ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີໃສ່ແນວໜ້າດ້ານຕາເວັນອອກຂອງຣັດເຊຍ ເຮັດໃຫ້ຢູເຄຣນ ຕ້ອງອົບພະຍົບປະຊາຊົນຫຼາຍພັນຄົນ


ຊາວບ້ານທ້ອງຖິ່ນ ນາງ ວາເລນຕີນາ ອອສຕາເປນໂກ (Valentina Ostapenko) ເບິ່ງອອກໄປຈາກບ້ານທີ່ເສຍຫາຍຂອງນາງ ໃນໝູ່ບ້ານ Topol's'ke, ເຂດຄາຣ໌ກີບ ວັນທີ 5 ສິງຫາ 2023, ທ່າງກາງການຮຸກຮານຂອງຣັດເຊຍໃນຢູເຄຣນ
ຊາວບ້ານທ້ອງຖິ່ນ ນາງ ວາເລນຕີນາ ອອສຕາເປນໂກ (Valentina Ostapenko) ເບິ່ງອອກໄປຈາກບ້ານທີ່ເສຍຫາຍຂອງນາງ ໃນໝູ່ບ້ານ Topol's'ke, ເຂດຄາຣ໌ກີບ ວັນທີ 5 ສິງຫາ 2023, ທ່າງກາງການຮຸກຮານຂອງຣັດເຊຍໃນຢູເຄຣນ

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ໄດ້​ສັ່ງການທີ່ບັງຄັບ​ໃຫ້ພົນ​ລະ​ເຮືອນ​ເກືອບ 12,000 ຄົນ​ ຍມີ​ການ​ອົບ​ພະ​ຍົບອອກຈາກ 37 ເມືອງ ແລະ​ໝູ່​ບ້ານ​ຕ່າງໆ ຢູ່ໃນຂົງເຂດ ຄາຣກີບ ທາງພາກຕາເວັນອອກ ​ໃນ​ວັນ​ພະ​ຫັດ​ວານນີ້​ ເຊິ່ງ​ມີ​ລາຍ​ງານ​ວ່າ ກອງ​ກຳ​ລັງ​ຣັດ​ເຊຍ​ ພວມ​ພະ​ຍາ​ຍາມລວມໂຕ​ກັນ​ ເພື່ອບຸກ​ເຈາະ​ຜ່ານເຂດແນວ​ໜ້າ.

ໜ່ວຍງານທະຫານທ້ອງຖິ່ນ ໃນນະຄອນຄູປີອານາສກ໌ (Kupiansk) ຂອງ ຄາຣ໌ກີບ (Kharkiv) ກ່າວວ່າ ປະຊາຊົນຕ້ອງປະຕິບັດຕາມຄຳສັ່ງໃຫ້ອົບພະຍົບ ຫຼືລົງນາມໃນເອກະສານວ່າ ພວກເຂົາເຈົ້າຈະຢູ່ຕໍ່ ໂດຍຮັບຮູ້ເຖິງຄວາມສ່ຽງໄພຂອງຕົນເອງ. ຮອງລັດຖະມົນຕີກະຊວງປ້ອງກັນປະເທດຢູເຄຣນ ທ່ານນາງຮານນາ ມາເລຍອາ (Hanna Maliar) ໄດ້ກ່າວ ໃນມື້ກ່ອນໜ້ານີ້ວ່າ “ຄວາມຮຸນແຮງຂອງການສູ້ລົບ ແລະ ການຍິງປືນໃຫຍ່ຂອງສັດຕູແມ່ນຢູ່ໃນລະດັບສູງ” ໃນພື້ນທີ່ດັ່ງກ່າວ.

ນະຄອນຄູປີອານາສກ໌ (Kupiansk) ແລະ​ເຂດ​ດິນ​ແດນ​ອ້ອມ​ແອ້ມ​ນັ້ນ ໄດ້​ຢູ່​ພາຍ​ໃຕ້​ການ​ຍຶດ​ຄອງ​ຂອງ​ຣັດ​ເຊຍ ຈົນ​ຮອດ​ເດືອນ​ກັນຍາ ປີ 2022, ເມື່ອ​ກອງ​ກຳລັງ​ຢູເຄຣນ ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຢ່າງ​ວ່ອງ​ໄວ ເຊິ່ງ​ໄດ້​ຂັບ​ໄລ່​ກຳລັງ​ຂອງ​ວັງເຄຣມລິນ (Kremlin) ອອກ​ຈາກເຂດ ຄາຣ໌ກີບ (Kharkiv) ​ເກືອບ​ທັງ​ໝົດ​.

ການຍຶດເອົາເຂດເຫຼົ່ານັ້ນຄືນມາ ໄດ້ເພີ່ມຄວາມໜັກແໜ້ນໃຫ້ຂໍ້ໂຕ້ແຍ້ງຂອງຢູເຄຣນ ທີ່ວ່າ ທະຫານຂອງຕົນສາມາດເອົາຊະນະຣັດເຊຍໄດ້ຫຼາຍຂຶ້ນ ດ້ວຍການຈັດສົ່ງອາວຸດຍຸດໂທປະກອນເພີ່ມເຕີມ, ເຊິ່ງພັນທະມິດຕາເວັນຕົກໄດ້ສະໜອງໃຫ້ຢ່າງຖືກຕ້ອງ. ​ແຕ່​ໃນ​ຂະນະ​ທີ່​ຢູ​ເຄຣນ​ໄດ້​ສືບຕໍ່ດຳ​ເນີນ​ການ​ໂຈມ​ຕີຕອບໂຕ້ຄືນ​ແບບ​ຊ້າໆ​ໃນ​ອາທິດ​ທີ່​ຜ່ານ​ມາ, ກອງ​ກຳລັງຣັດ​ເຊຍ ກໍ​ໄດ້​ໂຈມ​ຕີ​ຄືນ​ ຢູ່ໃນ​ບາງ​ຂົງ​ເຂດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG