ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ປູຕິນ ກ່າວວ່າ ຜູ້ໃດຜູ້ນຶ່ງ ຕ້ອງຮັບເອົາ ຄວາມຮັບຜິດຊອບ ໃນການໃຊ້ສານກະຕຸ້ນ


Putin Pledges Investigation Over Doping Scandal as Sponsors at Risk
please wait

No media source currently available

0:00 0:02:37 0:00

ເຊີນຊົມວີດີໂອ ລາຍງານນີ້

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ່າວວ່າ
ຣັດເຊຍຕ້ອງດຳເນີນການ ສືບສວນສອບສວນ ດ້ວຍ
ຕົນເອງ ຕໍ່ຂໍ້ກ່າວຫາວ່າ ບັນດານັກກິລາຂອງຕົນ ໃຊ້
ສານກະຕຸ້ນຕ່າງໆ. ທ່ານກ່າວຕື່ມວ່າ ຄົນບາງຄົນຈະ
ຕ້ອງໄດ້ເປັນຜູ້ຮັບຜິດຊອບ ສຳລັບບັນຫານີ້.

ທ່ານ ປູຕິນ ໄດ້ສະແດງຄວາມຄິດເຫັນ ເປັນເທື່ອທຳອິດ
ໃນວັນພຸດວານນີ້ ຫຼັງຈາກອົງການຕໍ່ຕ້ານການໃຊ້ສານ
ກະຕຸ້ນໂລກ ໄດ້ສັ່ງໃຫ້ຫ້ອງທົດລອງຢາ ຂອງມົສກູ ຢຸດ
ກິດຈະການເປັນເວລາ 6 ເດືອນ ພາຍຫລັງທີ່ໄດ້ເປີດເຜີຍ
ບົດລາຍງານທີ່ສຳຄັນ ເຊິ່ງໄດ້ກ່າວຫາວ່າ ບັນດານັກກິລາ ຂອງຣັດເຊຍ ໃຊ້ສານກະຕຸ້ນ ທີ່ອຸປະຖຳໂດຍລັດຖະບານ.

ບົດລາຍງານໄດ້ກ່າວຫາ ຫ້ອງທົດລອງນັ້ນ ວ່າ ດັດແປງພວກຜົນ ການກວດສອບຫາ
ສານກະຕຸ້ນ ໃນນັກກິລາ ໃຫ້ປາກົດໃຫ້ເຫັນວ່າ ບໍລິສຸດ ຫຼືປາດສະຈາກສານກະຕຸ້ນ.
ມັນຍັງໄດ້ຊັດທອດ ໄປເຖິງ ບັນດານັກກິລາ ຄູເຝິກສອນ ແລະ ນາຍແພດ
ຂອງຣັດເຊຍ
ທີ່ຢູ່ໃນວົງການນີ້.

ທ່ານ ປູຕິນ ກ່າວຢູ່ທີ່ສະຖານທີ່ພັກຜ່ອນ ໃນທະເລດຳ ຂອງນະຄອນ Sochi ບ່ອນທີ່ທ່ານ
ຈະພົບປະກັບບັນດາເຈົ້າໜ້າທີ່ ຮັບຜິດຊອບດ້ານກິລາ ວ່າ “ຂ້າພະເຈົ້າໄດ້ ຂໍຮ້ອງໃຫ້
ລັດຖະມົນຕີ ກິລາ ແລະ ບັນດາເພື່ອນຮ່ວມງານ ຂອງພວກເຮົາທັງໝົດ ຜູ້ທີ່ກ່ຽວພັນ
ໃນທາງໃດທາງນຶ່ງ ຫຼື ໃນດ້ານອື່ນໆ ກັບກິລາ ໃຫ້ເອົາໃຈໃສ່ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້.”

ທ່ານປູຕິນ ກ່າວອີກວ່າ ພ້ອມກັນກັບການດຳເນີນການສືບສວນສອບດ້ວຍຕົນເອງ
ຂອງຣັດເຊຍແລ້ວ ຕົນຈະໃຫ້ການຮ່ວມໄມ້ຮ່ວມມື ກັບອົງການຕໍ່ຕ້ານ ໃຊ້ສານກະຕຸ້ນ
ສາກົນຕ່າງໆ. ທ່ານປູຕິນ ເວົ້າວ່າ “ການແຂ່ງຂັນກິລາ ພຽງເປັນທີ່ໜ້າສົນໃຈ ໃນເວລາ
ມັນມີຄວາມຍຸຕິທຳ”
ເຊິ່ງທ່ານເອງກໍແມ່ນນັກກິລາທີ່ໂດ່ງດັງຜູ້ນ່່ຶ່ງ.

ຖ້າບັນຫາຕ່າງໆ ຖືກພົບເຫັນ ທ່ານປູຕິນໄດ້ເຕື່ອນວ່າ ບຸກຄົນບາງຄົນ ຄວນຮັບເອົາ
ຄວາມຮັບຜິດຊອບ ໂດຍສ່ວນຕົວ.

ນັກປະຊາສຳພັນ ທ່ານ Maxim Filipovich ເວົ້າວ່າ “ທ່ານປູຕິນ ແລະ ບັນດາຄູ່ເຝິກສອນ
ຕ້ອງໃຫ້ມີການປຶກສາຫາລື ຢ່າງສ້າງສັນ ເພື່ອຫາທາງຍຸດຕິ ເລື້ອງເສຍຫາຍອັນນີ້.
ຕາບໃດທີ່ມັນຍັງເກີດຂຶ້ນຢູ່ ແລະ ຍັງບໍ່ໄດ້ຖືກແກ້ໄຂ ມັນມີຄວາມສຳຄັນຫຼາຍ ສຳລັບ
ພາບພົດຂອງທິມຊາດ ຂອງພວກເຮົາ.

ຣັດເຊຍອາດຈະປະເຊີນໜ້າ ກັບການງົດບໍ່ໃຫ້ພວກນັກກິລາຂອງຕົນ ລົງແຂ່ງຂັນ ຍ້ອນ
ການໃຊ້ສານກະຕຸ້ນ ແລະ ອາດຈະຖືກຫ້າມ ຈາກການເຂົ້າຮ່ວມ ການແຂ່ງຂັນກິລາລະດູ
ຮ້ອນ Olympic ທີ່ Brazil ໃນປີໜ້ານີ້ກໍເປັນໄດ້.

Russia Doping Putin
please wait
Embed

No media source currently available

0:00 0:00:17 0:00

XS
SM
MD
LG