ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໕ ພຶດສະພາ ໒໐໒໔

ຣັດ​ເຊຍ ລາຍ​ງານ​ວ່າ​ຕົນ​ຍິງ ໂດ​ຣນ ຂອງ ຢູ​ເຄ​ຣນ ຕົກ 11 ລຳ​ ໃນ​ເຂດ ຣ​ອ​ສ​ຕອ​ຟ


ພາບ​ສະ​ແດງ​ໃຫ້​ເຫັນ​ລົດ​ທີ່​ຈອດ​ຢູ່​ຂ້າງ​ຕຶກ​ຖືກ​ທຳ​ລາຍ​ລຸນຫຼັງ​ການ​ລະ​ດົມ​ຍິງ, ເຊິ່ງ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ເອີ້ນ​ວ່າ​ເປັນ​ການ​ໂຈມ​ຕີ​ໂດຍກອງ​ທັບ ຢູ​ເຄ​ຣນ, ໃນ​ເມືອງ ແບ​ລ​ໂກ​ຣອດ, ຣັດ​ເຊຍ, 24 ມີ​ນາ 2024.
ພາບ​ສະ​ແດງ​ໃຫ້​ເຫັນ​ລົດ​ທີ່​ຈອດ​ຢູ່​ຂ້າງ​ຕຶກ​ຖືກ​ທຳ​ລາຍ​ລຸນຫຼັງ​ການ​ລະ​ດົມ​ຍິງ, ເຊິ່ງ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ເອີ້ນ​ວ່າ​ເປັນ​ການ​ໂຈມ​ຕີ​ໂດຍກອງ​ທັບ ຢູ​ເຄ​ຣນ, ໃນ​ເມືອງ ແບ​ລ​ໂກ​ຣອດ, ຣັດ​ເຊຍ, 24 ມີ​ນາ 2024.

ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ​ ເຂົາ​ເຈົ້າ​ໄດ້​ທຳ​ລາຍ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຢູ​ເຄ​ຣນ ໃນ​ເຂດ ຣອ​ສ​ຕອ​ຟ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ ຣັດ​ເຊຍ, ໃນ​ຂະ​ນະ​ທີ່​ໄຟ​ໄໝ້​ຢູ່​ໂຮງ​ໄຟ​ຟ້າ​ແຫ່ງ​ນຶ່ງ​ໃນ​ພາກ​ພື້ນ​ດັ່ງ​ກ່າວ ​ໄດ້​ລະ​ງັບ​ການ​ບໍ​ລິ​ການ​.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ​ ໄດ້​ກ່າວ​ວ່າ ​ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ​ພວກ​ເຂົາ​ໄດ້​ຍິງ​ໂດ​ຣນ​ຂອງ ຢູ​ເຄ​ຣນ ຕົກທັງ​ໝົດ 11 ລຳ​ ທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ໂຈມ​ຕີ​ນັ້ນ.

ທ່ານ ວາ​ຊີ​ລີ ໂກ​ລູ​ເບ​ຟ, ຜູ້​ປົກ​ຄອງ​ພາກ​ພື້ນ​ໃນ​ເຂດ ຣອ​ສ​ຕອ​ຟ, ໄດ້​ກ່າວ​ໃນ Telegram ວ່າ​ມັນ​ໄດ້​ມີ​ໄຟ​ໄໝ້​ຢູ່​ໂຮງ​ໄຟ​ຟ້າ ໂນ​ໂວ​ເຊີ​ຄາ​ສ, ທີ່​ເຮັດ​ໃຫ້​ໜ່ວຍ​ໄຟ​ຟ້າ​ສອງ​ໜ່ວຍ​ຂອງ​ເຂົາ​ເຈົ້າ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ການ​ປະ​ຕິ​ບັດ​ການ.

ຜູ້​ປະ​ຕິ​ບັດ​ງານ​ຂອງ​ໂຮງ​ໄຟ​ຟ້າ OGK-2, ໄດ້​ລາຍ​ງານ ກ່ຽວ​ກັບ ຜູ້​ບາດ​ເຈັບ ແລະ ເສຍ​ຊີ​ວິດ​ຈາກ​ເຫດ​ການ​ດັ່ງ​ກ່າວ ແລະ ໄດ້​ເວົ້າ​ວ່າ ​ອຸ​ປະ​ກອນ​ຢູ່​ໂຮງ​ງານ​ນັ້ນ​ແມ່ນ​ກຳ​ລັງ​ຖືກ​ປະ​ເມີນ​ຄວາມ​ເສຍ​ຫາຍ​ຢູ່.

ກອງ​ທັບ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ​ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ​ເຂົາ​ເຈົ້າ​ໄດ້​ຍິງ​ໂດ​ຣນ​ 8 ຈາກ 9 ລຳ​ຕົກທີ່ ຣັດ​ເຊຍ ໄດ້​ໃຊ້​ເພື່ອ​ແນ​ເປົ້າ​ໃສ່ ຢູ​ເຄ​ຣນ ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ.

ກອງ​ທັບ​ອາ​ກາດ​ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ການ​ສະ​ກັດ​ກັ້ນ​ໄດ້​ເກີດ​ຂຶ້ນ​ຢູ່​ພາກ​ພື້ນ ມິ​ໂຄ​ລາ​ອິບ ແລະ ໂອ​ເດ​ຊາ.

ທ່ານ ໂອ​ເລ ຄີ​ເປີ, ຜູ້​ປົ​ກ​ຄອງ​ພາກ​ພື້ນ ໂອ​ເດ​ຊາ, ໄດ້​ລາຍ​ງານ​ຄວາມ​ເສຍ​ຫາຍ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ພະ​ລັງ​ງານ, ແລະ ໄດ້​ກ່າວ​ວ່າ​ບາງ​ເຂດ​ແມ່ນບໍ່​ມີ​ການ​ບໍ​ລິ​ການ​ໄຟ​ຟ້າ.

ບໍ​ລິ​ສັດ DTEK ເຊິ່ງ​ແມ່ນ​ຜູ້​ຜະ​ລິດ​ພະ​ລັງ​ງານ​ລະ​ດັບ​ສູງ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ Telegram ວ່າ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ໂຮງ​ໄຟ​ຟ້າ​ຄວາມ​ແຮງ​ສູງແຫ່ງ​ນຶ່ງ. ບໍ​ລິ​ສັດ​ໄດ້​ກ່າວ​ວ່າ​ໃນ​ຂະ​ນະ​ທີ່​ການ​ບໍ​ລິ​ການ​ຕໍ່​ສະ​ຖານ​ທີ່ໆ​ສຳ​ຄັນ​ຕ່າງໆ​ແມ່ນ​ໄດ້​ສ້ອມ​ແປງ​ຄືນ​ແລ້ວ​ໃນ​ວັນ​ຈັນ​ມື້ນີ້, ການ​ປິດ​ໄຟ​ຟ້າ​ສຸກ​ເສີນ​ດ້ວຍ​ການ​ບໍ​ລິ​ການ​ທີ່​ຈຳ​ກັດ​ໃນ​ພາກ​ພື້ນ​ແມ່ນ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG