ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດ​ເຊຍ ​​ຍິງ​​ປືນ​ໃຫຍ່​ ຖະ​ຫຼົ່ມ​ເມືອງຊີວີ​ໂຣ​ໂດ​ແນັດ ຢູ່ພາກ​ຕາ​ເວັນ​ອອກ​ ຂອງຢູ​ເຄຣນ ​ຢ່າງ​ບໍ່​ຢຸດ​ຢັ້ງ


ຜູ້ຊາຍທີ່​ເປັນ​ຊາວ​ເມືອງ​ຍ່າງ​ໄປ​ຕາມ​ຊາກ​ຫັກ​ພັງຂອງ​ອາ​ຄານ​ທີ່​ຖືກ​ທະ​ຫານ​ໂຈມ​ຕີ ຂະ​ນະ​ທີ່​ຣັດ​ເຊຍໂຈ​ຕີ​ຢ່າງ​ຕໍ່​ເນື່ອງ​ໃນ​ເມືອງຊີວີ​ໂຣ​ໂດ​ແນັດ ເຂດ​ລູ​ຮານຂອງ​ຢູ​ເຄ​ຣນ, ວັນ​ທີ 16 ເມ​ສາ, 2022.
ຜູ້ຊາຍທີ່​ເປັນ​ຊາວ​ເມືອງ​ຍ່າງ​ໄປ​ຕາມ​ຊາກ​ຫັກ​ພັງຂອງ​ອາ​ຄານ​ທີ່​ຖືກ​ທະ​ຫານ​ໂຈມ​ຕີ ຂະ​ນະ​ທີ່​ຣັດ​ເຊຍໂຈ​ຕີ​ຢ່າງ​ຕໍ່​ເນື່ອງ​ໃນ​ເມືອງຊີວີ​ໂຣ​ໂດ​ແນັດ ເຂດ​ລູ​ຮານຂອງ​ຢູ​ເຄ​ຣນ, ວັນ​ທີ 16 ເມ​ສາ, 2022.

ຣັດ​ເຊຍ​ໄດ້​ຍິງ​ລູກ​ປືນ​ຖະ​ຫລົ່ມ​ເມືອງຊີວີ​ໂຣ​ໂດ​ແນັດ (Sievierodonetsk), ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ​ຢ່າງ​ບໍ່​ຢຸດ​ຢັ້ງ ຊຶ່ງຜູ້​ປົກ​ຄອງເຂດ​ລູຮານຍອມ​ຮັບ​ວ່າ ​ປັດ​ຈຸ​ບັນ​ກຳ​ລັງທະ​ຫານ​ຂອງມົ​ສ​ກູໄດ້ເຂົ້າ​ຄວບ​ຄຸມ 70 ເປີເຊັນຂອງ​ເມືອງ​ດັ່ງ​ກ່າວແລະ​ການ​ຍົກ​ຍ້າຍ​ພົນ​ລະ​ເຮືອນອອກ​ໄດ້​ຖືກ​ຢຸດສະ​ງັກ​ລົງ. ຜູ້​ປົກ​ຄອງຂົງເຂດລູຮານ ທ່ານ​ເຊີຣຮີ ແຮ​ເດ (Serhiy Haidai) ກ່າວ​ວ່າ ທະຫານ​ຢູ​ເຄຣນຈຳ​ນວນ​ນຶ່ງ​ຍັງ​ຕໍ່ສູ້​ຕ້ານ​ການ​ໂຈມ​ຕີ​ຂອງຣັດ​ເຊຍ ​ແຕ່​ຄົນ​ອື່ນໆ​ໄດ້​ຖອຍ​ໜີ​ໄປ.

ທ່ານແຮ​ເດ ກ່າວໃນການ​ຂຽນ​ລົງ​ທາງ​ເທ​ເລ​ແກ​ຣມວ່າ "ການ ຊ່ວຍເຫຼືອດ້ານມະນຸດສະທໍາໄປ​ໃຫ້ທີ່ນັ້ນແມ່ນເປັນ ໄປ​ບໍ່ໄດ້ເລີຍ."

ແຕ່​ທ່ານແຮ​ເດກໍກ່າວ​ວ່າ ​ເມືອງລີ​ຊີ​ຈັງສ໌ (Lysychanks) ​ເປັນ​ເມືອງ​ດຽວ​ໃນ​ເຂດ​ລູ​ຮານທີ່​ບໍ່​ໄດ້ຖືກ​ຍຶດ​ເອົາ​ໂດຍຣັດ​ເຊຍ ຫລື​ພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ໜູນ​ຫຼັງ​ໂດຍມົ​ສ​ກູ ຊຶ່ງຍັງ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຢູ​ເຄຣນຢ່າງ​ເຕັມ​ສ່ວນຢູ່.

ການຕໍ່ສູ້​ຍາດ​ແຍ່ງ​ເອົາ​ເມືອງຊີວີ​ໂຣ​ໂດ​ແນັດ (Sievierodonetsk), ຍັງຄົງເປັນຈຸ ສໍາຄັນສໍາລັບຈຸດປະສົງຂອງ ຣັດເຊຍທີ່ຈະຍຶດເອົາເຂດດອນ​ບາ​ສທີ່​ເປັນ​ເຂດ ອຸດສາຫະກໍາຂອງຢູເຄຣນ ໃນພາກຕາເວັນອອກຂອງປະເທດ ພາຍຫຼັງທີ່ປະ​ສົບ​ຄວາມລົ້ມແຫລວ ກ່ອນຫນ້ານີ້ ໃນລະຫວ່າງການໂຈມຕີເປັນເວ​ລາສາມເດືອນຂອງຕົນ ເພື່ອ ໂຄ່ນລົ້ມລັດຖະບານຂອງປະທານາທິບໍດີໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ ຫຼືຍຶດ ເອົານະຄອນຫຼວງກີ​ຢິບ.

ຖ້າຣັດເຊຍຈະຍຶດເອົ​ເມືອງຊີວີ​ໂຣ​ໂດ​ແນັດ ແລະເມືອງຄູ່ແຝດລີ​ຊີ​ຈັງສ໌ (Lysychanks) ທີ່ນ້ອຍກວ່າຂອງປະ​ເທດທີ່ຢູ່ຝັ່ງຕາເວັນຕົກຂອງແມ່ນ້ຳ ຊີ​ເວ​ສ໌​ກີ ​ໂດ​ແນັດ (Siverskyi Donets) ນັ້ນໄດ້​ແລ້ວ ມັນກໍຈະຍຶດເອົາເຂດ ລູຮານ ໄດ້​ທັງ​ໝົດ​ເລີຍ ຊຶ່ງ​ເປັນນຶ່ງໃນສອງແຂວງຂອງ​ເຂດດອນ​ບາ​ສທີ່ມົ​ສ​ກູອ້າງເອົາ​ກຳ​ມະ​ສິດແທນພວກແບ່ງ ແຍກດິນແດນ ແລະເປັນເປົ້າຫມາຍທີ່ສໍາຄັນໃນ​ການ​ເຮັດ​ສົງ​ຄາມຂອງປະທານາທິບໍດີວ​ລາ​ດິ​ເມຍ ປູຕິນ.

ທ່ານໂອ​ເລັກ​ແຊນ​ເດີ ສ​ຕ​ຣີ​ຢຸກ (Oleksandr Stryuk) ຫົວໜ້າ​ບໍລິຫານ​ເມືອງ ຊີວີ​ໂຣ​ໂດ​ແນັດກ່າວ​ຕໍ່ອົງ​ການ​ຂ່າວ​ຣອຍ​ເຕີ​ສວ່າ ປັດຈຸ​ບັນກອງ​ກຳລັງທະ​ຫານ​ຢູ​ເຄຣນຄວບ​ຄຸມ​ພຽງ 20 ເປີ​ເຊັນຂອງ​ເມືອງ​ນັ້ນ ກອງທັບ​ຣັດ​ເຊຍ​ມີ​ຫຼາຍ​ກວ່າ​ເຄິ່ງນຶ່ງ, ສ່ວນ​ທີ່​ເຫຼືອ​ໄດ້​ກາຍ​ເປັນ​ດິນແດນທີ່​ບໍ່ແມ່ນ​ຂອງ​ໃຜ".

ທ່ານ​ສ​ຕ​ຣີ​ຢຸກກ່າວອີກວ່າ "20 ເປີ​ເຊັນ ແມ່ນຖືກປົກປ້ອງຢ່າງເຂັ້ມ​ແຂງ​ຈາກ ກໍາລັງປະກອບອາວຸດຂອງພວກ​ເຮົາ." "​ໄດ້​ມີຄວາມພະຍາຍາມທີ່ຈະຂັບໄລ່ທະ ຫານຣັດເຊຍອອກໄປ ພວກ​ເຮົາ​ມີ​ຄວາມ​ຫວັງ​ວ່າ ..... ເຖິງແມ່ນວ່າຈະ​ມີ​ຫຍັງ​ເກີດຂຶ້ນ​ກໍ​ຕາມ ພວກເຮົາຈະປົດປ່ອຍເມືອງນີ້​ໃຫ້​ໄດ້."

ທ່ານແຮ​ເດ ຜູ້​ປົກ​ຄອງຂົງເຂດລູຮານກ່າວວ່າ ລີ​ຊີ​ຈັງສ໌ (Lysychanks) ແມ່ນ ປ້ອງກັນໄດ້​ງ່າຍ ​ເພາະ​ມັນຕັ້ງ ຢູ່ເທິງເນີນພູ, ແຕ່ທ່ານເຕືອນວ່າ ກອງກຳ​ລັງ​ທະ​ຫານ​ຣັດເຊຍຈະແນເປົ້າໃສ່ມັນດ້ວຍການຍິງປືນໃຫຍ່ ແລະປືນຄົກ ໃສ່ ເມື່ອໃດ​ຫາກຄວບຄຸມ​ເມືອງຊີວີ​ໂຣ​ໂດ​ແນັດໄດ້​ຢ່າງ​ເຕັມ​ສ່ວນ​ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG