ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດນາຍພົນ ອັຟການິສຖານ ກ່າວວ່າ ຣັດເຊຍ ເກນເອົາທະຫານກອມມັງໂດ ອັຟການິສຖານ ຜູ້ທີ່ໄດ້ຮັບການຝຶກແອບໂດຍສະຫະລັດ


ແຟ້ມພາບ - ທະຫານກອມມັງໂດ ຂອງກອງທັບແຫ່ງໍຊາດ ອັຟການິສຖານ ເຂົ້າຄວບຄຸມຖານທີ່ໝັ້ນ ໃນລະຫວ່າງປະຕິການທາງທະຫານຢູ່ໃນແຂວງເຮລມັນ, ວັນທີ 2 ຕຸລາ 2016.
ແຟ້ມພາບ - ທະຫານກອມມັງໂດ ຂອງກອງທັບແຫ່ງໍຊາດ ອັຟການິສຖານ ເຂົ້າຄວບຄຸມຖານທີ່ໝັ້ນ ໃນລະຫວ່າງປະຕິການທາງທະຫານຢູ່ໃນແຂວງເຮລມັນ, ວັນທີ 2 ຕຸລາ 2016.

ກອງກຳລັງທະຫານພິເສດຂອງອັຟການິສຖານ ຜູ້ທີ່ໄດ້ຕໍ່ສູ້ຄຽງບາຄຽງໄຫລ່ກັບທະຫານອາເມຣິກັນ ແລະຕໍ່ຈາກນັ້ນ ໄດ້ຫລົບໜີໄປປະເທດອີຣ່ານ ຫຼັງຈາກເກີດຄວາມວຸ້ນວາຍ ເມື່ອສະຫະລັດ ໄດ້ຖອນກຳລັງອອກໃນປີກາຍນີ້ ບັດນີ້ໄດ້ຖືກເກນໂດຍກອງທັບຣັດເຊຍ ເພື່ອໄປສູ້ລົບຢູ່ໃນຢູ່ເຄຣນ ອະດີດນາຍພົນຂອງ ອັຟການິສຖານສາມຄົນ ໄດ້ກ່າວຕໍ່ອົງການຂ່າວເອພີ.

ພວກເຂົາເຈົ້າໄດ້ກ່າວວ່າ ຣັດເຊຍ ຢາກຈະຊັກຊວນພວກອະດີດທະຫານກອມມັງໂດທີ່ເກັ່ງກ້າຂອງອັຟການິສຖານ ເຂົ້າຮ່ວມໃນອັນທີ່ເອີ້ນວ່າ “ກອງທັບຕ່າງຊາດ ຫຼື foreign legion” ໂດຍສະເໜີຈ່າຍເງິນໃຫ້ຈຳນວນ 1,500 ໂດລາຕໍ່ເດືອນ ແລະສັນຍາຈະໃຫ້ສະຖານທີ່ພັກພິງທີ່ປອດໄພສຳລັບພວກເຂົາເຈົ້າ ແລະຄອບຄົວ ເພື່ອທີ່ພວກເຂົາຈະຫຼີກເວັ້ນການຖືກເນລະເທດກັບຄືນບ້ານເກີດ ບ່ອນທີ່ຫຼາຍຄົນຄາດການວ່າ ຈະເປັນການຕາຍຍ້ອນນ້ຳມືຂອງພວກກຸ່ມຕາລີບານ.

“ພວກເຂົາບໍ່ຢາກສູ້ລົບ-ແຕ່ພວກເຂົາບໍ່ມີທາງເລືອກ” ນຶ່ງໃນບັນດານາຍພົນທ່ານ ອັບດູລ ຣັອຟ ອາຣການດີວອລ (Abdul Raof Arghandiwal) ໄດ້ກ່າວ ແລະກ່າວຕື່ມວ່າ ຫຼາຍກວ່າສິບຄົນ ຫຼື ທີ່ເອີ້ນວ່າ ກອມມັງໂດ ໃນອີຣ່ານ ຜູ້ທີ່ທ່ານໄດ້ສົ່ງຂໍ້ຄວາມຫາພວກເຂົານັ້ນ ຢ້ານວ່າພວກເຂົາຈະຖືກເນລະເທດທີ່ສຸດ. ທ່ານເວົ້າວ່າ “ພວກເຂົາຖາມຂ້ອຍວ່າ ‘ໃຫ້ທາງອອກແກ່ຂ້ອຍ. ພວກເຮົາຄວນເຮັດແນວໃດ? ຖ້າພວກເຮົາກັບຄືນໄປອັຟການິສຖານ, ພວກຕາລີບານ ຈະຂ້າພວກເຮົາ.’”

ທ່ານອາຣການດີວອລ ໄດ້ກ່າວວ່າ ການເກນທະຫານ ທີ່ດຳເນີນໂດຍກອງກຳ ລັງຮັບຈ້າງຣັດເຊຍຂອງກຸ່ມແວກເນີ້ (Wagner Group). ນາຍພົນອີກຄົນນຶ່ງ ທ່ານຮີບາທູລາ ອາລີຊາຍ (Hibatullah Alizai) ຫົວໜ້າກອງທັບບົກອັຟການິສຖານຄົນສຸດທ້າຍ ກ່ອນທີ່ກຸ່ມຕາລີບານ ໄດ້ເຂົ້າຍຶດອຳນາດ, ໄດ້ກ່າວວ່າ ຄວາມພະຍາຍາມດັ່ງກ່າວ ກໍຍັງຖືກຊ່ອຍໂດຍອະດີດຜູ້ບັນຊາການກອງກຳລັງໜ່ວຍພິເສດ ຜູ້ທີ່ໄດ້ອາໄສຢູ່ໃນຣັດເຊຍ ແລະເວົ້າພາສາໄດ້.

ການເກດທະຫານຂອງຣັດເຊຍ ມີຂຶ້ນຫຼັງຈາກສອງເດືອນ ໃນການກ່າວເຕືອນຈາກທະຫານສະຫະລັດ ຜູ້ທີ່ໄດ້ຕໍ່ສູ້ຮ່ວມກັບພວກກອງກຳລັງພິເສດຂອງອັຟການິສຖານ ທີ່ວ່າ ກຸ່ມຕາລີບານມີເຈດຕະນາທີ່ຈະສັງຫານພວກເຂົາເຈົ້າ ແລະວ່າ ພວກເຂົາເຈົ້າອາດຈະເຂົ້າຮ່ວມກັບສັດຕູຂອງສະຫະລັດ ເພື່ອຄວາມຢູ່ລອດ ຫຼື ຍ້ອນຄວາມຄຽດແຄ້ນກັບອະດີດພັນທະມິດຂອງພວກເຂົາເຈົ້າ.

ບົດລາຍງານລັດຖະສະພາຂອງພັກຣີພັບບລີກັນ ໃນເດືອນສິງຫາໄດ້ເຕືອນໂດຍສະເພາະເຈາະຈົງເຖິງໄພອັນຕະລາຍທີ່ພວກທະຫານກອມມັງໂດອັຟການິສຖານ ທີ່ໄດ້ຮັບການຝຶກແອບໂດຍທະຫານຊີລສ໌ (SEAL) ຂອງກອງທັບເຮືອ ແລະທະຫານກຣີນເບີເຣສ໌ (Green Berets) ຂອງກອງທັບບົກ- ໃນທີ່ສຸດອາດຈະມອບຂໍ້ມູນກ່ຽວກັບ ຍຸດທະວິທີຕ່າງໆຂອງສະຫະລັດ ໃຫ້ແກ່ກຸ່ມລັດອິສລາມ, ອີຣ່ານ ຫຼື ຣັດເຊຍ-ຫຼືຕໍ່ສູ້ໃຫ້ແກ່ພວກເຂົາ.

“ພວກເຮົາບໍ່ໄດ້ເອົາບຸກຄົນພວກນີ້ອອກມາ ຕາມທີ່ພວກເຮົາໄດ້ສັນຍາ, ແລະບັດນີ້ ມັນເປັນການກັບຄືນມາບ້ານເຮົາ” ທ່ານໄມໂກລ ເມີຣອຍ (Michael Mulroy) ເຈົ້າໜ້າທີ່ CIA ທີ່ໄດ້ກະສຽນ ຜູ້ທີ່ໄດ້ຮັບໃຊ້ຢູ່ໃນອັຟການິສຖານ ໄດ້ກ່າວ ແລະທ່ານກ່າວຕື່ມວ່າ ພວກກອມມັງໂດອັຟການິສຖານ ແມ່ນມີທັກສະ ສູງແລະເປັນນັກລົບທີ່ກ້າຫານ. ທ່ານເວົ້າວ່າ “ຂ້າພະເຈົ້າບໍ່ຢາກເຫັນພວກເຂົາ ຢູ່ໃນສະໜາມລົບ ເວົ້າຕາມຕົງ ແຕ່ແນ່ນອນ ບໍ່ໄປຕໍ່ສູ້ກັບພວກຢູເຄຣນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG