ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຣັດ​ເຊຍ ຂະ​ຫຍາຍ​ການ​ໂຈມ​ຕີ​ທາງ​ຄອ​ມ​ພິວ​ເຕີ​ ຕໍ່ ຢູ​ເຄ​ຣນ


ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ດ້ວຍ​ໂຮງ​ໄຟ​ຟ້າ​ຢູ່​ທາງຫຼັງ​ ໃນ​ເມືອງ ວິນ​ນິດ​ເຊຍ, ຢູ​ເຄ​ຣນ, 16 ມີ​ນາ 2022.
ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ດ້ວຍ​ໂຮງ​ໄຟ​ຟ້າ​ຢູ່​ທາງຫຼັງ​ ໃນ​ເມືອງ ວິນ​ນິດ​ເຊຍ, ຢູ​ເຄ​ຣນ, 16 ມີ​ນາ 2022.

ຣັດ​ເຊຍ ປາ​ກົດ​ວ່າ​ໄດ້​ຂະ​ຫຍາຍ​ສົງ​ຄາມ​ທາງ​ຄອມ​ພິວ​ເຕີ​ຂອງ​ພວກເຂົາຕໍ່ ຢູ​ເຄ​ຣນ ແມ່ນ​ກະ​ທັ້ງ​ທີ່​ຄວາມ​ພະ​ຍາ​ຍາມ​ໃນ​ໂລກ​ທີ່​ເປັນ​ຈິງ​ຂອງ​ພວກ​ເຂົາ​ທີ່​ຈະ​ຍຶດ​ເອົາ​ເຂດ​ແດ​ນ​ທີ່​ສຳ​ຄັນ​ໄດ້​ເລີ່ມ​ທີ່ຫຼຸດ​ຖອຍ​ລົງ​ກໍ່​ຕາມ.

ວ່າ​ການ​ຮອງ​ຫົວ​ໜ້າ​ພະ​ແນກ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ​ຂອງ​ອົງ​ການ​ບໍ​ລິ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ ຢູ​ເຄ​ຣນ ຫຼື SSU ໄດ້​ກ່າວ​ໃນ​ວັນ​ພຸດ​ວານ ນີ້​ວ່າ ມົ​ສ​ກູ ແມ່ນ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ໂຈມ​ຕີ​ທາງ​ຄອມ​ພິວ​ເຕີ​ເກືອບ 1,200 ຄັ້ງ ແລະ ເຫດ​ການ​ທາງ​ຄອມ​ພິວ​ເຕີ​ທີ່​ສຳ​ຄັນ​ອື່ນໆ​ຕະຫຼອດ​ໄລ​ຍະ​ສາມ​ເດືອນ​ທຳ​ອິດ​ຂອງ​ປີ 2023.

ໃນ​ລະ​ດັບ​ທີ່​ວ່າ​ນັ້ນ, ຣັດ​ເຊຍ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ເປີດ​ການ​ໂຈມ​ຕີ​ທັງ​ໝົດ 4,800 ຄັ້ງ​ສຳ​ລັບ​ປີ, ປະ​ມານ 300 ຄັ້ງຫຼາຍກວ່າ​ສິ່ງ​ທີ່ ຢູ​ເຄ​ຣນ ໄດ້​ເຊື່ອ​ວ່າ​ມີ​ຕໍ່​ຜູ້​ດຳ​ເນີນ​ການ​ທາງ​ຄອມ​ພິວ​ເຕີ ຣັດ​ເຊຍ​ ສຳ​ລັບ​ປີ 2022.

ທ່ານ ອີ​ວານ ຄາ​ລາ​ບາ​ສ​ກິນ ຈາກ​ອົງການ SSU ໄດ້​ກ່າວ​ໃນ​ການ​ສຳ​ມະ​ນາ​ຜ່ານ​ເວັບ​ໄຊ້ ທີ່​ຖືກ​ຈັດ​ຂຶ້ນ​ໂດຍ​ກຸ່ມ​ລິ​ເລີ່ມ​ Cipher Brief’s Cyber ວ່າ, ພວກ​ເຮົາ​ໄດ້​ປະ​ເຊີນ​ກັບ​ການ​ໂຈມ​ຕີ​ທາງ​ທາງ​ຄອມ​ພິວ​ເຕີ​ຢ່າງຫຼວງຫຼາຍ ຫຼື ເຫດ​ການ​ດ້ານ​ຄວາມ​ປອດ​ໄພ​ທາງ​ຄອ​ມ​ພິວ​ເຕີ​ທີ່​ສຳ​ຄັນ, ເຊິ່ງ​ທ່ານ​ໄດ້​ເຕືອນ​ວ່າ​ການ​ໂຈມ​ຕີ​ທາງ​ໄຊ​ເບີ​ແມ່ນ​ພຽງ​ສ່ວນ​ນຶ່ງ​ຂອງ​ການ​ໂຈມ​ຕີ​ທາງ​ອອນ​ໄລ​ນ​ຂອງ ຣັດ​ເຊຍ ເທົ່າ​ນັ້ນ.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຍັງ​ໄດ້​ຮັບ​ມື​ກັບ​ການ​ປະ​ຕິ​ບັດ​ການ​ທາງ​ຈິດ​ພິ​ເສດ​ຂອງ ຣັດ​ເຊຍ ນຶ່ງ​ພັນ​ຄັ້ງ​ຕໍ່​ເດືອນ.”

ຄຳ​ເຫັນ​ຂອງ​ທ່ານ ຄາ​ລາ​ບາ​ສ​ກິນ ໄດ້​ມີ​ອອກ​ມາ​ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ລາຍ​ງານ​ວ່າ ​ຄວາມ​ພະ​ຍາ​ຍາມ​ທາງ​ທະ​ຫານ​ຂອງ ຣັດ​ເຊຍ ແມ່ນ​ຖືກ​ຂັດ​ຂວາງ.

ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ​ຂອງ ອັງ​ກິດ​ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໃສ່​ເມືອງ ບາກ​ມຸດ, ເຊິ່ງ​ສ​ະຖາ​ນະ​ການ​ຕໍ່​ສູ້​ແມ່ນ​ເຄັ່ງ​ຕຶງ​ນັ້ນ, ແມ່ນ​ “ໄດ້ຫຼຸດ​ລົງ​ສູ່​ລະ​ດັບ​ທີ່​ຖືກ​ທຽບ​ໃສ່​ສອງ​ສາມ​ອາ​ທິດ​ທີ່​ຜ່ານມາ.”

ແລະ ໃນ​ລະ​ຫວ່າງ​ການ​ໃຫ້​ການ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ​ ຂອງ ສະ​ຫະ​ລັດ ນັ້ນ, ນາຍ​ພົນ ມາກ ມິ​ລ​ລີ, ປະ​ທານ​ເສ​ນາ​ທິ​ການ​ຮ່ວມ, ໄດ້​ອະ​ທິ​ບາຍ​ເມືອງ​ບາກ​ມຸດ ວ່າເປັນ “ເທດ​ສະ​ການ​ສັງ​ຫານ​ໝູ່” ສຳ​ລັບ​ກອງ​ທະ​ຫານ ຣັດ​ເຊຍ.

ທ່ານ​ໄດ້​ກ່າວ​ວ່າ “ໃນປະ​ມານ 20, 21 ​ວັນທີ່​ຜ່ານ​ມາ, ​ຣັດ​ເຊຍ ແມ່ນບໍ່​ໄດ້​ທຳ​ຄວາມ​ກ້າວ​ໃດໆ​ເລີຍ ​ຢູ່​ໃນ ແລະ ອ້ອມ​ເມືອງ ບາກ​ມຸດ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG