ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍຮຽກຕົວ ເອກອັກຄະລັດຖະທູດ ກັບປະເທດ ຫລັງຈາກທ່ານໄບເດັນ ມີຄໍາເຫັນກ່ຽວກັບ ທ່ານປູຕິນ


ທຸງຣັດເຊຍປີວສະບັດຢູ່ເທິງເສົາ ຢູ່ທາງໜ້າຂອງສະຖານເອກອັກຄະລັດຖະທູດຂອງຣັດເຊຍໃນນະຄອນຫວງວໍຊິງຕັນ (ພາບຖ່າຍໃນວັນທີ 6 ສິງຫາ, 2018)
ທຸງຣັດເຊຍປີວສະບັດຢູ່ເທິງເສົາ ຢູ່ທາງໜ້າຂອງສະຖານເອກອັກຄະລັດຖະທູດຂອງຣັດເຊຍໃນນະຄອນຫວງວໍຊິງຕັນ (ພາບຖ່າຍໃນວັນທີ 6 ສິງຫາ, 2018)

ບັນດາເຈົ້າໜ້າທີ່ໃນວໍຊິງຕັນກຳລັງສະແດງປະຕິກິລິຍາຢ່າງສຸກຂຸມຕໍ່ມົສກູທີ່ໄດ້ຮຽກຕົວເອກອັກຄະລັດຖະທູດຂອງຕົນປະຈຳສະຫະລັດກັບໄປບ້ານ ເພື່ອປຶກສາຫາລືກ່ຽວກັບຄວາມສຳພັນສອງຝ່າຍທີ່ຊຸດໂຊມລົງໄປນັ້ນ.

ກະຊວງການຕ່າງປະເທດຣັດເຊຍ,ໃນວັນພຸດວານນີ້, ຢູ່ໃນການອະທິບາຍກ່ຽວກັບການກັບຄືນບ້ານຊົ່ວຄາວຂອງທ່ານອານາໂຕລີ ອານໂຕນັອຟ (Anatoly Antonov) ນັ້ນກ່າວວ່າ: “ສິ່ງທີ່ສຳຄັນທີ່ສຸດສຳລັບພວກເຮົາແມ່ນການກຳນົດວິທີການປັບປຸງແກ້ໄຂສາຍພົວພັນລະຫວ່າງຣັດເຊຍກັບສະຫະລັດ ທີ່ໄດ້ຜ່ານຜ່າຊ່ວງໄລຍະຫຍຸ້ງຍາກ, ຊຶ່ງທີ່ຈິງແລ້ວ, ຍ້ອນວ່າ ວໍຊິງຕັນມີໄດ້ພາມັນຕົກໄປສູ່ເສັ້ນທາງອັນແຄບໆ ທີ່ມອງບໍ່ເຫັນຫຍັງເລີຍ. ພວກເຮົາມີຄວາມສົນໃຈໃນການປ້ອງກັນບໍ່ໃຫ້ສາຍພົວພັນຄວາມເສື່ອມໂຊມລົງຢ່າງບໍ່ສາມາດປ່ຽນປີ້ນກັບມາໄດ້, ບໍ່ຮູ້ວ່າຊາວອາເມຣິກັນຮູ້ເຖິງຄວາມສ່ຽງທີ່ກ່ຽວພັນກັນກັບເລື້ອງນີ້ ຫລືບໍ່.”

ຄຳປະກາດຈາກມົສກູໄດ້ມີຂຶ້ນບໍ່ດົນຫຼັງຈາກມີການສຳພາດທາງໂທລະພາບກັບໂທລະພາບ ABC ທີ່ອອກອາກາດໃນຕອນເຊົ້າວັນພຸດວານນີ້ ຕອນທີ່ປະທາ ນາທິບໍດີສະຫະລັດ, ທ່ານໂຈ ໄບເດັນກ່າວວ່າ ປະທານາທິບໍດີຣັດເຊຍ, ທ່ານ ວລາດິເມຍປູຕິນຈະ “ຕ້ອງໄດ້ຮັບຜົນຕອບແທນ” ສຳລັບການກະທຳທີ່ເປັນອັນຕະລາຍຂອງທ່ານ.

ທ່ານໄບເດັນຍັງໄດ້ເລົ່າເຖິງການສຳພາດທີ່ທ່ານໄດ້ບອກທ່ານປູຕິນວ່າ "ຂ້າພະ ເຈົ້າຄິດວ່າທ່ານບໍ່ມີຈິດວິນຍານເລີຍ." ທ່ານບອກວ່າ ແລ້ວຜູ້ນຳຣັດເຊຍກໍຕອບວ່າ "ພວກເຮົາເຂົ້າໃຈເຊິ່ງກັນແລະກັນ."

ເມື່ອຖືກຖາມໂດຍຜູ້ສຳພາດຂອງໂທລະພາບ ABC ວ່າ ທ່ານເຊື່ອວ່າທ່ານປູຕິນເປັນຄາດຕະກອນຫລືບໍ່, ທ່ານ ໄບເດັນກໍຕອບວ່າ, "ຂ້ອຍເຊື່ອ."

ອີງຕາມນັກຄົ້ນຄວ້າອາວຸໂສຂອງບໍລິສັດແຣນດ໌ (RAND) ທ່ານວິລລຽມ ຄອດນີ (William Courtney) ກ່າວວ່າ, "ມັນຫາຍາກທີ່ສຸດທີ່ຈະມີປະທານາທິບໍດີສະຫະລັດຄົນໃດ ທີ່ຈະເອີ່ຍເຖິງຜູ້ນຳຂອງມະຫາອຳນາດທີ່ເປັນຄູ່ປໍລັກປັກປະເທດນຶ່ງທີ່ສຳຄັນວ່າເປັນຄາດຕະກອນ."

ທ່ານຄອດນີ ທີ່ເປັນນັກເຈລະຈາໃນການເຈລະຈາດ້ານການປ້ອງກັນປະເທດຂອງສະຫະລັດກັບສະຫະພາບໂຊວຽດ, ກ່າວຕໍ່ວີໂອເອວ່າ "ບາງຄັ້ງບັນດາເອກອັກຄະລັດຖະທູດຈະຖືກຖອນຕົວກັບໄປ ຫຼັງຈາກມີການເວົ້າທີ່ບໍ່ດີຕໍ່ກັນແລ້ວ."

ທ່ານກ່າວອີກວ່າ “ແລະແນ່ນອນລັດຖະບານຂອງທ່ານໄບເດັນແມ່ນກໍາລັງລົມກັນກ່ຽວກັບການໃຊ້ມາດຕະການລົງໂທດຫລາຍຂຶ້ນ ໃນເລື້ອງທີ່ມີການໂຈມຕີທາງອິນເຕີແນັດຕໍ່ບໍລິສັດ SolarWinds. ສະນັ້ນ, ທັງສອງຢ່າງນີ້ອາດຈະເປັນປັດໃຈ ໃນການເຄື່ອນໄຫວຂອງມົສກູ.”

ຢູ່ໃນກອງປະຊຸມຖະແຫຼງຂ່າວໃນວັນພຸດວານນີ້, ທ່ານນາງ ເຈນ ພຊາກິ (Jen Psaki), ໂຄສົກຂອງທຳນຽບຂາວໄດ້ປະຕິເສດທີ່ຈະເວົ້າຢ່າງເຈາະຈົງວ່າທ່ານປະທານາທິບໍດີເຊື່ອວ່າ ປະທານາທິບໍດີຣັດເຊຍແມ່ນການຄາດຕະກອນຢ່າງແທ້ຈິງ ຫລືເປັນການປຽບທຽບເທົ່ານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG