ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຂ່າວ RT ຂອງຣັດເຊຍ ຈົດທະບຽນ ເປັນຕົວແທນ ຂອງຕ່າງປະເທດ ຢູ່ ສຫລ


ປ້າຍເຄື່ອງໝາຍໂທລະພາບ RT ຂອງຣັດເຊຍ ທີ່ລັດຖະບານ ຄວບຄຸມ ເບິ່ງຈາກຂ້າງນອກ ປະຕູປ່ອງຢ້ຽມແກ້ວ ຂອງ ຫ້ອງການບໍລິສັດ ທີ່ມົສກູ, ປະເທດຣັດເຊຍ. (27 ຕຸລາ 2017)
ປ້າຍເຄື່ອງໝາຍໂທລະພາບ RT ຂອງຣັດເຊຍ ທີ່ລັດຖະບານ ຄວບຄຸມ ເບິ່ງຈາກຂ້າງນອກ ປະຕູປ່ອງຢ້ຽມແກ້ວ ຂອງ ຫ້ອງການບໍລິສັດ ທີ່ມົສກູ, ປະເທດຣັດເຊຍ. (27 ຕຸລາ 2017)

ກະຊວງຍຸຕິທຳຂອງສະຫະລັດ ກ່າວວ່າ ອົງການຂ່າວ RT ທີ່ລັດຖະບານຣັດເຊຍຄວບ
ຄຸມ ໄດ້ຈົດທະບຽນເປັນຕົວແທນຂອງຕ່າງປະເທດ ຢູ່ໃນສະຫະລັດ.

ເຈົ້າໜ້າທີ່ສະຫະລັດ ໄດ້ໃຫ້ເວລາແກ່ອົງການຂ່າວ RT ຈົນຮອດວັນຈັນວານນີ້ເພື່ອຈົດ
ທະບຽນ ກ່ຽວກັບການປະຕິບັດງານຂອງຕົນ ຫຼືຖ້າບໍ່ດັ່ງນັ້ນແລ້ວ ກໍຈະປະເຊີນກັບການ
ເອົາບາດກ້າວທາງດ້ານກົດໝາຍ.

ຫົວໜ້າບັນນາທິການຂອງອົງການຂ່າວ RT ນາງ Margarita Simonyan ໄດ້ຂຽນລົງ
ໃນ Twitter ໃນວັນຈັນວານນີ້ວ່າ “ລະຫວ່າງ ການເອົາບາດກ້າວ ທາງດ້ານກົດໝາຍ ແລະການຈົດທະບຽນ ພວກເຮົາໄດ້ເລືອກເອົາອັນທີສອງ.”

ສະຫະລັດ ທວງໃຫ້ອົງການຂ່າວ RT ຈົດທະບຽນ ອາດສະທ້ອນເຖິງການກະທຳຂອງ
ມົສກູ ຊຶ່ງວັງເຄຣັມລິນກ່າວໃນອາທິດແລ້ວນີ້ວ່າ ຈະບັງຄັບໃຫ້ອົງການຂ່າວຕ່າງໆເຊັ່ນ
ວີໂອເອ ແລະວິທະຍຸຢູໂຣບເສລີ ທີ່ໄດ້ຮັບທຶນຈາກລັດຖະສະພາສະຫະລັດນັ້ນ ຈົດທະ
ບຽນຢູ່ໃນຣັດເຊຍ.

ອົງການຂ່າວ RT ໄດ້ຄັດຄ້ານຕໍ່ການຈົດທະບຽນ ໂດຍໂຕ້ຖຽງວ່າ ມັນຈະຂັດຂວາງຕໍ່ ການເຮັດວຽກຂອງຕົນຢູ່ໃນສະຫະລັດແລະບັງຄັບໃຫ້ຕົນຕ້ອງໄດ້ຕ້ອງໄດ້ເປີດເຜີຍຂໍ້
ມູນ ​ທີ່ຮວມທັງບ່ອນຢູ່ຂອງພວກພະນັກງານແລະເງິນເດືອນເຂົາ ເຈົ້າ.

ເຈົ້າໜ້າທີ່ສືບລັບ ຂອງສະຫະລັດຖືວ່າ ອົງການຂ່າວ RT ເປັນໜ່ວຍງານ ໂຄສະນາ
ຊວນເຊື່ອ ຂອງລັດຖະບານຣັດເຊຍ ແຕ່ອົງການຂ່າວ RT ເວົ້າວ່າ ຕົນເປັນອົງການ ເກັບກຳຂ່າວຂ່າວທີ່ມີຈຸດປະສົງຢູ່ໃນສະຫະລັດ. ໃນຂໍ້ຄວາມທີ່ພິມເຜີຍແຜ່ໂດຍເວັບ ໄຊຂອງກະຊວງຍຸຕິທຳໃນວັນຈັນວານນີ້ ເຈົ້າໜ້າທີ່ກ່າວວ່າ ການຈົດທະບຽນນີ້ແມ່ນ
ສະແດງໃຫ້ເຫັນ ຢ່າງຈະແຈ້ງວ່າ ແມ່ນໃຜເປັນຜູ້ຈ່າຍເງິນໃຫ້ແກ່ກິດຈະການຕ່າງໆ ຂອງອົງການຕ່າງປະເທດໃນສະຫະລັດ ​ແຕ່ກໍບໍ່ໄດ້ຈຳກັດກ່ຽວກັບເນື້ອໄນຂອງຂ່າວ
ທີ່ພວກເຂົາເຈົ້າໄດ້ນຳອອກເຜີຍແຜ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Russia US Media
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG