວົ້າວ່າ
"ປັດຈຸບັນ ພວກເຮົາກໍາລັງທົບທວນຄືນ ທາງເລືອກຕ່າງໆຂອງພວກເຮົາຢູ່ ແລະເມື່ອໃດ
ພວກເຮົາຫາກມີຄໍາເຫັນກ່ຽວກັບເລື່ອງດັ່ງກ່າວແລ້ວພວກເຮົາຈະບອກໃຫ້ພວກທ່ານຊາບ.”

ກະຊວງການຕ່າງປະເທດສະຫະລັດເວົ້າວ່າ ຄໍາສັ່ງໃຫ້ຕັດຈໍານວນນັກການທູດອາເມຣິ
ກັນຢູ່ໃນຣັດເຊຍ "ເປັນການກະທໍາທີ່ໜ້າເສຍໃຈ ແລະບໍ່ເໝາະສົມ." ໂຄສົກປະຈໍາກະ
ຊວງທ່ານນຶ່ງເວົ້າວ່າ ບັນດາເຈົ້າໜ້າທີ່ສະຫະລັດ ກໍາລັງຊັ່ງຊາເບິ່ງວ່າ ຈະຕອບໂຕ້ຕໍ່ພູຕິນ
ແນວໃດດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້

U.S. Russia Sanctions
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG