ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ແລະ​ຣັດ​ເຊຍ ແລກ​ປ່ຽນ​ນັກ​ໂທດ: ດາ​ລາ​ບານ​ບ້ວງ​ກ​ຣາຍ​ເນີ້ ກັບ​ນັກ​ຄ້າ​ອາ​ວຸດ ວິກ​ເຕີ ບູດ​ທ໌


Brittney Griner Freed From Russian Prison in Exchange
please wait

No media source currently available

0:00 0:01:56 0:00

ດາ​ລາ​ບານ​ບ້ວງ ບ​ຣິດ​ນີ ກ​ຣາຍ​ເນີ້ ຖືກ​ປ່ອຍ​ໂດຍ​ຣັດ​ເຊຍ​ແລ້ວ

ສະ​ຫະ​ລັດ​ແລະ​ຣັດ​ເຊຍ ໄດ້​ແລກ​ປ່ຽນ​ນັກ​ໂທດ​ລະ​ດັບ​ສູງ ໃນ​ວັນ​ພະ​ຫັດ​ວານນີ້ ໂດຍ​ທີ່​ມົ​ສ​ກູ​ໄດ້​ປ່ອຍດາ​ລາ​ນັກ​ກິ​ລາ​ບານ​ບ້ວງ​ອາ​ຊີບ ບ​ຣິ​ດ​ນີ ກ​ຣາຍ​ເນີ້​ ແລະວໍ​ຊິງ​ຕັນ​ກໍ​ໄດ້​ມອບ​ນັກ​ຄ້າ​ອາ​ວຸດ​ຊື່​ສຽງ​ບໍ່​ດີ ທ້າວ​ວິກ​ເຕີ້ ບູດທ໌ ເພື່ອ​ເປັນ​ການ​ຕອບ​ແທນ.

ຣັດ​ເຊຍ ກ່າວ​ວ່າ ການ​ແລກ​ປ່ຽນ​ໄດ້​ມີ​ຂຶ້ນ​ທີ່​ສະ​ຫະ​ລັດ​ອາ​ຣັ​ບ​ເອ​ເມີ​ເຣັ​ສ. ຕໍ່​ມາ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ທ່ານ​ໂຈ ໄບ​ເດັນ ທີ່​ໄດ້​ກົດ​ດັນ​ລັດ​ຖະ​ບານ​ຣັດ​ເຊຍໃຫ້​ປ່ອຍ​ບ​ຣິດ​ນີ ກ​ຣາຍ​ເນີ້ ມາ​ແຕ່​ດົນ​ແລ້ວນັ້ນກໍ​ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການກ່ຽວ​ກັບ​ການ​ທີ່​ນາງຖືກ​ປ່ອຍ.

“ນາງຕາງ​ໜ້າ​ໄດ້​ດີ​ທີ່​ສຸດ​ໃຫ້​ແກ່​ອາ​ເມ​ຣິ​ກາ” ທ່ານ​ໄບ​ເດັນ ກ່​າວ​ທີ່​ທຳ​ນຽບ​ຂາວ​ ໂດຍ​ໃຫ້​ຂໍ​ສັງ​ເກດ​ວ່າ ນາງກ​ຣາຍ​ເນີ້​ຈະ​ເດີນ​ທາງ​ກັບ​ຄືນ​ມາ​ຍັງ​ສະ​ຫະ​ລັດ​ພາຍ​ໃນ​ເວ​ລາ 24 ຊົ່ວ​ໂມງ.

ທ່ານ​ໄບ​ເດັນ ​ກ່າວ​ວ່າ “ຂ້ອຍ​ໄດ້​ໂອ​ລົມ​ກັບ​ບ​ຣິດ​ນີ ກ​ຣາຍ​ເນີ້​ແລ້ວ. ນາງ​ປອດ​ໄພ. ນາງ​ພວມ​ຢູ່​ເທິງ​ເຮືອ​ບິນ. ນາງ​ພວມ​ເດີນ​ທາງ​ກັບ​ຄືນ​ບ້ານ. ຫຼັງ​ຈາກ​ຫຼາຍ​ເດືອນ​ທີ່​ຖືກ​ຂັງ​ແບບ​ບໍ່​ເປັນ​ທຳ​ຢູ່​ຣັດ​ເຊຍ ຖືກ​ຄຸມ​ຂັງ​ພາຍ​ໃຕ້​ສະ​ພາບ​ການ​ທີ່​ເຫຼືອ​ທົນ. ບ​ຣິດ​ນີ ໃນ​ໄວໆ​ນີ້​ກໍ​ຈະ​ກັບ​ຄືນ​ມາ​ຢູ່​ພາຍ​ໃຕ້​ອ້ອມກອດ ​ຂອງ​ຜູ້​ທີ່​ຮັກ​ຫອມ ແລະ​ນາງ​ຄວນ​ຢູ່​ທີ່ນັ້ນ​ມາ​ໂດຍ​ຕະ​ຫຼອດ.”

​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຖະ​ແຫຼງທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ພະ​ຫັດ​ທີ 8 ທັນາ 2022 ຢູ່ວ​ໍ​ຊິງ​ຕັນ. ປະ​ທາ​ນາ​ທິ​ບໍ​ດີ​ຢູ່​ກາງ ດ້ານ​ຊ້າຍແມ່ນຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ ແລະ​ນາ​ງ​ເຊີ​ແຣ​ລ ກ​ຣາຍ​ເນີ້ ພັນ​ລະ​ຍາ​ຂອງບ​ຣິ​ສ​ນີ ກ​ຣາຍ​ເນີ້. (AP Photo/Patrick Semansky)
​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຖະ​ແຫຼງທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ພະ​ຫັດ​ທີ 8 ທັນາ 2022 ຢູ່ວ​ໍ​ຊິງ​ຕັນ. ປະ​ທາ​ນາ​ທິ​ບໍ​ດີ​ຢູ່​ກາງ ດ້ານ​ຊ້າຍແມ່ນຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ ແລະ​ນາ​ງ​ເຊີ​ແຣ​ລ ກ​ຣາຍ​ເນີ້ ພັນ​ລະ​ຍາ​ຂອງບ​ຣິ​ສ​ນີ ກ​ຣາຍ​ເນີ້. (AP Photo/Patrick Semansky)

ພັນ​ລະ​ຍາ​ຂອງກ​ຣາຍ​ເນີ້ ນາງ​ເຊີ​ແຣ​ລ ກ​ຣາຍ​ເນີ້ ໄດ້​ຂອບ​ໃຈ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ແລະ​ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ທ່ານ ໃນ​ການ​ປ່ອຍຄູ່​ຄອງຂອງ​ນາງ ຫຼັງ​ຈາກ​ຖືກ​ຄຸມ​ຂັງ​ມາ​ໄດ້ 9 ເດືອນ. ນາງ​ເຊີ​ແຣ​ລ ກ​ຣາຍ​ເນີ້​ກ່າວ​ວ່າ ນາງ​ແລະບ​ຣິດ​ນີ ກ​ຣາຍ​ເນີ້​ຈະ​ສືບ​ຕໍ່ສະ​ໜັບ​ສະ​ໜຸນ​ເພື່ອ​ໃຫ້​ມີ​ການ​ປ່ອຍ​ໂຕ​ທ່ານ​ພອ​ລ ວີ​ແລນ ຄົນ​ອ​າ​ເມ​ຣິ​ກັນ​ອີກ​ຜູ້​ນຶ່ງ​ທີ່​ຍັງ​ຖືກ​ຂັງ​ຢູ່​ໃນ​ປະ​ເທດ​ຣັດ​ເຊຍ ຊຶ່ງ​ບໍ່​ໄດ້​ຮວມ​ຢູ່​ໃນ ​ການ​ແລ​ກ​ປ່ຽນນັກ​ໂທດ​ ໃນ​ວັນ​ພະ​ຫັດ​ວານນີ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ “ນີ້​ບໍ່​ແມ່ນ​ທາງ​ເລືອກ​ທີ່​ຈະ​ນຳ​ເອົາ​ອາ​ເມ​ຣິ​ກັນ​ຄົນ​ໃດ​ກັບ​ຄືນ​ບ້ານ. ທາງ​ເລືອກ​ກໍ​ແມ່ນ​ຈະ​ເອົາ​ຜູ້​ນຶ່ງ​ຫຼື​ສອງ​ຄົນ. ຂ້າ​ພະ​ເຈົ້າ​ປາ​ຖະ​ໜາ​ຢາກ​ໃຫ້​ພວກ​ເຮົາ​ນຳ​ເອົາ​ພອ​ລ ວີ​ແລນ ກັບ​ຄືນ​ມາ​ໃນ​ເຮືອ​ບິນ​ລຳ​ດຽວ​ກັນກັບບ​ຣິ​ສ​ນີ.”

ບ​ຣິດ​ນີ ກ​ຣາຍ​ເນີ້ ອາ​ຍຸ 32 ປີ ໄດ້​ຖືກ​ຈັບ​ທີ່​ສະ​ໜາມ​ບິນ​ມົ​ສ​ກູ​ເມື່ອ​ເດືອນ​ກຸມ​ພາ​ຜ່ານ​ມາ ເວ​ລາ​ນາງ​ເດີນ​ທາງ​ໄປ​ເຖິງ​ຣັດ​ເຊຍ ພ້ອມ​ກັບ​ກ່ອງ​ສູບ​ທີ່​ບັນ​ຈຸ​ກັນ​ຊາ ຢູ່​ໃນ​ຫີບ​ເດີນ​ທາງ​ຂອງ​ນາງ. ດາ​ລານັກກິ​ລາຈາກ​ສະ​ມາ​ຄົມບານ​ບ້ວງ​ແມ່​ຍິງ​ຂອງ​ສະ​ຫະ​ລັດ ເດີນ​ທາງ​ໄປ​ຣັດ​ເຊຍ ເພື່ອ​ໄປ​ຫຼິ້ນ​ໃຫ້​ແກ່​ທີມ​ຣັດ​ເຊຍ​ໃນ​ຍາມ​ທີ່​ນາງ​ບໍ່​ໄດ້​ຫຼິ້ນ​ຢູ່​ໃນ​ສະ​ຫະ​ລັດ ແຕ່​ແທນ​ທີ່​ຈະ​ເປັນ​ຈັ່ງ​ຊັ້ນ ນາງ​ຊ້ຳ​ພັດ​ຖືກ​ພົບ​ເຫັນ​ວ່າ ​ມີ​ຄວາມ​ຜິດ​ໃນຂໍ້​ຫາ​ຢາ​ເສບ​ຕິດ​ຫຼັງ​ຈາກ​ການ​ດຳ​ເນີນ​ຄະ​ດີ​ເປັນ​ເວ​ລາ​ສັ້ນໆແລະ​ຖືກ​ຕັດ​ສິນ​ໂທດ​ຈຳ​ຄຸກ 9 ປີ ແລະ​ເມື່ອ​ໄວໆ​ມານີ້ໄດ້​ຖືກ​ສົ່ງ​ໂຕ​ໄປ​ຍັງ​ນິ​ຄົມ​ນັກ​ໂທ​ດຣັດ​ເຊຍ​ແຫ່ງ​ນຶ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG