ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢູ​ເຄ​ຣນ ແລະ ຣັດເຊຍ ລາຍ​ງານ​ວ່າ ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ ເພື່ອ​ຍາດ​ຊິງ​ເອົາເມືອງໂຊ​ເລ​ດາ ​ຂອງ​ຢູ​ເຄ​ຣນ

ທະ​ຫານ​ຂອງ​ຢູ​ເຄ​ຣນ​ຍິງ​ປືນ​​ຕ້ານ​ເຮືອ​ບິນ ໃນ​ຂະ​ນະ​ທີ່​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ຕໍ່ຢູ​ເຄ​ຣນ​ຍັງ​ສືບ​ຕໍ່ດຳ​ເນີນ​ໄປ ​ຢູ່​ໃນ​ເມືອງ​ບາກ​ມູດ​ທີ່​ເປັນ​ແນວ​ໜ້າຂອງ​ຢູ​ເຄ​ຣນ, ວັນ​ທີ 10 ມັງ​ກອນ, 2023
ທະ​ຫານ​ຂອງ​ຢູ​ເຄ​ຣນ​ຍິງ​ປືນ​​ຕ້ານ​ເຮືອ​ບິນ ໃນ​ຂະ​ນະ​ທີ່​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ຕໍ່ຢູ​ເຄ​ຣນ​ຍັງ​ສືບ​ຕໍ່ດຳ​ເນີນ​ໄປ ​ຢູ່​ໃນ​ເມືອງ​ບາກ​ມູດ​ທີ່​ເປັນ​ແນວ​ໜ້າຂອງ​ຢູ​ເຄ​ຣນ, ວັນ​ທີ 10 ມັງ​ກອນ, 2023

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ, ທ່ານ​ລອຍ ອອ​ສ​ຕິນ (Lloyd Austin) ກ່າວວ່າ ການສູ້ລົບຢູ່​ໃນເມືອງໂຊ​ເລ​ດາ (Soledar) ໃນພາກຕາເວັນອອກຂອງຢູເຄຣນ ແມ່ນການ​ສູ້​ລົບ​ທີ່ "ປ່ຽນ​ແປງ​ໄດ້​ງ່າຍ", ເປັນ "ການຕໍ່ສູ້ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ" ຫລາຍ ທ່າມກາງທີ່​ມີລາຍງານວ່າ ເມືອງດັ່ງ​ກ່າວໄດ້ຕົກໄປ​ເປັນ​ຂອງຣັດເຊຍແລ້ວ.

"ມາ​ເຖິງ​ຈຸດນີ້, ພວກເຮົາບໍ່ສາມາດຢືນຢັນລາຍງານນັ້ນໄດ້ເທື່ອ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານອອ​ສ​ຕິນ ທີ່ກ່າວຢູ່ໃນກອງປະຊຸມຖະ​ແຫລງຂ່າວຮ່ວມກັບລັດຖະມົນຕີກະ​ຊວງການຕ່າງປະເທດ, ທ່ານ​ແອນ​ໂຕ​ນີ ບ​ລິງ​ເຄັນ ແລະຄູ່ຮ່ວມຕຳ​ແໜ່ງຍີ່ປຸ່ນຂອງພວກເພິ່ນ ທີ່ກະຊວງການຕ່າງປະເທດໃນວັນພຸດວານນີ້.

ມີ​ການ​ກ່າວ​ອ້າງ ​ແລະການ​ເວົ້າ​ຂັດ​ກັນ​ກັບ​ການ​ກ່າວ​ອ້າງ ​ຈາກ​ທະຫານຣັດ​ເຊຍ ​ແລະ ​ຢູ​ເຄຣນກ່ຽວ​ກັບ​ວ່າ ​ໃຜ​ເປັນ​ຜູ້​ຄວບ​ຄຸມ​ເມືອງນັ້ນ.

ທ່ານ​ເຢບ​ເກນີ ພ​ຣີ​ໂກ​ຊິນ (Yevgeny Prigozhin) ຫົວໜ້າ​ກຸ່ມ​ທະຫານ​ຮັບຈ້າງ ແວັກ​ເນີ (Wagner) ຂອງຣັດ​ເຊຍກ່າວ​ວ່າ ​ກຳລັງ​ທະ​ຫານຂອງ​ທ່ານ​ໄດ້​ຍຶດ​ເອົາ​ເມືອງ​ບໍ່​ແຮ່ແຫ່ງ​ນັ້ນ​ໄດ້ທັງ​ໝົດ ​ແລະ​ໄດ້​ສັງຫານ​ທະຫານ​ຢູ​ເຄຣນ 500 ຄົນ ​ຢູ່ໃນ​ການ​ສູ້​ລົບ​ກັນ​ຢ່າງ​ໜັກໜ່ວງ.

ບໍ່​ເທົ່າ​ໃດນາ​ທີ​ຕໍ່​ມາ, ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ, ທ່ານ​ໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ ກ່າວ​ວ່າ ການ​ປະ​ທະ​ກັນ ​ຍັງ​ສືບ​ຕໍ່ດຳ​ເນີນ​ໄປຢູ່.

ພວກຣັດເຊຍ "ກໍາລັງພະຍາຍາມທໍາທ່າວ່າ ສ່ວນນຶ່ງຂອງເມືອງໂຊ​ເລ​ດາຂອງພວກເຮົາ ... ແມ່ນຄື​ວ່າ ຢູ່ການຄອບຄອງຂອງຣັດເຊຍແລ້ວ," ນັ້ນ​ຄື​ຄຳ​ເວົ້າຂອງ​ທ່ານ ທີ່​ກ່າວຢູ່ໃນການ​ປາ​ໄສ​ຜ່ານ​ທາງວິດີໂອ. ທ່ານ​ກ່າວ​ອີກວ່າ "ແຕ່ການຕໍ່ສູ້ຍັງສືບຕໍ່ໄປຢູ່. ໂຮງລະຄອນດອນ​ເນດ ທີ່ສະ​ແດງ​ໃຫ້​ເຫັນ​ການ​ປະ​ຕິດ​ບັດ​ງານກຳ​ລັງ​ເກີດ​ຂຶ້ນ."​

ລົດ​ຖັງ​ໄດ້​ຍິງ​ປືນໃສ່​ຂະ​ນະ​ທີ່​ມີການ​ໂຈມ​ຕີ​ຂອງ​ຣັດ​ເຊຍຕໍ່​ຢູ​ເຄ​ຣນ​ໃນ​ເມືອງ Soledar, ເຂດດອນ​ເນດຂອງ​ຢູ​ເຄ​ຣນ ທີ່​ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ​ຮູບ​ທີ່​ເຜີຍ​ແຜ່​ອອກ​ມາໃນ​ວັນ​ທີ 8 ມັງ​ກອນ, 2023 ແລະ​ໄດ້​ມາ​ຈາກວີ​ດິ​ໂອ​ທີ່​ເອົາ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍໂດຍ Reuters ໃນ​ວັນ​ທີ 10 ມັງ​ກອນ, 2023. ພາບສະ​ໜອງ​ໃຫ້​ໂດຍຫ້ອງ​ການ​ທະ​ຫານ​ປ້ອງ​ກັນຊາຍ​ແດນ​ຢູ​ເຄ​ຣນຜ່ານ REUTERS

ຢູ່ໃນ​ຖະ​ແຫຼ​ງການຜ່ານ​ທາງ​ເຟສບຸກນັ້ນ ​ພະ​ນັກ​ງານທົ່ວ​ໄປ​ຂອງ​ຢູ​ເຄ​ຣນກ່າວ​ວ່າ ກອງ​ກຳລັງ​ຣັດ​ເຊຍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ. ຣັດ​ເຊຍ​ໄດ້​ພະ​ຍາ​ຍາມ​ຍຶດ​ເອົາ​ເມືອງບໍ່​ເກືອນັ້ນ ​ມາ​ຕັ້ງ​ແຕ່​ເດືອນ​ສິງ​ຫາ ຍ້ອນວ່າ​ມັນ​ມີ​ຖ້ຳ​ເກືອ ແລະ​ໃກ້​ກັບເມືອງ​ບາກ​ມູດ.

ພື້ນທີ່ດັ່ງກ່າວ ແມ່ນນຶ່ງໃນຈຳ​ນວນ​ບ່ອນ​ທີ່ມີການຂັດແຍ້ງກັນດຳ​ເນີນ​ໄປ​ຫລາຍທີ່ສຸດ, ເຮັດໃຫ້ມັນມີຄວາມຫຍຸ້ງຍາກສໍາລັບການປະເມີນສະຖານະການແບບເປັນອິດ​ສະ​ຫລະໄດ້.

ຊ່າງພາບຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ ທີ່ໄປຮອດຊານ​ເມືອງຂອງ​ເມືອງ​ໂຊ​ເລ​ດາເມື່ອ ມໍ່ໆ ມານີ້ ກ່າວວ່ານາງສາມາດເຫັນຄວັນໄຟລຸກຂຶ້ນຢູ່ເມືອງນັ້ນ ແລະມີປືນໃຫຍ່ຍິງເຂົ້າມາ ຢ່າງບໍ່ຢຸດຢັ້ງ, ອີງ​ຕາມ​ການລາຍງານຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌. ລົດຂົນ​ສົ່ງ​ຄົນ​ເຈັບ ສຸກເສີນກໍາລັງລໍຖ້າຮັບຜູ້ໄດ້​ຮັບບາດເຈັບ ຢູ່ເສັ້ນທາງຈາກເມືອງ​ໂຊ​ເລ​ດາ ໄປຫາ​ບາກ​ມູດ.

XS
SM
MD
LG