ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວ​ວ່າ ຣັດ​ເຊຍ ​ພະຍາຍາມ​ ທີ່​ຈະ​ກີດ​ກັນ ການ​ສືບສວນ​ກ່ຽວ​ກັບ​ການ​ໂຈມ​ຕີ​ ດ້ວຍສານ​ເຄມີ​ ​ໃນ​ຊີ​ເຣຍ


ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ ທ່ານ​ນາງ​ແຮ​ເທີ ນາວ​ເອີ​ດ (Heather Nauert ) ຖະແຫຼງໃນກອງປະຊຸມຖະແຫຼງຂ່າວ ໃນກະ
ຊວງການຕ່າງປະເທດ ໃນວໍຊີຕັຍ, 9 ສິງຫາ 2017.
ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ ທ່ານ​ນາງ​ແຮ​ເທີ ນາວ​ເອີ​ດ (Heather Nauert ) ຖະແຫຼງໃນກອງປະຊຸມຖະແຫຼງຂ່າວ ໃນກະ ຊວງການຕ່າງປະເທດ ໃນວໍຊີຕັຍ, 9 ສິງຫາ 2017.

​ກະຊວງ​ການ​ຕ່າງ​ປະ​ເທດສະຫະລັດ ກ່າວ​ວ່າ ຣັດ​ເຊຍ​ໄດ້​ພະຍາຍາມ​ ທີ່​ຈະ​ກີດ​ກັນ
ບໍ່​ໃຫ້ອົງການ​ກວດກາ​ນາໆ​ຊາດ ​ເຂົ້າ​ໄປ​ສືບສວນ​ກ່ຽວ​ກັບ​ການ​ໂຈມ​ຕີ​ທີ່​ສົງໄສ​ວ່າ
ແມ່ນ​ການ​ໂຈມ​ຕີ​ດ້ວຍ​ສານ​ເຄມີ​ ​ໃນ​ຊີ​ເຣຍ ຊຶ່ງ “​ເຮັດ​ໃຫ້​ເປັນ​ການ​ຫຍຸ້ງຍາກ​ລຳບາກ” ​
ສຳລັບ​ພວກ​ຊ່ຽວຊານໃນ​ການ​ປະກອບວຽກ​ການທີ່​ວ່າ​ນີ້.

“ບາງທີພວກ​ເຂົາ​ຄົງ​ຕ້ອງການ​ແບບ​ນັ້ນ ​ເພາະວ່າ ພວກ​ເຂົາ​ເຈົ້າ​ຄົງ​ຮູ້​ແລ້ວ​ວ່າ ຍິ່ງ​ໃຊ້​
ເວລາດົນ​ເທົ່າໃດ ກໍຍິ່ງ​ດີ ​ໃນ​ການ​ທີ່​ຈະບໍ່​ໄດ້ສືບສວນສະຖານ​ທີ່ແຫ່ງ​ນັ້ນ ກ່ຽວ​ກັບ
ສານພິດເຄມີ ​ເພາະວ່າ ສານ​ເຄມີ ກໍ​ເລີ່​ມຈະ​ຈາງ​ຫາຍ​ໄປ​ແລ້ວ,”
​ຊຶ່ງໂຄສົກ​ຂອງ
​ກະຊວງ​ການ​ຕ່າງປະ​ເທດ​ ທ່ານ​ນາງ​ແຮ​ເທີ ນາວ​ເອີ​ດ ໄດ້​ກ່າວຕໍ່ໂທລະ​ພາບ ​ແອ​ລຮູຣາ
ໄປ.

ຄະນະ​ສືບສວນ​ຈາກອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ ຫຼື (OPCW) ​ໄດ້​ໄປ​ຮອດ​ຊີ​ເຣຍ​
ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ແຕ່​ວ່າ ຈົນ​ເທົ່າ​ເຖິງ​ປັດຈຸ​ບັນ​ນີ້ ຍັງ​ບໍ່​ທັນ​ໄດ້​ເລີ່​ມວຽກ​ງານ​ຂອງ
​ພວກ​ເພິ່ນໃນ​ເມືອງ ດູ​ມາ ເທື່ອ.

​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ກ່າວ​ວ່າ ຄະນະ​ຂອງອົງການ OPCW ​ແມ່ນ​ມີ​ໝາຍ​ກຳໜົດ​ທີ່​ຈະ​ໄປ​
ຍັງ​ເຂດ​ພວກ​ຕາ​ເວັນ​ອອກ​ຂອງນະຄອນຫຼວງ​ຂອງ​ຊີ​ເຣຍ ​ໃນ​ວັນ​ພຸດ​ມື້ອື່ນ​ນີ້.

ປະທານາທິບໍດີຣັ້ດເຊຍ (Vladimir Putin) ນັ່ງຟັງໃນກອງປະຊຸມໃນມົສກູ, ຣັດເຊຍ, 13 ເມສາ 2018.
ປະທານາທິບໍດີຣັ້ດເຊຍ (Vladimir Putin) ນັ່ງຟັງໃນກອງປະຊຸມໃນມົສກູ, ຣັດເຊຍ, 13 ເມສາ 2018.

ຣັດ​ເຊຍ ​ໄດ້​ຖິ້ມ​ໂທດ​ການ​ຫຼ້າ​ຊ້າ​ນີ້​ໃສ່ ການ​ໂຈມ​ຕີ​ທາງ​ອາກາດໃນວັນ​ເສົາ​ຜ່ານ​ມາ​ນີ້ ​
ຂອງ​ສະຫະລັດ ຝຣັ່ງ​ແລະ​ອັງກິດ ​ໃສ່​ສະຖານ​ທີ່​ບັນຈຸ​ສານ​ເຄມີ​ຂອງ​ຊີ​ເຣຍ 3 ​ແຫ່ງ.
ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ ​ເຊີ​ເກ ຣີອາ​ຢາ​ບຄອບ​ວ໌
ຍັງ​ໄດ້​ກ່າວ​ອີກ​ວ່າ ​ເຈດ​ຕະ​ນາ​ທີ່​ວ່າ​ນີ້ ​ແມ່ນ​ບໍ່​ໄດ້​ອະນຸຍາດ ​ເພາະວ່າ ມັນ ບໍ່​ໄດ້​ມີ​
ການ​ຢືນຢັນ ຈາກກະຊວງ​ປ້ອງ​ກັນ​ແລະຮັກສາ​ຄວາມປອດ​ໄພ​ຂອງອົງການສະຫະ
​ປະຊາ​ຊາດ​ເສຍ​ກ່ອນ.

​ເຈົ້າ​ໜ້າ​ທີ່ອົງການສະຫະ​ປະຊາ​ຊາດ ​ໃນ​ນິວຢອກ ປະຕິ​ເສດ​ຕໍ່​ການ​ກ່າວ​ອ້າງ​ດັ່ງກ່າວ.

“ອົງການສະຫະ​ປະຊາ​ຊາດ ​ໃຫ້ອະນຸຍາດ​ເຖິງຄວາມ​ຈຳ​ເປັນ​ທີ່​ຈະເປີດ​ທາງ​ໃຫ້​ອົງ
ການ OPCW ​ເຂົ້າ​ໄປປະຕິບັດ​ໜ້າ​ທີ່ໃນ​ເມືອງດູ​ມາ,”
ຊຶ່ງ​ທາງ​ໂຄສົກ​ຂອງ​ອົງການ
​ສະຫະ​ປະຊາ​ດທ່ານ ສ​ເຕັບ​ຟານ ດູ​ຈາຣິກ ​ໄດ້​ກ່າວ​ໄວ້ ​ແລະ​ທ່ານ​ຍັງ​ກ່າວ​ຕໍ່​ໄປ​ວ່າ
“ພວກ​ເຮົາ​ບໍ່​ໄດ້​ປະຕິ​ເສດ ຕໍ່​ຄຳ​ຂໍ​ຮ້ອງ​ຂອງ​ຄະນະ​ດັ່ງກ່າວ ​ໃຫ້ໄປ​ຍັງ​ເມືອງ ດູ​ມາ.”

ທ່ານ​ໄດ້​ກ່າວ​ເພີ່ມ​ຕື່ມ​ວ່າ ​ເລຂາທິການ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ
​ແອນ​ໂຕ​ນິ​ໂອ ກຸ​ຕແທ​ເ​ເຣັສ໌ ​ໄດ້ໃຫ້ການ​ສະ​ນັບ​ສະ​ໜຸນ​ໃນ​ການ​ສືບສວນ​ທີ່​ວ່າ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທ່ານ ເຊີເກ ລາວຣອບວ໌ (Sergey Lavrov) ເຂົ້າຮ່ວມໃນກອງປະຊຸມໃນມົສກູ, ຣັດເຊຍ, 5 ເມສາ 2018.
ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທ່ານ ເຊີເກ ລາວຣອບວ໌ (Sergey Lavrov) ເຂົ້າຮ່ວມໃນກອງປະຊຸມໃນມົສກູ, ຣັດເຊຍ, 5 ເມສາ 2018.

XS
SM
MD
LG