ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທຣໍາວ່າ ບໍ່ມີໃຜແຂງຂັນ ຕໍ່ຣັດເຊຍ ເທົ່າກັບ ທ່ານ ແຕ່ພັດ​ເຊີນ ທ. ປູ​ຕິນ ມາປະຊຸມ


ປະທານາທິບໍດີ ດໍ​ໂນ​ລ ທຣໍາ (ຂວາ) ແລະປະທານາທິບໍດີ ວະລາດີ​ເມຍ ປູ​ຕິນຂອງຣັດ​ເຊຍ ລົມກັນໃນເວລາຖ່າຍຮູບ ທີ່ກອງປະຊຸມສຸດຍອດເອເພັກ (APEC) ໃນນະຄອນດ່ານັງຂອງ ຫວຽດນາມ ໃນວັນທີ 11 ພະຈິກ, 2017
ປະທານາທິບໍດີ ດໍ​ໂນ​ລ ທຣໍາ (ຂວາ) ແລະປະທານາທິບໍດີ ວະລາດີ​ເມຍ ປູ​ຕິນຂອງຣັດ​ເຊຍ ລົມກັນໃນເວລາຖ່າຍຮູບ ທີ່ກອງປະຊຸມສຸດຍອດເອເພັກ (APEC) ໃນນະຄອນດ່ານັງຂອງ ຫວຽດນາມ ໃນວັນທີ 11 ພະຈິກ, 2017

ໃນທ່າມກາງການ​ຖືກ​ຕໍາໜິຕິຕຽນ ຕໍ່​ການທີ່​ທ່ານ​ໄດ້​ໂທລະສັບ​ໄປເຊື້ອ​ເຊີນປະ
ທານາທິບໍດີ ວະລາດີ​ເມຍຣ໌ ປູ​ຕິນຂອງຣັດ​ເຊຍໃຫ້ມາ​ປະຊຸມພົບ​ປະກັນ​ຢູ່ທໍາ
ນຽບຂາວ​ໂດຍ​ໄວນັ້ນ, ປະທານາທິບໍດີ ດໍ​ໂນ​ລ ທຣໍາ ກັບ​ເວົ້າວ່າບໍ່ມີ​ຜູ້ໃດໄດ້​ປະ
ຕິບັດ​ເຂັ້ມງວດຕໍ່ຣັດ​ເຊຍລື່ນ​ທ່ານໄປ​. ພວກ​ນັກ​ຊ່ຽວຊານ​ບາງ​ຄົນເວົ້າວ່າ ເບິ່ງ​ຄື​
ວ່າຣັດ​ເຊຍ​ ​ກຳລັງຫາຊ່ອງ​ທາງຈັດ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ມີ​ຄວາມ​ໂດດ​ເດັ່ນເຊັ່ນ​
ນັ້ນຢູ່​ແລ້ວ ​ເພື່ອ​ຢາກ​ກຳຈັດປັດເປົ່າ ຄວາມຄິດທີ່ວ່າ ​ຕົນ​ຖືກ​ໂດດດ່ຽວຢູ່ໃນວົງການ
ສາກົນ ພາຍຫລັງ​ທີ່​ໄດ້​ວາງຢາ​ພິດອະດີດນັກ​ສືບລັບ ​ທີ່​ສອດແນມ​ໃຫ້ສອງຝ່າຍກັບ
​ລູກ​ສາວ​ຂອງ​ລາວຢູ່ປະເທດ​ອັງກິດ ທີ່​ພາ​ໃຫ້​ບັນດາ​ປະ​ເທດ​ຕາ​ເວັນ​ຕົກຂັບໄລ່
​ພວກນັກ​ການ​ທູດ ຂອງຣັດ​ເຊຍອອກ​ໄປ. ຊິນ​ດີ ​ເຊ​ນ (Cindy Saine), ນັກຂ່າວ​
ດ້ານ​ການ​ທູດຂອງ VOA ມີ​ລາຍ​ງານ ​ກ່ຽວກັບ​ເລື່ອງ​ນີ້ ຈາກ​ນະຄອນ​ຫລວງວໍ​ຊິງ​
ຕັນ ຊຶ່ງ​ບົວ​ສະຫວັນ​ ຈະ​ນໍາ​ມາສະເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ພາຍຫລັງ​ທີ່​ໄດ້ປະຊຸມ​ກັບ​ບັນດາ​ຜູ້​ນໍາ​ຂອງ​ສາມປະ​ເທດສະ​ທາ​ລະນະລັດ ຢູ່​ເຂດທະ
​ເລ​ບານຕິກ (Baltic) ​ໃນ​ວັນ​ອັງຄານ​ວານ​ນີ້ແລ້ວ ພວກ​ນັກ​ຂ່າວ​ກໍໄດ້​ຖາມ​ທ່ານ​ທຣໍາ ກ່ຽວກັບ​ການ​ນາບ​ຂູ່​ຈາກຣັດ​ເຊຍ ​ແລະ​ຄວາມ​ສໍາພັນ​ຂອງ​ທ່ານ​ກັບປະທານາທິບໍດີວະ
ລາດີ​ເມຍຣ໌ ປູ​ຕິນຂອງຣັດ​ເຊຍ​ ​ແລ້ວ​ທ່ານ​ກໍ​ຕອບ​ວ່າ:
"ບໍ່ມີ​ຜູ້ໃດດອກ ​ທີ່ປະຕິບັດ​ຢ່າງເຂັ້ມງວດຕໍ່ຣັດ​ເຊຍລື່ນ​ຂ້າພະ​ເຈົ້າ​ໄປ. ​ແຕ່​ຈະ​ວ່າ
​ແລ້ວ ຂ້າພະ​ເຈົ້າຄິດ​ວ່າຂ້າພະ​ເຈົ້າສາມາດ​ມີ​ຄວາມ​ສໍາພັນ​ອັນ​ດີ ກັບປະທານາທິ
ບໍດີປູ​ຕິນ-ຂ້າພະ​ເຈົ້າຄິດກໍ​ວ່າ ຂ້າພະ​ເຈົ້າອາດ​ຈະ​ບໍ່ມີ​ສາຍ​ສໍາພັນ​ອັນ​ດີ​ກໍ​ເປັນ​ໄດ້, ​
ແລ້ວ​ພວກ​ເຈົ້າຈະ​ຮູ້​ດອກ, ​ເຊື່ອ​ຂ້າພະ​ເຈົ້າ​ໂລດ, ຫ້ອງ​ນີ້ຈະ​ຮູ້​ກ່ຽວກັບ​ເລື່ອງນີ້
ກ່ອນ​ທີ່​ຂ້າພະ​ເຈົ້າ ຈະ​ຮູ້ຈັກຊໍ້າ."


ທ່ານ​ທຣໍາ ​ເວົ້າວ່າ ພາຍ​ໃຕ້​ການ​ນໍາພາ​ຂອງ​ທ່ານ, ສະຫະລັດ​ໄດ້​ສຸມ​ໃສ່​ເພີ້ມ​ການ​ສົ່ງ​
ອອກ​ນໍ້າມັນ ​ແລະ​ອາຍ​ແກັສ ​ແລະ​ລົງທຶນ​ໃນ​ດ້ານ​ການ​ທະຫານ​ຂອງ​ສະຫະລັດ​ເພີ້ມ
ຂຶ້ນ ຊຶ່ງ​ເປັນ​ສອງ​ຢ່າງ​ທີ່ຈະ​ເຮັດ​ໃຫ້ຣັດ​ ​ເຊຍ​ບໍ່ພໍ​ໃຈ. ​ແຕ່​ພວກ​ນັກ​ຊ່ຽວຊານ​ເວົ້າວ່າ
ຄວາມ​ເຄ່ັງ​ຕຶງ​ທີ່​ເພີ້ມທະວີ​ຢ່າງ​ວ່ອງ​ໄວ ພາຍຫລັງ​ທີ່​ມີ​ການວາງຢາ​ພິດອະດີດນັກ​ສືບ
ລັບ ​ທີ່​ສອດແນມ​ໃຫ້ສອງຝ່າຍຢູ່ປະເທດ​ອັງກິດ-ທີ່​ຝ່າຍຣັດ​ເຊຍ​ເວົ້າວ່າ ຕົນ​ບໍ່​ໄດ້​ມີ
​ຄວາມຮັບຜິດຊອບຕໍ່​ເລື່ອ​ງນີ້ - ​ເຮັດໃຫ້ໃນຕອນ​ນີ້​ເປັນຊ່ວງເວລາ​ທີ່ “ໜ້າຕະຫຼົກໄປ”
ສຳລັບການ​ທີ່​ທ່ານ​ທຣຳເຊື້ອ​ເຊີນທ່ານ​ປູ​ຕິນ ມາ​ທໍານຽບຂາວ​.

ທ່ານມາກ ຊີ​ມະ​ກອບ​ສະ​ກີ (Mark Simakovsky) ຈາກ​ສະພາ​ຂອງ​ເຂດ​ອັດ​ລັງ​ຕິກ​
ໃຫ້​ຄໍາ​ເຫັນ​ວ່າ "ຕອນ​ນີ້ບໍ່​ແມ່ນ​ໂອກາດ​ດີ​ທີ່​ຈະ​ເຊື້ອ​ເຊີນ​ປະທານາທິບໍດີ ປູ​ຕິນ ມາ
​ຮ່ວມ​ກອງປະຊຸມລະດັບ​ປະ​ເທດ​ຢູ່​ໃນ​ທໍານຽບຂາວ​ເລີຍ, ​ເມື່ອ​ຄິດ​ເຖິງ​ເລື່ອງການ
ໃຫ້​ກຽດກັນ ໃນເວລາທີ່​ຂັບ​ໄລ່​ພວກ​ນັກ​ການ​ທູດ​ຂອງຣັດ​ເຊຍ​ອອກ​ໄປ ເຊັ່ນນີ້."

ທ່ານ ລຸກ ຄອຟຟີ (Luke Coffey) ຈາກ​ມູນ​ນິທິ​ດ້ານ​ມູນ​ເຊື້ອ​ເວົ້າວ່າ
"ການ​ທີ່​ມີ​ການ​ສື່ສານ​ເປັນປະຈຳ ກັບປະທານາທິບໍດີປູ​ຕິນ ແມ່ນເປັນ​ອີກເລື່ອງ​ນຶ່ງ,
​ທັງເປັນ​ເລື່ອງ​ທີ່​ເຮົາເຄີຍໄດ້ເຮັດ ແມ່ນ​ແຕ່​ຢູ່​ໃນ​ເວລາ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ ສູງ​ໃນ​ສະ
​ໄໝສົງຄາມ​ເຢັນ. ​ແຕ່​ວ່າການ​ມີ​ກອງ​ປະຊຸມ​ສຸດ​ຍອດ ​ເຖິງ​ແມ່ນ​ຈະ​ຈັດ​ຢູ່​ມົສກູ ຫລື
​ຈັດ​ຢູ່​ວໍ​ຊິງ​ຕັນ​ດີ​ຊີ​ກໍ​ຕາມ ມັນກໍ​ເປັນ​ການ​ເຮັດ ທີ່​ບໍ່ຖືກ​ກາລະເວລາ."


​ໃນຕອນ​ຫລ້າ​ສຸດ​ ທີ່ປະທານາທິບໍດີຂອງຣັດ​ເຊຍ​ໄດ້​ຖືກ​ເຊີນ​ ໃຫ້​ມາ​ຮ່ວມກອງ​ປະຊຸມ
ສຸດ​ຍອດ​ຢູ່​ໃນ​ທໍານຽບຂາວ ແມ່ນ​ໃນ​ປີ 2005 ກັບ​ອະດີດປະທານາທິບໍດີ ຈອດ​ຈ໌ ດັບ
​ເບິນ​ຢູ ບຸ​ສ (George W. Bush). ພວກ​ນັກ​ຊ່ຽວຊານ​ເວົ້າວ່າ ທີ​ມຮັບຜິດຊອບຄວາມ
ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທ່ານ​ທຣໍາທີ່​ຈະ​ເຂົ້າມາ​ຮັບ​ຕໍາ​ແໜ່ງ​ໄວໆນີ້ ອາດ​ຈະ​ຄັດຄ້ານ​ຕໍ່
ການ​ເຊື້ອ​ເຊີນ​ດັ່ງກ່າວຂອງ​ທ່າ​ນທຣໍາກໍ​ເປັນ​ໄດ້.

ທ່ານມາກ ຊີ​ມະ​ກອບ​ສະ​ກີ ​ໃຫ້​ຄໍາ​ເຫັນ​ເພີ້ມອີກ​ວ່າ"ສະນັ້ນ ຖ້າ​ຫາກ​ທ່ານທຣໍາຢາກ​
ໃຫ້​ມີ​ກອງ​ປະຊຸມດັ່ງກ່າວນີ້ ມັນ​ກໍອາດ​ຈະເປັນ​ໄປ​ໄດ້​ຫລາຍ ​ແຕ່​ວ່າ ຈະ​ມີ​ການ​ຄັດ
ຄ້ານ​ຢ່າງໜັກ ຕໍ່ການ​ເຮັດ​ເຊັ່ນ​ນັ້ນຢູ່​ໃນ​ທໍານຽບຂາວ. ຂ້າພະ​ເຈົ້າຄິດ​ວ່າ ທ່ານ ​ໂບລ
ຕັນ (Bolton), ທີ່​ປຶກສາດ້ານ​ຄວາມໝັ້ນຄົງ​ແຫ່ງ​ຊາດ ​ແລະ​ທ່ານ [​ໄມ​ຄ໌ ພອມ​ເພ​ວ (Mike Pompeo)] ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ໃນ​ອະນາຄົດ ຈະ​ສະ
ຫງວນທ່າທີທີ່ສຸດ​ກ່ຽວກັບກາລະ​ເວລາດັ່ງກ່າວ ຢ່າງ​ແຮງ."


ສ່ວນ​ພວກນັກ​ຊ່ຽວຊານ​ຜູ້​ອື່ນໆນັ້ນ ​ເວົ້າວ່າ ພວກ​ຣັດ​ເຊຍ​ໄດ້​ແນ​ໃສ່​ຢາກ​ໄດ້​ຮັບ​ການ
​ເຊື້ອ​ເຊີນແບບນີ້ມາ ຕັ້ງ​ແຕ່​ຕອນ​ທ່ານ​ທຣໍາ​ເຂົ້າຮັບ​ຕໍາ​ແໜ່ງ​ພຸ້ນ.

ທ່ານ ຣີຊາດ​ຈ໌ ​ໄວ​ທຊ໌ (Richard Weitz) ຈາກ​ສະ​ຖາ​ບັນຮັດ​ຊັນ ( Hudson) ເວົ້າວ່າ
"ພວກ​ຣັດ​ເຊຍ​ໄດ້ຊອກ​ຫາ​ໂອກາດທີ່​ຈະມີ​ກອງ​ປະຊຸມແບບນີ້ຢູ່​ແລ້ວ ນັບຕັ້ງ​ແຕ່​ຕອນ
​ທ່ານ​ທຣໍາ​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ຕົ້ນມາ. ພວກ​ເຂົາ​ເຈົ້າໄດ້ເຫັນ​ວ່າ ສາຍສໍາພັນລະ
ຫວ່າງສະຫະລັດກັບຈີນ, ຍີ່ປຸ່ນ ​ແລະ​ປະ​ເທດ​ອື່ນໆ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນຫລາຍ​
ປານ​ໃດ ພາຍຫລັງ​ທີ່ປະທານາທິບໍດີ​ທຣໍາ ​ໄດ້​ພົບກັບ​ບັນດາ​ຜູ້​ນໍາ​ຂອງ​ຕ່າງປະ​ເທດ​
ເຫລົ່ານີ້ …"


ທ່ານກ່າວ​ເພີ້ມອີກ​ວ່າ ມັນ​ຈະ​ຕ້ອງ​ໄດ້​ມີ​ການ​ປະກາດ​ຢ່າງ​ໃຫຍ່​ ແບບ ​ໃດ​ແບບ​ນຶ່ງ, ມີ​
ຄວາມ​ກ້າວໜ້າ​ໃນ​ລະດັບ​ໃດ​ນຶ່ງ ​ເພື່ອ​ຈະ​ເຮັດ​ໃຫ້ກອງ​ປະຊຸມ​ສຸດ​ຍອດ​ທີ່​ທໍານຽບຂາວ
ຄຸ້ມ​ຄ່າ.

ເບິ່ງວີດິໂອ​ກ່ຽວກັບ​ຂ່າວ​ນີ້​ເພີ້ມ​ເປັນ​ພາສາ​ອັງກິດ

XS
SM
MD
LG