ກຸ່ມ ແວກເນີ ທະຫານຮັບຈ້າງຂອງ ຣັດເຊຍ ໄດ້ອ້າງໃນວັນພຸດມື້ນີ້ວ່າພວກ ເຂົາໄດ້ເຂົ້າຄວບຄຸມເມືອງ ໂຊເລດາ ໃນພາກຕາເວັນອອກຂອງ ຢູເຄຣນ ເຊິ່ງການຕໍ່ສູ້ບາງສ່ວນ ຍັງເກີດຂຶ້ນໃນໃຈກາງຂອງເມືອງ.
ບັນດາເຈົ້າໜ້າທີ່ ຢູເຄຣນ ໄດ້ກ່າວວ່າ ກອງກຳລັງຂອງເຂົາເຈົ້າ ໄດ້ທຳການຕໍ່ຕ້ານຢັນໃນເມືອງ ໂຊເລດາ. ບໍລິເວນດັ່ງກ່າວແມ່ນນຶ່ງໃນບ່ອນທີ່ມີການຕໍ່ສູ້ກັນຫຼາຍທີ່ສຸດໃນຄວາມຂັດແຍ້ງ, ເຮັດໃຫ້ມັນຍາກສຳລັບການປະເມີນຜົນອິດສະຫຼະ ກ່ຽວກັບ ສະຖານະການ.
ກອງທັບຂອງ ຢູເຄຣນ ໄດ້ກ່າວໃນວັນອັງຄານວານນີ້ວ່າກຸ່ມ ແວກເນີ ແລະ ກອງກຳລັງ ຣັດເຊຍ ຄົງຈະໄດ້ຄວບຄຸມພື້ນທີ່ສ່ວນໃຫຍ່ຂອງເມືອງ ໂຊເລດາ, ເຊິ່ງຕັ້ງຢູ່ໃກ້ກັບເມືອງ ບາກມຸດ, ທີ່ເປັນນຶ່ງໃນເປົ້າໝາຍທີ່ສຳຄັນຂອງ ຣັດເຊຍ ຢູ່ຈຸດນີ້ຂອງການບຸກລຸກຂອງພວກເຂົາ.
ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສະຫະລັດ, ທ່ານ ອານາໂຕລີ ແອນໂຕນອຟ ໄດ້ກ່າວໃນແລງວັນອັງຄານວານນີ້ວ່າ ການຕັດສິນໃຈຂອງ ສະຫະລັດ ທີ່ຈະຝຶກຊ້ອມກອງທະຫານ ຢູເຄຣນ ກ່ຽວກັບ ການໃຊ້ລະບົບລູກສອນໄຟປ້ອງກັນ ແພທຣີອັອດ (Patriot) ຢູ່ຖານທັບ ຝອດ ຊິລ (Fort Sill) ໃນລັດ ໂອກລາໂຮມາ ຈະຢືນຢັນ “ການມີສ່ວນຮ່ວມຢ່າງແທ້ຈິງຂອງ ວໍຊິງຕັນ ໃນຄວາມຂັດແຍ້ງ ຢູເຄຣນ.”
ທ່ານ ອານາໂຕລອຟ ໄດ້ກ່າວຕໍ່ບັນດານັກຂ່າວ, ອີງຕາມຖະແຫຼງການທີ່ຖືກເປີດເຜີຍໂດຍສະຖານທູດ ຣັດເຊຍ ວ່າ “ເປົ້າໝາຍທີ່ແທ້ຈິງຂອງລັດຖະບານແມ່ນເພື່ອສ້າງຄວາມເສຍຫາຍຕໍ່ ຣັດເຊຍ ໃນສະໜາມລົບໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ດ້ວຍການໃຊ້ ຢູເຄຣນ ເປັນຕົວແທນ.”
ໂຄສົກທຳນຽບຫ້າແຈ ພົນຈັດຕະວາ ແພັດ ຣາຍເດີ ໄດ້ປະກາດໃນວັນອັງຄານວານນີ້ ໃນລະຫວ່າງກອງປະຊຸມລາຍງານຢູ່ທຳນຽບຫ້າແຈວ່າ ການຝຶກຊ້ອມຢູ່ຄ້າຍທະຫານ ຝອດ ຊິລ ອາດເລີ່ມຂຶ້ນ “ທັນທີໃນອາທິດໜ້າ.”
ທ່ານ ຣາຍເດີ ໄດ້ກ່າວວ່າ “ການຝຶກຊ້ອມຈະກຽມຄວາມພ້ອມ ໃຫ້ທະຫານ ຢູເຄຣນ ປະມານ 90 ຫາ 100 ຄົນເພື່ອປະຕິບັດການ, ຮັກສາ ແລະ ເບິ່ງແຍງເອົາໃຈໃສ່ໃນລະບົບປ້ອງກັນດັ່ງກ່າວ ໃນການຝຶກຊ້ອມທີ່ຄາດວ່າ ຈະໃຊ້ເວລາຫຼາຍເດືອນ.” ທ່ານກ່າວຕື່ມວ່າ ລະບົບຍິງລູກສອນໄຟ ແພທຣີອັອດ ຈະມອບຄວາມສາມາດອີກອັນນຶ່ງໃຫ້ ຢູເຄຣນ ເພື່ອປ້ອງກັນປະຊາຊົນຂອງເຂົາເຈົ້າ ຕໍ່ການໂຈມຕີທາງອາກາດທີ່ກຳລັງດຳເນີນຢູ່ຂອງ ຣັດເຊຍ.