ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ຕ້ອງ​ຕິ​ປູ​ຕິນ ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບ​ການ​ດຳ​ເນີນ​ຄວາ​ມ​ພະ​ຍາ​ຍາມ ເພື່ອ​ຕໍ່​ຕ້ານ​ການ​ເຮັດ​ສົງ​ຄາມ ໃນ​ຢູ​ເຄ​ຣນ


ແຟ້ມ - ທ່ານ​ລຽວ​ໂອ​ນິດ ວອ​ລກອບ ຫົວ​ໜ້າ​ຜູ້​ຊ່ວຍ ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ຣັດ​ເຊຍ ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ (ຮູບ​ທີ່​ຢູ່​ດ້ານ​ຫຼັງ) ກ່າວ​ໃນ​ລະ​ຫວ່າງ​ການ​ໃຫ້​ສຳ​ພາດ ທີ່​ສະ​ພາ​ຢູ​ໂຣບ ໃນ​ເມືອງ​ສ​ຕ​ຣາ​ສບວກ ປະ​ເທດ​ຝ​ຣັ່ງ ເມື່ອ​ວັນ​ທີ 14 ທັນ​ວາ 2021.
ແຟ້ມ - ທ່ານ​ລຽວ​ໂອ​ນິດ ວອ​ລກອບ ຫົວ​ໜ້າ​ຜູ້​ຊ່ວຍ ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ຣັດ​ເຊຍ ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ (ຮູບ​ທີ່​ຢູ່​ດ້ານ​ຫຼັງ) ກ່າວ​ໃນ​ລະ​ຫວ່າງ​ການ​ໃຫ້​ສຳ​ພາດ ທີ່​ສະ​ພາ​ຢູ​ໂຣບ ໃນ​ເມືອງ​ສ​ຕ​ຣາ​ສບວກ ປະ​ເທດ​ຝ​ຣັ່ງ ເມື່ອ​ວັນ​ທີ 14 ທັນ​ວາ 2021.

ພວກ​ຕ້ອງ​ຕິ ​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ ປູ​ຕິນ ແຫ່ງ​ຣັດ​ເຊຍ ຊຶ່ງ​ໃນ​ເວ​ລາ​ນີ້​ຫຼົບ​ລີ້​ຢູ່​ເບື້ອງ​ຫຼັງ​ ກົດ​ລະ​ບຽບການຕິດ​ຕາມກວດ​ກາ​ຂອງວັງ​ເຄ​ຣັມ​ລິນນັ້ນ ພວມ​ທຳ​ການ​ປຸກ​ລະ​ດົມ​ຢ່າງ​ຂຸ້ນ​ຂ້ຽວ ເພື່ອ​ຕໍ່​ຕ້ານ​ການ​ເຮັດ​ສົງ​ຄາມ​ໃນ​ຢູ​ເຄ​ຣນ ອີງ​ຕາມ​ໂຄ​ສົກ​ຄົນ​ສຳ​ຄັນ​ຂອງ​ພັກ​ຝ່າຍ​ຄ້ານ.

ທ່ານ​ລຽວ​ໂອ​ນິດ ວອ​ລກອບ ຫົວ​ໜ້າ​ຜູ້​ຊ່ວຍ​ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ຂອງ​ຣັດ​ເຊ​ຍ​ທີ່​ຖືກ​ຄຸກ​ຢູ່​ໃນ​ເວ​ລານີ້ ກ່າວ​ວ່າ “ສົງ​ຄາມ​ໃນ​ຢູ​ເຄ​ຣນ​ພວມ​ທຳ​ການ​ຕໍ່​ສູ້​ຈາກ 3 ດ້ານ​ດ້ວຍ​ກັນ.” ທ່ານວອ​ລກອບ​ໄດ້​ເດີນ​ທາງ​ມາ​ວໍ​ຊິງ​ຕັນ​ໃນ​ເດືອນ​ພຶດ​ສະ​ພາ ເພື່ອ​ຮັບ​ລາງວັນ​ອິ​ດ​ສະ​ຫຼະ​ພາບ​ປີ 2022 ຂອງ​ສະ​ຖາ​ບັນ​ພັກ​ຣີ​ພັບ​ບ​ລີ​ກັນ​ລະ​ຫວ່າງ​ປະ​ເທດ ​ຫຼື IRI ໃນ​ນາມ​ຂອ​ງ​ທ່ານ​ນາ​ວາ​ລ​ນີ.

ໂດຍ​ລະ​ບຸ​ວ່າ​ທັງ 3 ດ້ານນັ້ນ​ແມ່ນ​ປະ​ກອບ​ດ້ວຍ​ການ​ທະ​ຫານ ຂໍ້​ມູນ​ຂ່າວ​ສານ​ແລະ​ເສດ​ຖະ​ກິດ ຊຶ່ງ​ທ່ານ​ຮັບ​ຮູ້​ວ່າ​ກຸ່​ມ​ສັງ​ຄົມ​ພົນ​ລະ​ເຮືອນ​ຂອງ​ຣັດ​ເຊຍ​ບໍ່​ສາ​ມາດ​ເຮັດ​ຫຍັງ​ໄດ້​ຫຼາຍ​ເພື່ອ​ຊ່ວຍ​ຢູ​ເຄ​ຣນ​ໃນ​ດ້ານ​ການ​ທະ​ຫານ.

ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ກ່າວ​ວ່າ ພວກ​ສະ​ໜັບ​ສະ​ໜຸນ​ທ່ານ​ນາ​ວາ​ລ​ນີ ກຳ​ລັງ​ທຳ​ການ​ຕໍ່​ສູ້​ຢ່າງ​ຂຸ້ນ​ຂ້ຽວ​ເພື່ອ​ຕໍ່​ຕ້ານ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ຂອງ​ປູ​ຕິນ “ບ່ອນ​ທີ່​ພວກ​ເຮົາ​ພວມ​ຕໍ່​ສູ້​ເພື່ອ​ປ່ຽນ​ແປງ​ທັດ​ສະ​ນະ​ຄະ​ຕິ​ຂອງ​ສັງ​ຄົມ​ຊາວ​ຣັດ​ເຊຍ” ແລະ​ພວກ​ເຂົາ​ເຈົ້າ​ປະ​ກອບ​ສ່ວນເຂົ້າ​ຮ່ວມໃນ​ການ​ລົງ​ໂທດ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ໂດຍ​ລະ​ບຸ​ພວກ​ສະ​ໜັບ​ສະ​ໜຸນ​ປູ​ຕິນ ແລະ​ຊັບ​ສິນ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານວອ​ລກອບ​ກ່າວ​ຕໍ່ແຂກ​ຂອງ​ສະ​ຖາ​ບັນ IRI ວ່າ ທ່ານ​ນາ​ວາ​ລ​ນີ​ແລ​ະ​ທີມ​ງານ​ຂອງ​ທ່ານ ໄດ້​ຮວບ​ຮວມ​ບັນ​ຊີ​ລາຍ​ຊື່ ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ພວກ​ສະ​ໜັບ

ສະ​ໜຸນແລະ​ສົ່ງ​ເສີມ​ສົງ​ຄາມ​ຂອງ​ປູ​ຕິນ 6,000 ຄົນ ທີ່​ປະ​ກອບ​ດ້ວຍ ພວກ​ນັກ​ທຸ​ລະ​ກິດ​ຮັ່ງ​ມີ​ທີ່​ມີ​ອິດ​ທິ​ພົນ​ທາງ​ການ​ເມືອງ ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ທີ່​ສໍ້​ລາດ​ບັງ​ຫຼວງ ເພື່ອນ​ຝູງ​ແລະ​ຄອບ​ຄົວ​ຂອງ​ລາວ.”

ທ່ານວອ​ລກອບ ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ແນະ​ນຳ​ໃຫ້​ລົງ​ໂທດ​ພວກ​ເຂົາ​ທັງ​ໝົດ ເຮັ​ດ​ໃຫ້​ປູ​ຕິນ​ເປັນ​ອັນ​ຕະ​ລາຍ​ແລະ​ຖືກ​ໂດດ​ດ່ຽວ. ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ສາ​ມາດ​ເວົ້າ​ໄດ້​ວ່າ ໃນ​ລະ​ຫວ່າງ​ການ​ພົບ​ປະ​ຂອງ​ຂ້າ​ພະ​ເຈົ້າ​ຢູ່ນີ້ ແນວ​ຄິດ​ດັ່ງ​ກ່າວ​ພົບ​ວ່າ​ມີ​ຜູ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ຫຼວງ​ຫຼາຍ.”

ໃນ​ດ້ານ​ຂໍ້​ມູນ​ຂ່າວ​ສານນັ້ນ ທ່ານວອ​ລກອບ ເວົ້າ​ວ່າ ທ່ານ​ນາ​ວາ​ລ​ນີ​ພວມ​ນຳ​ພາ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຕໍ່​ຕ້ານ​ການ​ໂຄ​ສະ​ນາ​ຊວນ​ເຊື່ອ​ຂອງ​ຣັດ​ເຊຍ​ທີ່​ວາດ​ພາບ​ວ່າ ສົງ​ຄາມ​ແມ່ນ​ “ການ​ປະ​ຕິ​ບັດ​ງານ​ພິ​ເສດ​ທາງ​ທະ​ຫານ” ແລະ​ປະ​ກາດ​ໃຫ້​ການ​ລາຍ​ງານ​ຄວາມ​ຈິງ​ເປັນ​ສິ່ງ​ທີ່​ຜິດ​ກົດ​ໝາຍ ເຖິງ​ແມ່ນ​ໃນ​ຂະ​ນະ​ທີ່​ພວມ​ຮັບ​ໃຊ້​ໂທດ​ຈຳ​ຄຸກ​ແບບ​ຄຸມ​ເຄືອ ທີ່​ໄດ້​ຖືກ​ຕໍ່​ເວ​ລາ​ອອກ​ໄປ​ຕື່ມ​ເປັນ 9 ປີ​ໃນ​ເດືອນ​ມີ​ນາ​ຜ່ານ​ມານັ້ນ.

ທ່ານ​ນາ​ວາ​ລ​ນີ “ຍັງ​ຕິດ​ຕໍ່​ກັບ​ໂລກ​ພາຍ​ນອກ​ໂດຍ​ຜ່ານ​ພວກ​ທະ​ນາຍ​ຄວາມ​ຂອງ​ທ່ານ” ແລະ​ດ້ວຍ​ການ​ສືບ​ຕໍ່​ມີ​ໜ້າໃນ​ສື່​ສັງ​ຄົມ ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານວອ​ລ ກອບ ແລະ​ດ້ວຍ​ເຫດນີ້ ມູນ​ນິ​ທິ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ທີ່​ທ່ານ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2011 ນັ້ນ ສາ​ມາດ​ຢູ່​ລອດ​ມາ​ໄດ້​ທັງໆ​ທີ່​ໄດ້​ຖືກ​ກົດ​ດັນ​ຢ່າງ​ໜັກ​ໜ່ວງ​ແລະ​ເວ​ລານີ້​ແມ່ນ​ມີ​ຄວາມ​ເຂັ້ມ​ແຂງ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ແຕ່​ກ່ອນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG