ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ປູ​ຕິນ ຈະ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​ເປີດ​ສົງ​ຄາມ ຢູ​ເຄ​ຣນ


ເຮືອ​ບິນ ອີ​ລິວ​ຊິນ Il-96-300 ທີ່​ນຳ​ພາ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ເດີນ​ທາງ​ຮອດ​ສະ​ໜາ​ມ​ບິນ ແຮ​ລ​ຊິງ​ກິ-ວານ​ຕາ, ປະ​ເທດ ຟິນ​ແລນ. 21 ສິງ​ຫາ, 2019.
ເຮືອ​ບິນ ອີ​ລິວ​ຊິນ Il-96-300 ທີ່​ນຳ​ພາ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ເດີນ​ທາງ​ຮອດ​ສະ​ໜາ​ມ​ບິນ ແຮ​ລ​ຊິງ​ກິ-ວານ​ຕາ, ປະ​ເທດ ຟິນ​ແລນ. 21 ສິງ​ຫາ, 2019.

ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ຈະ​ຢ້ຽມ​ຢາມ​ສອງ​ປະ​ເທດ​ອະ​ດີດ​ສະ​ຫະ​ພາບ​ໂຊ​ຫວຽດ​ນ້ອຍໆ ຢູ່​ເອ​ເຊຍ​ກາງ​ໃນ​ອາ​ທິດນີ້, ໂທ​ລະ​ພາບ​ລັດ​ຖະ​ບານ ຣັດ​ເຊຍ ໄດ້​ລາຍ​ງານ​ ໃນ​ວັນ​ອາ​ທິດ​ວານນີ້, ໃນ​ສິ່ງ​ທີ່​ອາດ​ເປັນ​ການ​ເດີນ​ທາງໄປ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ຜູ້​ນຳ ຣັດ​ເຊຍ ນັບ​ຕັ້ງ​ແຕ່​ໄດ້ສັ່ງການ​ບຸກ​ລຸກ ຢູ​ເຄ​ຣນ.

ການ​ບຸກ​ລຸກ​ໃນ​ວັນ​ທີ 24 ກຸມ​ພາ​ທີ່​ຜ່ານ​ມາ​ຂອງ ຣັດ​ເຊຍ ໄດ້​ສັງ​ຫານຫຼາຍ​ພັນ​ຄົນ, ເຮັດ​ໃຫ້ຫຼາຍ​ລ້ານ​ຄົນ​ບໍ່​ມີ​ບ່ອນ​ຢູ່​ອາ​ໄສ ແລະ ໄດ້​ນຳ​ໄປ​ສູ່​ການ​ວາງ​ມາດ​ຕະ​ການ​ລົງ​ໂທດ​ທາງ​ການ​ເງິນ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ, ເຊິ່ງ​ທ່ານ ປູ​ຕິນ ເວົ້າ​ວ່າ​ແມ່ນ​ເຫດ​ຜົນ​ທີ່​ຈະ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ຄ້າ​ທີ່​ແຂງ​ແກ່ນກວ່າ​ເກົ່າ​ກັບ​ບັນ​ດາ​ມະ​ຫາ​ອຳ​ນາດ​ອື່ນໆ​ຄື ຈີນ, ອິນ​ເດຍ ແລະ ອີ​ຣ່ານ.

ທ່ານ ພາ​ແວ​ລ ຊາ​ຣູ​ບິນ, ນັກ​ຂ່າວ​ປະ​ຈຳ​ວັງ​ເຄ​ຣັມ​ລິນ ຂອງ​ໂທ​ລະ​ພາບ​ລັດ​ຖະ​ບານ Rossiya 1 ໄດ້​ກ່າວ​ວ່າ ທ່ານ ປູ​ຕິນ ຈະ​ຢ້ຽມ​ຢາມ​ປະ​ເທດ ຕາ​ຈິກ​ກິ​ສ​ຖານ ແລະ ເ​ຕີກ​ເມ​ນິ​ສ​ຖານ ແລະ ຫຼັງ​ຈາກ​ນັ້​ນ​ຈະ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນຍ​ເຊຍ ທ່ານ ໂຈ​ໂກ ວິ​ໂດ​ໂດ ສຳ​ລັບ​ການ​ເຈ​ລະ​ຈາ​ໃນ ມົ​ສ​ກູ.

ໃນ​ນະ​ຄອນຫຼວງ ດູ​ຊານ​ເບ, ທ່ານ ປູ​ຕິນ ຈະ​ພົບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເອ​ໂມ​ມາ​ລີ ຣາ​ມອນ, ເຊິ່ງ​ແມ່ນ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ຂອງ ຣັດ​ເຊຍ ແລະ ຜູ້​ປົກ​ຄອງ​ປະ​ເທດ​ທີ່​ດົນ​ທີ່​ສຸດ​ຂອງ​ປະ​ເທດ​ອະ​ດີດ​ສະ​ຫະ​ພາບ ໂຊ​ຫວ​ຽດ​ ນັ້ນ. ໃນ​ນະ​ຄອນຫຼວງ ອາ​ສ​ກາ​ບັດ, ທ່ານ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ປະ​ເທດ ທະ​ເລ ແຄ​ສ​ປຽນ ລວມ​ມີ​ຜູ້​ນຳ​ຈາກ​ປະ​ເທດ ອາ​ເຊີ​ບາຍ​ຈານ, ກາ​ຊັກ​ສ​ຖານ, ອີ​ຣ່ານ ແລະ ເ​ຕີກ​ເມ​ນິ​ສ​ຖານ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ຊາ​ຣູ​ບິນ.

ການ​ເດີນ​ທາງອອກນອກ​ປະ​ເທດ ຣັດ​ເຊຍ ​ທີ່​ຖືກ​ຮູ້​ຈັກ​ຄັ້ງ​ສຸດ​ທ້າຍ​ຂອງ​ທ່ານ ປູ​ຕິນ ແມ່ນ​ການ​ຢ້ຽມ​ຢາມ​ນະ​ຄອນຫຼວງ ປັກ​ກິ່ງ ໃນ​ຕົ້ນ​ເດືອນ​ກຸມ​ພາ, ບ່ອນ​ທີ່​ທ່ານ ແລະ ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໄດ້​ເປີດ​ຕົວສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ “​ຢ່າງບໍ່​ຈຳ​ກັດ” ຫຼາຍ​ຊົ່ວ​ໂມງ​ກ່ອນ​ທັງ​ສອງ​ທ່ານ​ໄດ້​ເຂົ້າ​ຮ່ວມ​ໃນ​ພິ​ທີ​ເປີດ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ.

ຣັດ​ເຊຍ ເວົ້າ​ວ່າ​ເຂົາ​ເຈົ້າ​ໄດ້​ສົ່ງ​ກອງ​ທະ​ຫານ​ເຂົ້າ​ໄປ​ໃນ ຢູ​ເຄ​ຣນ ໃນ​ວັນ​ທີ 24 ກຸມ​ພາ ເພື່ອຫຼຸດ​ຜ່ອນ​ຄວາມ​ສາ​ມາດ​ທາງ​ທະ​ຫານ​ຂອງ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ​ຂອງ​ເຂົາ​ເຈົ້າ, ເອົາ​ເຂົາ​ເຈົ້າ​ອອກ​ຈາກ​ການ​ຖືກ​ໃຊ້​ໂດຍ​ປະ​ເທດຕາ​ເວັນ​ຕົກ ເພື່ອ​ຂົ່​ມ​ຂູ່ ຣັດ​ເຊຍ, ກຳ​ຈັດ​ພວກ​ຊາດ​ນິ​ຍົມ ແລະ ປ້ອງ​ກັນພວກ​ທີ່​ປາກ​ພາ​ສາ ຣັດ​ເຊຍ ໃນ​ພາກ​ພື້ນ​ຕາ​ເວັນ​ອອກ. ຢູ​ເຄ​ຣນ ເອີ້ນ​ການ​ບຸກ​ລຸກ​ດັ່ງ​ກ່າວ​ວ່າ ການ​ຍຶດ​ດິນ​ແດນ​ແບບ​ຈັກ​ກະ​ພັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG