ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ເອົາທ່ານແອນດີ ສໂຕນ ໂຄສົກຂອງບໍລິສັດ Meta ລົງໃສ່ໃນ ‘ບັນຊີລາຍຊື່ຜູ້ຕ້ອງການໂຕ’


ແຟ້ມພາບ - ເຄື່ອງໝາຍຂອງບໍລິສັດ Meta ເຫັນໄດ້ຢູ່ທີ່ປ້າຍຂອງສຳນັກງານໃຫຍ່ບໍລິສັດ ໃນເມືອງເມນໂລ ພາກ, ລັດຄາລີຟໍເນຍ, ວັນທີ 9 ພະຈິກ 2022.
ແຟ້ມພາບ - ເຄື່ອງໝາຍຂອງບໍລິສັດ Meta ເຫັນໄດ້ຢູ່ທີ່ປ້າຍຂອງສຳນັກງານໃຫຍ່ບໍລິສັດ ໃນເມືອງເມນໂລ ພາກ, ລັດຄາລີຟໍເນຍ, ວັນທີ 9 ພະຈິກ 2022.

ກະຊວງພາຍໃນຂອງຣັດເຊຍ ໄດ້ເພີ້ມໂຄສົກຂອງບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີຂອງສະຫະລັດ Meta ຊຶ່ງເປັນເຈົ້າຂອງສື່ສັງຄົມ Facebook ແລະ Instagram ໃສ່ໃນບັນຊີລາຍຊື່ຜູ້ທີ່ທາງການຕ້ອງການຕົວ ອີງຕາມຖານຂໍ້ມູນທາງອອນໄລນ໌ຂອງຕົນ ດັ່ງທີ່ອົງການຂ່າວເອພີລາຍງານ.

ສື່ມວນຊົນຂອງທາງການຣັດເຊຍ ແລະເປັນອິດສະຫຼະ ໄດ້ລາຍງານຄັ້ງທຳອິດກ່ຽວກັບການນຳເອົາທ່ານແອນດີ ສໂຕນ ເຂົ້າໃສ່ບັນຊີດັ່ງກ່າວໃນວັນອາທິດວານນີ້ ຫຼາຍອາທິດຫຼັງຈາກທີ່ຣັດເຊຍ ໄດ້ຈັດປະເພດໃຫ້ Meta ເປັນກຸ່ມ “ຫົວຮຸນແຮງ” ຊຶ່ງເປີດທາງໃຫ້ດຳເນີນຄະດີທາງອາຍາຕໍ່ພວກຄົນທີ່ໃຊ້ເຄືອຂ່າຍຂອງບໍລິສັດໄດ້.

ຖານຂໍ້ມູນຂອງກະຊວງພາຍໃນ ບໍ່ໄດ້ລະບຸໂດຍສະເພາະເຈາະຈົງຂໍ້ກ່າວຫາຕໍ່ທ່ານສໂຕນ ພຽງແຕ່ກ່າວຖະແຫລງວ່າ ພວກເຂົາເຈົ້າເປັນອາຊະຍາກອນ. ຄະນະກຳມະການສືບສວນຂອງລັດຖະບານກາງຣັດເຊຍ ໃນເດືອນມີນາ ໄດ້ເປີດການກວດກາຕໍ່ບໍລິສັດ Meta ໂດຍກ່າວຫາວ່າ ການກະທຳຕ່າງໆຂອງບໍລິສັດ ພາຍຫຼັງຈາກການບຸກລຸກຢ່າງເຕັມສ່ວນຂອງມົສກູຕໍ່ຢູເຄຣນນັ້ນ ເທົ່າກັບການຍຸແຍ່ ໃຫ້ເກີດຄວາມຮຸນແຮງ ຕໍ່ຊາວຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG