ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານປູຕິນ ຂອງ ຣັດເຊຍ, ທ່ານ ລີ ຂອງ ຮົງກົງ ເກືອບແນ່ນອນວ່າ ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ APEC


ທ່ານແມັດ ເມີເຣ, ເຈົ້າໜ້າທີ່ອາວຸໂສຂອງກະຊວງການຕ່າງປະເທດສະຫະລັດ ຮັບຜິດວຽກງານການຮ່ວມມືທາງດ້ານເສດຖະກິດໃນຂົງເຂດ ເອເຊຍ-ປາຊີຟິກ ຫຼື APEC.
ທ່ານແມັດ ເມີເຣ, ເຈົ້າໜ້າທີ່ອາວຸໂສຂອງກະຊວງການຕ່າງປະເທດສະຫະລັດ ຮັບຜິດວຽກງານການຮ່ວມມືທາງດ້ານເສດຖະກິດໃນຂົງເຂດ ເອເຊຍ-ປາຊີຟິກ ຫຼື APEC.

ສະຫະລັດໄດ້ເຊື້ອເຊີນສະມາຊິກທັງຫມົດຂອງກຸ່ມ ການຮ່ວມມືດ້ານເສດຖະກິດຢູ່ໃນຂົງເຂດ ເອເຊຍ-ປາຊີຟິກ ຫຼື APEC ເຂົ້າຮ່ວມກອງປະຊຸມຂອງບັນດາຜູ້ນໍາທີ່ຈະມາເຖິງ ໃນລັດຄາລິຟໍເນຍ, ແຕ່ວ່າ "ການເປັນຕົວແທນທີ່ເຫມາະສົມ" ສໍາລັບບາງຜູ້ນໍາທີ່ຢູ່ພາຍໃຕ້ມາດຕະການລົງໂທດຂອງສະຫະລັດ ແມ່ນກໍາລັງໄດ້ຮັບການດໍາເນີນງານຢູ່, ອີງຕາມເຈົ້າໜ້າທີ່ອາວຸໂສຂອງກະຊວງການຕ່າງປະເທດ.

ທ່ານແມັດທ໌ ເມີເຣ (Matt Murray) ເຈົ້າ​ໜ້າ​ທີ່​ຂັ້ນສູງຂອງສະຫະລັດ ຮັບຜິດຊອບວຽກງານ APEC ​ກ່າວ​ຕໍ່ຫົວໜ້ານັກຂ່າວ​ VOA ​ປະຈໍາ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄນກີ້ ຊິງ ເພື່ອ​ເບິ່ງ​ຕົວ​ຢ່າງກ່ອນ ​ກ່ຽວກັບ​ກອງ​ປະ​ຊຸມ​ສຸດຍອດຂອງກຸ່ມ APEC ທີ່​ຈະ​ເລີ້ມ​ຂຶ້ນ​ ໃນ​ກາງ​ເດືອນ​ພະ​ຈິກ​ ຢູ່ນະຄອນຊານຟານຊິສໂກ.

21 ປະເທດ​ເສດຖະກິດ​ຈາກກຸ່ມ APEC ຈະຈັດການ​ຫາລື​ກ່ຽວ​ກັບ​ບັນຫາ​ຕ່າງໆ ເຊິ່ງລວມມີ​ຄວາມ​ໝັ້ນຄົງທາງ​ດ້ານ​ພະລັງງານ, ສະບຽງ​ອາຫານດ້ານ​ກະສິກຳ​ແບບ​ຍືນ​ຍົງ, ​ອໍານາດທາງ​ດ້ານ​ເສດຖະກິດ​ ​ແລະສຸຂະພາບຂອງບັນດາແມ່ຍິງ.

ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ໄດ້ຖືກລົງໂທດໂດຍສະຫະລັດ ນັບຕັ້ງແຕ່ວັນທີ 25 ເດືອນກຸມພາ ປີ 2022 ເນື່ອງຈາກການຮຸກຮານ ຢູເຄຣນ ຂອງ ຣັດເຊຍ. ​ໃນ​ເດືອນ​ມີນາ, ສານ​ອາຍາ​ສາກົນ ຫຼື ICC ​ໄດ້​ອອກ​ໝາຍ​ຈັບ ​ທ່ານປູຕິນ. ໃນຂະນະທີ່ ສະຫະລັດ ບໍ່ຮັບຮູ້ຕໍ່ສານດັ່ງກ່າວ, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຍິນດີຕໍ່ການຕັດສິນໃຈຂອງ ICC ແລະກ່າວວ່າ ການເຄື່ອນໄຫວດັ່ງກ່າວແມ່ນເໝາະສົມແລ້ວ ເນື່ອງຈາກວ່າ ທ່ານ ປູຕິນ "ເປັນອາຊະຍາກອນສົງຄາມຢ່າງຈະແຈ້ງ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG