ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ບຸ​ກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ ແມ່ນສັນ​ຍານ​ຂອງ​ການ​ເຮັດ​ສົງ​ຄາມ​ແຫ່ງ​ຍຸກ​ສະ​ໄໝ​ໃໝ່


ຊາກ​ຫັກ​ພັງ​ຖົມ​ສາງ​ສະ​ຖາ​ນີ​ລົດ​ໄຟ ​ທີ່​ຖືກ​ທຳ​ລາຍ ຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ຂອງ ຣັດ​ເຊຍ ໃນ​ເມືອງ ຄາ​ກີບ, ຢູ​ເຄ​ຣນ, 28 ກັນ​ຍາ 2022.
ຊາກ​ຫັກ​ພັງ​ຖົມ​ສາງ​ສະ​ຖາ​ນີ​ລົດ​ໄຟ ​ທີ່​ຖືກ​ທຳ​ລາຍ ຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ຂອງ ຣັດ​ເຊຍ ໃນ​ເມືອງ ຄາ​ກີບ, ຢູ​ເຄ​ຣນ, 28 ກັນ​ຍາ 2022.

ມັນ​ມີ​ຄວາມ​ເປັນ​ຫ່ວງຫຼາຍ​ຂຶ້ນ​ໃນບັນ​ດາ​ເຈົ້າ​ໜ້າ​ທີ່ກອງ​ທັບ ແລະ ສືບ​ລັບ ສະ​ຫະ​ລັດ ທີ່ວ່າການ​ໃຊ້​ການ​ໂຈມ​ຕີ​ທາງ​ຄອມ​ພິວ​ເຕີ​ຂອງ ຣັດ​ເຊຍ ໃນ​ລະ​ຫວ່າງ​ການ​ເຮັດ​ສົງ​ຄາມ​ຂອງ​ພວກ​ເຂົາ​ຕໍ່ ຢູ​ເຄ​ຣນ ແມ່ນ​ກຳ​ລັງ​ນຳ​ສະ​ເໜີ​ການ​ຕໍ່​ສູ້ແຫ່ງ​ຍຸກສະ​ໄໝ​ໃໝ່​ເຊິ່ງເສັ້ນ​ຂີດ​ລະ​ຫວ່າງ ເຄືອ​ຂ່າຍ​ຄອມ​ພິວ​ເຕີ ແລະ ສະ​ໜາມ​ລົບ​ໃນ​ຊີ​ວິດ​ຈິງ​ ແມ່ນ​ໄດ້​ຖືກ​ລຶບ​ອອກ​ໄປ, ພ້ອມ​ກັບ​ຄວາມ​ຄິດທີ່​ວ່າ​ເປົ້າ​ໝາຍ​ທຸກໆ​ອັນ​ຈະ​ຍັງ​ຄົງ​ບໍ່​ຖືກ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ເຖິງ.

ແຕ່​ກົງ​ກັນ​ຂ້າມ, ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ໄດ້​ເຕືອນ​ວ່າ ພວກ​ສັດ​ຕູ​ຂອງ ສະ​ຫະ​ລັດ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເບິ່ງ​ຄວາມ​ພະ​ຍາ​ຍາມ​ຂອງ ມົ​ສ​ກູ ເພື່ອ​ໂຄ່ນ​ລົ້ມ ກີ​ຢິບ ແລະ ສະຫຼຸບ​ວ່າ​ພວກ​ເຂົາ​ບໍ່​ພຽງ​ແຕ່​ຕ້ອງ​ໄດ້​ປະ​ສານ​ການ​ໂຈມ​ຕີ​ທາງ​ຄອມ​ພິວ​ເຕີກັບ​ກົນ​ລະ​ຍຸດ​ຕາມ​ແຜນ, ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ​ເທົ່າ​ນັ້ນ, ແຕ່​ການ​ໂຈມ​ຕີ​ທາງ​ຄອມ​ພິວ​ເຕີ​ອາດ​ເປັນ​ທາງ​ເລືອກ​ການ​ໂຈມ​ຕີ​ທຳ​ອິດ​ທີ່​ດີ​ທີ່​ສຸດ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ອະ​ວຸ​ໂສ​ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ​ຕໍ່​ກຸ່ມ​ນັກ​ຂຽນ ກ່ຽວ​ກັບ ການ​ປ້ອງ​ກັນ​ປະ​ເທດ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ “ການ​ປະ​ຕິ​ບັດ​ການ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ມັນ​ກ່ຽວ​ຂ້ອງ​ກັບ​ເສັ້ນ​ສີ​ແດງສຳ​ລັບ​ຄວາມ​ຂັດ​ແຍ້ງ​ນັ້ນ ​ຄວນ​ເປັນສິ່ງ​ທີ່​ໜ້າ​ເປັນ​ຫ່ວງ​ສຳ​ລັບຫຼາຍ​ຄົນ.”

ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ​ໄດ້​ກ່າວ​ໃນ​ການ​ຕອບ​ຕໍ່​ຄຳ​ຖາມ​ຈາກ ວີ​ໂອ​ເອ, ໂດຍ​ຂໍ​ບໍ່​ອອກ​ຊື່​ພາຍ​ໃຕ້​ກົດ​ລະ​ບຽບ​ພື້ນ​ຖານ​ສຳ​ລັບ​ກອງ​ປະ​ຊຸມ​ລາຍ​ງານ​ວ່າ “ຖ້າ​ເຈົ້າ​ຈະ​ຖິ້​ມ​ລະ​ເບີດ​ໃສ່​ໂຮງ​ໄຟ​ຟ້າ, ຫຼື ຖ້າ​ເຈົ້າ​ມີ​ຄວາມ​ຍິນ​ດີ​ທີ່​ຈະ​ຖິ້ມ​ລະ​ເບີດ​ໃສ່​ເຄືອ​ຂ່າຍ​ລາງ​ລົດ​ໄຟ, ແລ້ວ​ເຈົ້າ​ກໍ​ມີ​ຄວາມ​ຍິນ​ດີ​ຢ່າງ​ແນ່​ນອນ ​ທີ່​ຈະ​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ຄອມ​ພິວ​ເຕີ​ ຕໍ່​ພວກ​ເຂົາ​ເຈົ້າ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG