ລັດຖະບານຂອງປະທານາທິບໍດີດໍໂນລ ທຣຳ ໄດ້ກ່າວປ້ອງກັນການຕັດສິນໃຈຂອງຕົນ
ທີ່ບໍ່ໄດ້ທຳການລົງໂທດໃນທັນທີ ຕໍ່ຊາວຣັດເຊຍທີ່ມີຊື່ຢູ່ໃນລາຍງານຂອງລັດຖະສະພາ
ທີ່ໃຫ້ລາຍລະອຽດ ກ່ຽວກັບຊັບສິນແລະກິດຈະການທາງດ້ານ ການເມືອງຂອງພວກນັກ
ການເມືອງວົງໃນ ວັງເຄຣັມລິນ ແລະບັນດາມະຫາເສດຖີພັນລ້ານ.
ກະຊວງການເງິນຂອງສະຫະລັດ ໄດ້ພິມເຜີຍແຜ່ໃນວັນຈັນຜ່ານມານີ້ ເພື່ອໃຫ້ເປັນການ
ປະຕິບັດຕາມກົດໝາຍທີ່ໄດ້ມີການຮັບຮອງເອົາດ້ວຍຄະແນນສຽງອັນຖ້ວມລົ້ນ ໂດຍລັດ
ຖະສະພາ ເມື່ອເດືອນສິງຫາປີແລ້ວ ຫຼັງຈາກໄດ້ເປັນທີ່ຈະແຈ້ງວ່າ ຣັດເຊຍໄດ້ແຊກແຊງ
ເຂົ້າໃນ ການເລືອກຕັ້ງປະທານາທິບໍດີ ປີ 2016 ຂອງສະຫະລັດ.
ລາຍງານດັ່ງກ່າວໄດ້ໃຫ້ລາຍລະອຽດ ກ່ຽວກັບເລື່ອງການເງິນແລະຄວາມສຳພັນທາງ
ດ້ານການເມືອງຂອງພວກນັກການເມືອງຣັດເຊຍ 114 ຄົນ ແລະອັນທີ່ເອີ້ນວ່າ “ຜູ້ມີ
ອຳນາດ” 96 ຄົນ ຊຶ່ງໄດ້ກາຍເປັນຜູ້ທີ່ຮັ່ງມີ ພາຍໃຕ້ການປົກຄອງຂອງທ່ານປູຕິນ.
ແຕ່ລາຍງານດັ່ງກ່າວ ບໍ່ໄດ້ເວົ້າເຖິງ ການລົງໂທດຮອບໃໝ່ ຕໍ່ລັດຖະບານ ຫລືສ່ວນ
ບຸກຄົນຊາວຣັດເຊຍ ທີ່ມີຊື່ຢູ່ໃນບັນຊີ ຊຶ່ງໄດ້ພາໃຫ້ເກີດມີຄຳຖາມ ກ່ຽວກັບວ່າ ທ່ານ
ທຣຳ ເອົາທ່າທີອ່ອນເກີນໄປ ຕໍ່ວັງເຄຣັມລິນ ຫຼືບໍ່.
ໃນການປະເຊີນໜ້າ ກັບສະມາຊິກສະພາສູງ ຂອງພັກເດໂມແຄຣັດ ທ່ານບອບ ເມ
ເນັນເດສ ໃນລະຫວ່າງການໄປປາກົດຕົວຕໍ່ໜ້າຄະນະກຳມະການທະນາຄານຂອງ
ສະພາສູງ ໃນວັນອັງຄານວານນີ້ ລັດຖະມົນກະຊວງການເງິນຂອງສະຫະລັດ ທ່ານ
ສະຕີວ ມະນຸຊິນ ກ່າວວ່າ ການລົງໂທດແມ່ນກຳລັງດຳເນີນຢູ່.
ທ່ານມະນຸຊິນ ກ່າວຕໍ່ທ່ານເມເນັນເດສວ່າ “ຂ້າພະເຈົ້າສັນນິດຖານວ່າ ທ່ານຄົງບໍ່ໄດ້
ອ່ານລາຍງານລັບ. ຈຸດປະສົງກໍແມ່ນ ບໍ່ໃຫ້ລົງໂທດເວລານຳສະເໜີລາຍງານ ເມື່ອ
ຄືນແລ້ວນີ້. ແຕ່ກໍຈະມີການມີການລົງອອກມາຈາກລາຍງານດັ່ງກ່າວ.”
ໃນຖະແຫຼງການ ກ່ຽວກັບການເປີດເຜີຍລາຍງານນີ້ ໂຄສົກກະຊວງການຕ່າງປະເທດ
ສະຫະລັດ ທ່ານນາງ ເຮເຕີ ນາວເອີດ ໄດ້ໃຫ້ການອະທິບາຍວ່າ ຈະບໍ່ມີແຜນການ
ໃນທັນທີ ເພື່ອທຳການລົງໂທດຣັດເຊຍ ຫຼືສ່ວນບຸກຄົນໃດນຶ່ງ ທີ່ມີຊື່ຢູ່ໃນເອກກະສານ
ດັ່ງກ່າວ.
ທ່ານນາງ ເຮເຕີ ນາວເອີດ ກ່າວວ່າ ກົດໝາຍນີ້ໄດ້ສ້າງຄວາມເສຍຫາຍໃຫ້ແກ່ບໍລິສັດ
ຂອງຣັດເຊຍຢູ່ແລ້ວ.
ທ່ານນາງທ່ານນາງນາວເອີດ ຂຽນວ່າ “ໃນມື້ນີ້ ພວກເຮົາໄດ້ແຈ້ງໃຫ້ລັດຖະສະພາຊາບ
ແລ້ວວ່າ ກົດໝາຍດັ່ງກ່າວ ແລະການຈັດຕັ້ງປະຕິບັດ ພວມຂັດຂວາງການຂາຍ ອຸບປະ
ກອນດ້ານປ້ອງກັນປະເທດ ຂອງຣັດເຊຍ.”