ຣັດເຊຍ ກ່າວໃນວັນພຸດມື້ນີ້ວ່າ ຕົນໄດ້ຍິງເຮືອບິນບໍ່ມີຄົນຂັບຂອງຢູເຄຣນ 104 ລຳຕົກ ໃນຕອນກາງຄືນ ຂະນະທີ່ພວກເຂົາທໍາການໂຈມຕີໂດຍແນເປົ້າໝາຍໃສ່ຫຼາຍຂົງເຂດທີ່ກອງກຳລັງຂອງຢູເຄຣນ ບໍ່ໄດ້ທໍາການໂຈມຕີເລິກເຂົ້າໄປ ຣັດເຊຍ ເປັນປົກກະຕິ.
ກະຊວງປ້ອງກັນປະເທດຣັດເຊຍລາຍງານວ່າ ພວກເຂົາໄດ້ຍິງໂດຣນປະມານ 3 ສ່ວນສີ່ຕົກ ຢູ່ບໍລິເວນຊາຍແດນລະຫວ່າງ ຣັດເຊຍ ແລະ ຢູເຄຣນ, ລວມທັງຂົງເຂດ ເຄີສຄ໌, ບຣີອານສຄ໌, ສໂມເລັນສຄ໌ ແລະ ເບລໂກຣອດ.
ຜູ້ປົກຄອງຂົງເຂດ ສໂມເລັນສຄ໌, ທ່ານ ວາຊີລີ ອໂນຄິນ ກ່າວຜ່ານທາງ Telegram ວ່າ ຢູເຄຣນ ພະຍາຍາມໂຈມຕີໃສ່ໂຮງງານໄຟຟ້ານິວເຄລຍ, ແຕ່ທີ່ນັ້ນ ບໍ່ໄດ້ຮັບຄວາມເສຍຫາຍ ຫຼື ບໍ່ມີຜູ້ໄດ້ຮັບບາດເຈັບ ແລະເສຍຊີວິດ.
ຢູ່ ເບລໂກຣອດ, ຜູ້ປົກຄອງຂົງເຂດແຫ່ງນີ້ ທ່ານ ວີຢາເຊັສລາບວ໌ ກລາດກອບວ໌ (Vyacheslav Gladkov) ກ່າວວ່າ ໂດຣນຂອງ ຢູເຄຣນ ໄດ້ໂຈມຕີໃສ່ຕຶກອາພາດທ໌ເມັນແຫ່ງນຶ່ງ, ສົ່ງຜົນເຮັດໃຫ້ມີຜູ້ບາດເຈັບ 1 ຄົນ.
ນຶ່ງໃນການການໂຈມຕີທີ່ບໍ່ເຄີຍມີມາກ່ອນ ໄດ້ແນເປົ້າໝາຍໃສ່ພູມິພາກ ນິສນີ ໂນບໂກຣອດ, ເຊິ່ງຕັ້ງຢູ່ທາງຕາເວັນອອກສຽງໃຕ້ຂອງນະຄອນຫຼວງມົສກູ ແລະມີໄລຍະຫ່າງປະມານ 800 ກິໂລແມັດຈາກບໍລິເວນຊາຍແດນຂອງ ຢູເຄຣນ.
ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ ຕົນໄດ້ຍິງໂດຣນຕົກ 3 ລໍາ ຢູ່ບໍລິເວນພາກພື້ນດັ່ງກ່າວ, ເຊິ່ງຜູ້ປົກຄອງຂົງເຂດແຫ່ງນີ້ ທ່ານ ເກລບ ນິກິຕິນ ກ່າວວ່າ ເສດຊາກຂອງໂດຣນ ໄດ້ທໍາລາຍຕຶກອາຄານຫຼັງນຶ່ງ ແລະເຮັດໃຫ້ເກີດໄຟໄໝ້, ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບ.
ອາຄານທີ່ໄດ້ຮັບຄວາມເສຍຫາຍເບິ່ງຄືວ່າ ເປັນຂອງບໍລິສັດ ແພດໂຕຣເຄມິໂກລ ຊີບົວ, ໂດຍກ່າວວ່າ ບໍລິສັດແຫ່ງນີ້ ໄດ້ຢຸດການດໍາເນີນການຢູ່ໂຮງງານຂອງຕົນໃນເມືອງ ເຄສໂຕໂວ ລຸນຫຼັງເສດຊາກຂອງໂດຣນທີ່ຕົກລົງມາ ໄດ້ເຮັດໃຫ້ເກີດໄຟໄຫມ້.
ກອງກຳລັງປ້ອງກັນທາງອາກາດຂອງຣັດເຊຍ ຍັງໄດ້ຍິງໂດຣນຂອງ ຢູເຄຣນ ຕົກຢູ່ພູມິພາກ ທະເວີ ແລະ ເລນິນກຣາດ ທີ່ຕັ້ງຢູ່ທາງພາກເໜືອຂອງນະຄອນຫຼວງມົສກູ, ເຊິ່ງບໍ່ແມ່ນໃນບັນດາຂົງເຂດທີ່ປົກກະຕິແລ້ວ ເປັນເປົ້າໝາຍໃນການໂຈມຕີຂອງ ຢູເຄຣນ.
ຢູ່ຂົງເຂດ ມິໂຄລາອີບ ຂອງຢູເຄຣນ, ຜູ້ປົກຄອງ ທ່ານ ວິຕາລີ ຄິມ ກ່າວຜ່ານທາງ Telegram ວ່າ ການໂຈມຕີດ້ວຍລູກສອນໄຟຂອງ ຣັດເຊຍ ໄດ້ຍິງໃສ່ບັນດາທຸລະກິດອຸດສາຫະກຳກ່ຽວກັບສະບຽງອາຫານ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ.
ຜູ້ປົກຄອງຂົງເຂດ ໂອເດຊາ, ທ່ານ ໂອເລ ຄິບເປີ້ ກ່າວໃນວັນພຸດມື້ນີ້ວ່າ ໂດຣນຂອງ ຣັດເຊຍ ໄດ້ແນເປົ້າໝາຍໃສ່ພື້ນຖານໂຄງລ່າງຂອງທ່າກໍາປັ່ນ, ເຊິ່ງເຮັດໃຫ້ອາຄານຫຼາຍຫຼັງໄດ້ຮັບຄວາມເສຍຫາຍ ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ.
ຜູ້ປົກຄອງນະຄອນກີຢິບ, ທ່ານ ວິຕາລີ ຄລິດສ໌ໂກ ກ່າວຜ່ານທາງ Telegram ວ່າ ເສດຊາກຂອງໂດຣນທີ່ຕົກລົງມານັ້ນ ໄດ້ເຮັດໃຫ້ສະຖານີລົດໄຟໃຕ້ດິນແຫ່ງນຶ່ງໃນນະຄອນຫຼວງຂອງ ຢູເຄຣນ ໄດ້ຮັບຄວາມເສຍຫາຍ.
ບັນດາເຈົ້າໜ້າທີ່ໃນຂົງເຂດຊູມີກ່າວວ່າ ກອງກໍາລັງປ້ອງກັນທາງອາກາດຂອງຢູເຄຣນ ໄດ້ຍິງໂດຣນຕົກສອງລຳ ໃນຕອນກາງຄືນ.
ຟໍຣັມສະແດງຄວາມຄິດເຫັນ