ກະຊວງປ້ອງກັນປະເທດຣັດເຊຍກ່າວໃນວັນພະຫັດມື້ນີ້ວ່າ ຕົນໄດ້ທຳລາຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຂອງຢູເຄຣນ 15 ລຳ ແລະລູກສອນໄຟ 8 ລູກ, ໃນຂະນະທີ່ເຈົ້າໜ້າຂອງຣັດເຊຍໃນພາກພື້ນທີ່ມີຊາຍແດນຕິດກັບຢູເຄຣນ ກ່າວວ່າ ມີຜູ້ເສຍຊີວິດນຶ່ງຄົນ ແລະອີກຫລາຍຄົນໄດ້ຮັບບາດເຈັບຈາກການໂຈມຕີດ້ວຍໂດຣນຂອງຢູເຄຣນ.
ທ່ານ ເວຍເຊັລລາຟ ແກັລດກອຟ (Vyacheslav Gladkov), ຜູ້ປົກຄອງເຂດ ແບລໂກຣອດ (Belgorod) ກ່າວວ່າ ຂໍ້ມູນເບື້ອງຕົ້ນໄດ້ຊີ້ໃຫ້ເຫັນວ່າ ມີຜູ້ຊາຍຄົນນຶ່ງຢູ່ໃນລົດ ເສຍຊີວິດ ໃນການໂຈມຕີ ໃນຂະນະທີ່ມີຜູ້ໄດ້ຮັບບາດເຈັບອີກຫລາຍຄົນ.
ທ່ານ ແກັລດກອຟ (Gladkov) ກ່າວວ່າ ເຮືອບິນບໍ່ມີຄົນຂັບອີກລຳນຶ່ງໄດ້ຕໍາໃສ່ຕົ້ນໄມ້ ເຮັດໃຫ້ມີຄື້ນຟອງລະເບີດທີ່ໄດ້ສ້າງຄວາມເສຍຫາຍໃຫ້ເຮືອນສອງຫລັງ ແຕ່ບໍ່ມີຜູ້ບາດເຈັບ.
ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ ໄດ້ສະກັດກັ້ນເຮືອບິນບໍ່ມີຄົນຂັບ 12 ລຳ ທີ່ບິນຂ້າມເຂດ ແບລໂກຣອດ (Belgorod) ແລະອີກ 3 ລຳຢູ່ເຂດ ເຄີສ(Kursk) ທາງພາກຕາເວັນຕົກຂອງຣັດເຊຍ.
ໃນຢູເຄຣນ, ທ່ານ ໂອເລ ຊີເນຮູໂບບວ໌ (Oleh Synehubov), ຜູ້ປົກຄອງເຂດ ຄາກີຟ (Kharkiv) ທາງພາກຕາເວັນອອກ ໄດ້ລາຍງານການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ.
ທ່ານ ຊີເນຮູໂບບວ໌ (Synehubov) ກ່າວວ່າ ບໍ່ມີລາຍງານຜູ້ບາດເຈັບ ຫຼືເສຍຊີວິດຈາກການໂຈມຕີດັ່ງກ່າວເທື່ອ.
ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ (Vladimir Putin) ກ່າວໃນວັນພຸດວານນີ້ວ່າ ມົສກູ ກຽມພ້ອມທີ່ຈະໃຊ້ອາວຸດນິວເຄລຍ ຖ້າອະທິປະໄຕ ຫຼືເອກະລາດຂອງຕົນຖືກຄຸກຄາມ, ພ້ອມນັ້ນ ຍັງໄດ້ເຕືອນສະຫະລັດອີກເທື່ອນຶ່ງວ່າ ຖ້າສະຫະລັດສົ່ງກຳລັງທະຫານໄປສູ້ລົບຢູ່ໃນຢູເຄຣນ ຈະຖືວ່າ ເປັນການເພີ້ມທະວີຄວາມຂັດແຍ້ງກັນ ໃຫ້ຮຸນແຮງຫຼາຍຂຶ້ນ.
ທ່ານ ປູຕິນ ກ່າວໃນການໃຫ້ສຳພາດຕໍ່ໂທລະພາບຂອງລັດວ່າ ບໍ່ມີຄວາມຈຳເປັນຕ້ອງນຳໃຊ້ອາວຸດນິວເຄລຍ ໃນການຮຸກຮານຢູເຄຣນເປັນເວລາ 2 ປີຂອງຣັດເຊຍ ແລະ ທ່ານບໍ່ຄິດວ່າ ໂລກຈະກ້າວໄປສູ່ການປະເຊີນໜ້າກັນທາງນິວເຄລຍ. ທ່ານໄດ້ພັນລະນາເຖິງປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ວ່າ ເປັນນັກການເມືອງນັກຮົບເກົ່າ ທີ່ເຂົ້າໃຈເຖິງອັນຕະລາຍຂອງສົງຄາມນິວເຄລຍ.
ຟໍຣັມສະແດງຄວາມຄິດເຫັນ