ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜັງສືພິມ ໂນວາຢາ ກາເຊຕາ ຂອງ ຣັດເຊຍ ໄດ້ໂຈະການນໍາສະເໜີຂ່າວ ລຸນຫຼັງທີ່ໄດ້ຖືກເຕືອນຈາກໜ່ວຍງານຄວບຄຸມຂ່າວສານ


ແຟ້ມຮູບ-ບັນນາທິການ ຜູ້ບໍລິຫານໃຫຍ່ຂອງໜັງສືພິມ ໂນວາຢາ ກາເຊຕາ ເຊິ່ງເປັນໜັງສືພິມກ່ຽວກັບການສືບສວນຢູ່ໃນ ຣັດເຊຍ ທ່ານດິມິທຣີ ມູຣາຕອບ, ເປັນນຶ່ງໃນຜູ້ທີ່ໄດ້ຮັບລາງວັນໂນເບລ ຂະແໜງສັນຕິພາບປະຈໍາປີ 2021, ເວົ້າກັບນັກຂ່າວຢູ່ໃນນະຄອນຫຼວງມົສກູ, ປະເທດ ຣັດເຊຍ, ວັນທີ 8 ຕຸລາ 2021.
ແຟ້ມຮູບ-ບັນນາທິການ ຜູ້ບໍລິຫານໃຫຍ່ຂອງໜັງສືພິມ ໂນວາຢາ ກາເຊຕາ ເຊິ່ງເປັນໜັງສືພິມກ່ຽວກັບການສືບສວນຢູ່ໃນ ຣັດເຊຍ ທ່ານດິມິທຣີ ມູຣາຕອບ, ເປັນນຶ່ງໃນຜູ້ທີ່ໄດ້ຮັບລາງວັນໂນເບລ ຂະແໜງສັນຕິພາບປະຈໍາປີ 2021, ເວົ້າກັບນັກຂ່າວຢູ່ໃນນະຄອນຫຼວງມົສກູ, ປະເທດ ຣັດເຊຍ, ວັນທີ 8 ຕຸລາ 2021.

ໜັງ​ສື​ພິມ ໂນວາຢາ ກາເຊຕາ (Novaya Gazeta) ຂອງ​ຣັດ​ເຊຍ ກ່າວໃນມື້ວັນຈັນວານນີ້ວ່າ ​ຕົນ​ໄດ້ໂຈະການນໍາສະເໜີຂ່າວທາງອອນລາຍ​ນ໌ແລະທາງໜັງສືພິມ ຈົນກວ່າສົງຄາມຢູ່ໃນ ຢູເຄຣນ ຈະສິ້ນສຸດລົງ.

ການຕັດສິນໃຈດັ່ງກ່າວ ມີຂຶ້ນລຸນຫຼັງທີ່ສື່ມວນຊົນອິດສະຫຼະ ເຊິ່ງບັນນາທິການຄື ທ່ານ ດິມິທຣີ ມູຣາຕອບ (Dmitry Muratov), ໄດ້ຮັບລາງວັນໂນແບລ ຂະ
ແໜງສັນຕິພາບ ປະຈໍາປີ 2021, ໄດ້ຮັບຄໍາເຕືອນອີກຄັ້ງຈາກອົງ​ການຄວບຄຸມ ສື່ມວນຊົນ ໂຣສກອມເນດເຊີ (Roskomnadzor).

“ພວກເຮົາໄດ້ໂຈະການນໍາສະເໜີຂ່າວສານຢູ່ທາງເວັບໄຊທ໌ຂ່າວຂອງພວກເຮົາ, ເຄືອຂ່າຍຂອງສື່ສັງຄົມອອນລາຍ ແລະ ການຕີພິມ ຈົນກວ່າຈະສິ້ນສຸດ ‘ປະຕິ ບັດການພິເສດຢູ່ໃນດິນແດນຂອງຢູເຄຣນ,” ຂ່າວໜັງສືພິມທີ່ຂຽນຢູ່ໃນເວັບໄຊທ໌ ໂດຍໃຊ້ຄໍາສັບທີ່ເປັນທາງການຂອງຣັດເຊຍ ໃນ​ການຮຸກຮານຢູເຄຣນ.

ອົງການຂ່າວຂອງລັດຖະບານຣັດເຊຍລາຍງານວ່າ ໜ່ວຍງານຄວບຄຸມໄດ້ອອກຄໍເຕືອນເຖິງ ໂນວາຢາ ກາເຊຕາ ເປັນຄັ້ງທີສອງວ່າ ດ້ວຍຄວາມລົ້ມແຫຼວ ໃນການລະບຸອົງກອນ ທີ່ບໍ່ຂຶ້ນກັບລັດຖະບານນັ້ນ ເຫັນວ່າ ເປັນການເຜີຍແຜ່ຂ່າວ ສານໂດຍເຈົ້າໜ້າທີ່ “ໂຕແທນຂອງຕ່າງປະເທດ.”

ອີງຕາມລາຍງານຂອງອົງການຂ່າວຝຣັ່ງທີ່ວ່າ ສານ ມີອໍານາດປິດສື່ມວນຊົນ ຖ້າຫາກພວກເຂົາເຈົ້າໄດ້ຮັບການເຕືອນເຖິງສອງເທື່ອໃນປີດຽວ.

ຜູ້ສັງເກດການແລະພວກເຈົ້າໜ້າທີ່ທີ່ຕິດຕາມເບິ່ງການເຄື່ອນໄຫວຂະໜາດໃຫຍ່ ໃນການຕອບໂຕ້ກ່ຽວກັບການລາຍງານຂ່າວສົງຄາມຢູ່ໃນ ຢູເຄຣນ ຂອງໜັງສືພິມ, ແລະການມີສ່ວນຮ່ວມຂອງ ມູຣາຕອບ ໃນການສໍາພາດ ກັບປະທານາທິ ບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໃນມື້ວັນອາທິດແລ້ວນີ້.

ໂຣສກົມນາດເຊີ ໄດ້ອອກຄໍາເຕືອນຕໍ່ສື່ມວນຊົນ ບໍ່ໃຫ້ນຳ​ອອກ​ເຜີຍ​ແຜ່ການສໍາພາດທ່ານເຊເລັນສກີ ແລະນັກຂ່າວຣັດເຊຍ.

ໃນຂໍ້ຄວາມທີ່ສົ່ງເຖິງຜູ້ອ່ານນັ້ນ, ທ່ານ ມູຣາຕອບ ກ່າວເຖິງການຕັດສິນໃຈ ໃນການໂຈະການດໍາເນີນງານຕ່າງໆ ແມ່ນມີຄວາມຍາກ ແຕ່ຈໍາເປັນ.

“ມັນບໍ່ມີທາງເລືອກອື່ນເລີຍ,” ຂໍ້ຄວາມໃນໜັງສືກ່າວ. “ສໍາລັບພວກເຮົາ, ພວກເຈົ້າ, ມັນເປັນການຕັດສິນໃຈທີ່ຂີ້ຮ້າຍ ແລະຍາກຫຼາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG