ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ສັງ​ຫານ 7 ຄົນ​ໃນ​ເມືອງ ຄາ​ກີບ ໃນ​ຂະ​ນະ​ທີ່​ທ່ານ ເຊ​ເລັນ​ສ​ກີ ຮຽກ​ຮ້ອງ​ຂໍ​ອາ​ວຸດ​ເພີ່ມ​ເຕີມ


ທະ​ຫານ​ຄົນ​ນຶ່ງກວດ​ກາ​ຊິ້ນ​ສ່ວນ​ຂອງ​ລະ​ບາດ​ອາ​ກາດ ຣັດ​ເຊຍ ທີ່​ຕົກ​ຖືກ​ເຂດ​ທີ່​ຢູ່​ອາ​ໄສ​ໃນ​ເມືອງ ຄາ​ກີບ, ຢູ​ເຄ​ຣນ, 22 ພຶດ​ສະ​ພາ 2024.
ທະ​ຫານ​ຄົນ​ນຶ່ງກວດ​ກາ​ຊິ້ນ​ສ່ວນ​ຂອງ​ລະ​ບາດ​ອາ​ກາດ ຣັດ​ເຊຍ ທີ່​ຕົກ​ຖືກ​ເຂດ​ທີ່​ຢູ່​ອາ​ໄສ​ໃນ​ເມືອງ ຄາ​ກີບ, ຢູ​ເຄ​ຣນ, 22 ພຶດ​ສະ​ພາ 2024.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ​ກ່າວ​ວ່າ​ ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 7 ຄົນ​ໃນ​ວັນ​ພະ​ຫັດ​ວານນີ້, ແລະ ບາດ​ເຈັບ​ອີກ 28 ຄົນ ​ໃນ​ເມືອງ ຄາ​ກີບ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ​ກ່າວ​ວ່າ​ການ​ໂຈມ​ຕີ​ດັ່ງ​ກ່າວ​ແມ່ນ “ໂຫດ​ຮ້າຍ​ທີ່​ສຸດ.” ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມອຶດ​ອັດ​ໃຈ​ທີ່ບໍ່​ໄດ້​ຮັບ​ລະ​ບົບ​ປ້ອງ​ກັນທາງ​ອາ​ກາດ​ຢ່າງ​ພຽງ​ພໍ​ຈາກ​ບັນ​ດາ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຂອງ ກີ​ຢິບ ເພື່​ອ​ປ້ອງ​ກັນ ຢູ​ເຄ​ຣນ ຕໍ່​ການ​ໂຈມ​ຕີ​ດັ່ງກ່າວ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ດິ​ມິ​ໂຕ​ຣ ຄູ​ເລ​ບາ ໄດ້​ກ່າວ​ຢ້ຳ​ຄຳ​ເວົ້າ​ຂອງ​ທ່ານ ເຊ​ເລັນ​ສ​ກີ, ໂດຍ​ເວົ້າ​ວ່າ ​ການ​ໂຈມ​ຕີ​ນັ້ນ​ໄດ້​ເນັ້ນ​ໃຫ້​ເຫັນ​ຄວາມ​ຕ້ອງ​ການ​ອັນ​ຮີບ​ດ່ວນ​ຂອງ ຢູ​ເຄ​ຣນ ສຳ​ລັບ​ລະ​ບົບ​ປ້ອງ​ກັນ​ອາ​ກາດ Patriot ທີ່​ຜະ​ລິດ​ໂດຍ ສະ​ຫະ​ລັດ ເພື່ອ​ປົກ​ປ້ອງ​ປະ​ຊາ​ຊົນ ຢູ​ເຄ​ຣນ ຈາກ​ການລະ​ດົມ​ຍິງ​ຈາກ​ທາງ​ອາ​ກາດ.

ທ່ານ​ໄດ້​ຂຽນ​ໃນສື່ສັງຄົມ X ວ່າ “ບໍ່​ເປັນ​ຈັ່ງ​ໂຊກ, ຄຳ​ວ່າ ​ຄວາມ​ສາ​ມັກ​ຄີ​ເທົ່າ​ນັ້ນ​ ທີ່ຈະບໍ່​ສາ​ມາດສະກັດ​ກັ້ນ​ລູກ​ສອນ​ໄຟ​ທັງຫຼາຍ​ຂອງ ຣັດ​ເຊຍ.”

ຜູ້​ປົກ​ຄອງ​ພາກ​ພື້ນ ຄາ​ກີບ ທ່ານ ໂອ​ເລ ຊີ​ເນ​ຮູບອ​ບ ​ກ່າວ​ໃນ Telegram ວ່າ ຣັດ​ເຊຍ ໄດ້​ໂຈມ​ຕີ​ເຂດ​ດັ່ງ​ກ່າວ​ຢ່າງ​ໜ້ອຍ 15 ຄັ້ງ.

ຄາ​ກີບ, ເຊິ່ງ​ແມ່ນ​ເມືອງ​ທີ່​ມີ​ປະ​ຊາ​ກອນ​ປະ​ມານ 1 ລ້ານ​ຄົນ ແລະ ເປັນ​ເມືອງ​ເອກ​ຂອງ​ພາກ​ພື້ນ​ທີ່​ມີ​ຊື່​ດຽວ​ກັນ​ນັ້ນ, ແມ່ນ​ຕັ້ງ​ຢູ່​ປະ​ມານ 19 ກິ​ໂລ​ແມັດ​ຈາກ​ເຂດ​ຊາຍ​ແດນ​ຕິດ​ກັບ ຣັດ​ເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG