ວິກິດການດ້ານການເມືອງໃນປະເທດ ໂບລີເວຍ ບ່ອນທີ່ການປະທ້ວງຕາມທະໜົນໄດ້ຂະຫຍາຍອອກທ່າມກາງການກ່າວຫາ ກ່ຽວກັບ ການສໍ້ໂກງການເລືອກຕັ້ງ ທີ່ໄດ້ບັງຄັງໃຫ້ປະທານາທິບໍດີ ອີໂວ ໂມຣາເລັສ ລາອອກຈາກຕຳແໜ່ງໃນຕົ້ນອາທິດນີ້, ໄດ້ເປີດເຜີຍໃຫ້ເຫັນຄວາມຂັດແຍ້ງມາດົນນານພາຍໃນລະບົບການເມືອງຂອງ ຣັດເຊຍ ເອງ, ດ້ວຍກຸ່ມທີ່ສະໜັບສະໜູນວັງ ແຄຣັມລິນ ແລະ ຝ່າຍຄ້ານໄດ້ສະແດງການແບ່ງແຍກ ຕາມເສັ້ນແບ່ງທີ່ຄຸ້ນເຄີຍກັນ.
ໂດຍແທ້ຈິງແລ້ວ, ໃນຂະນະທີ່ເຫດການຕ່າງໃນເມືອງ ລາ ປາສ ໄດ້ປາກົດອອກມານັ້ນ, ລັດຖະມົນຕີການຕ່າງປະເທດຂອງ ຣັດເຊຍ ກໍໄດ້ສະແດງການສະໜັບສະໜູນສຳລັບທ່ານ ໂມຣາເລັສ ຢ່າງວ່ອງໄວ, ເຊິ່ງແມ່ນພັນທະມິດຂອງວັງ ແຄຣັມລິນ ຜູ້ທີ່ໄດ້ທຳການຢ້ຽມຢາມນະຄອນຫຼວງ ມົສກູ ຫຼາຍຄັ້ງ, ເຊິ່ງຄັ້ງຫຼ້າສຸດແມ່ນໃນເດືອນກໍລະກົດແລ້ວນີ້ ເພື່ອຂະຫຍາຍສາຍພົວພັນດ້ານເສດຖະກິດ.
ໃນຖະແຫຼງການສະບັບນຶ່ງທີ່ໄດ້ເປີດເຜີຍໃນເວັບໄຊ້ຂອງເຂົາເຈົ້ານັ້ນ, ກະຊວງດັ່ງກ່າວໄດ້ປະນາມຄວາມຮຸນແຮງ “ທີ່ໄດ້ກໍ່ຂຶ້ນໂດຍຝ່າຍຄ້ານ” ແລະ ໄດ້ຖິ້ມໂທດໃສ່ເຂົາເຈົ້າສຳລັບການປ້ອງກັນປະທານາທິບໍດີ ໂມຣາເລັສ ຈາກ “ການປະຕິບັດໜ້າຂອງທ່ານໃຫ້ສຳເລັດ” ທ່າມກາງການກໍ່ລັດຖະປະຫານທີ່ຈັດຂຶ້ນເປັນຢ່າງດີ.
ໂຄສົກວັງແຄຣັມລິນ ທ່ານ ດິມິທຣີ ເປັສກອຟ ໄດ້ກ່າວ ເມື່ອຖືກຖາມໂດຍນັກຂ່າວ ກ່ຽວກັບ ການປະເມີນຜົນຂອງກະຊວງການຕ່າງປະເທດວ່າ “ມັນຄົງຈະເປັນຕາຢາກຫົວທີ່ຈະຄາດໃຫ້ມີປະຕິກິລິຍາຕອບໂຕ້ອີກຄັ້ງນຶ່ງ. ມັນແມ່ນທັດສະນະທີ່ເຂັ້ມແຂງຈາກຝ່າຍ ຣັດເຊຍ.”
ທ່ານໄດ້ກ່າວວ່າ “ແນ່ນອນ, ພວກເຮົາຫວັງວ່າປະຊາຊົນ ໂບລີເວຍ ເອງຈະພິຈາລະນາຊະຕາກຳຂອງເຂົາເຈົ້າ ໂດຍປາສະຈາກການເຂົ້າແຊກແຊງຂອງປະເທດທີ່ສາມ.”
ສື່ມວນຊົນທີ່ສະໜັບສະໜູນວັງ ແຄຣັມລິນ ໄດ້ຮັບຮູ້ເຖິງການເຕືອນດັ່ງກ່າວຢ່າງວ່ອງໄວ ໂດຍກ່າວເນັ້ນວ່າ ສະຫະລັດ ໄດ້ລວມເອົາ ໂບລີເວຍ, ເຂົ້າກັບ ເວເນຊູເອລາ ແລະ ຄິວບາ, ເປັນລະບອບຜະເດັດການຂອງເຂດ ລາຕິນ ອາເມຣິກາ.
ທ່ານ ອີກໍ ເຊນິຈ໌ນິກອຟ ໄດ້ຂຽນໃນບົດຂ່າວທີ່ອະທິບາຍເຖິງເຫດການໃນປະເທດ ໂບລີເວຍ ໃນໜັງສືພິມປະຈຳອາທິດ Izvestia ວ່າ “ສະບັບທີ່ມີເຫດຜົນທີ່ສຸດ, ແມ່ນການກໍ່ລັດຖະປະຫານທີ່ໄດ້ມີການກະກຽມ ແລະ ປະຕິບັດຢ່າຊ່ຽວຊານໂດຍ ສະຫະລັດ, ເຊິ່ງໄດ້ຖືກປົກປິດຕາມທຳນຽມດ້ວຍຄຳຂວັນ ກ່ຽວກັບ ປະຊາທິປະໄຕ ແລະ ສິດທິມະນຸດ.”
ທ່ານໄດ້ກ່າວວ່າ “ແລະຕອນນີ້ມັນເຖິງເວລາແລ້ວສຳລັບທ່ານປະທານາທິບໍດີ ແລະ ປະເທດຂອງລາວ ທີ່ຈະມີປະສົບດ້ວຍຕົວລາວເອງ ກ່ຽວກັບ ອຳນາດຂອງ ປະຊາທິປະໄຕ ອາເມຣິກັນ.”