ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Putin ວ່າ ປະເທດຕາເວັນຕົກ ໜູນຫລັງ ພວກຫົວຮຸນແຮງ ໃນຊີເຣຍ (ສະໄລດ໌)


ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ກ່າວວ່າ ຍັງບໍ່ພ້ອມທີ່ ຈະປ່ຽນທ່າກ່ຽວກັບການສະໜັບສະໜູນຊີເຣຍ
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ກ່າວວ່າ ຍັງບໍ່ພ້ອມທີ່ ຈະປ່ຽນທ່າກ່ຽວກັບການສະໜັບສະໜູນຊີເຣຍ
ປະທານາທິບໍດີ​ຣັດ​ເຊຍ ທ່ານ Vladimir Putin
ກ່າວ​ວ່າ Moscow ຍັງ​ບໍ່​ທັນ ພ້ອມເທື່ອ ທີ່​ຈະ​ປ່ຽນ​
ທ່າ​ກ່ຽວ​ກັບ​ການສະໜັບສະໜຸນລັດຖະບານ​ຊີ​ເຣຍ
​ແລະ​ໄດ້ແນະ​ໃຫ້​ເຫັນ​ວ່່າ ບັນດາ​ປະ​ເທດ​ຕາ​ເວັນ​
ຕົກ ສວຍໃຊ້ກຸ່ມ​ຫົວ​ຮຸນ​ແຮງ​ຕ່າງໆ​ເຊັ່ນ ກຸ່ມ​ກໍ່​ການ​
ຮ້າຍ al-Qaida ເພື່ອ​ຊ່ວຍ​ໂຄ່ນ​ລົ້ມ ​ປະ​ທາ​ນາ​ທິ
ບໍດີ Bashar al-Assad ລົງຈາກ​ອໍາ​ນາດ.

ໃນ​ການ​ຖະ​ແຫຼງຜ່ານໂທລະພາບຣັດ​ເຊຍມື້​ນີ້ ທ່ານ Putin ​ໄດ້​ຖາມ​ວ່າ ​ເປັນ​ຫຍັງຈຶ່ງ​ຄວນ​ເປັນຣັດ​ເຊຍ​ແຕ່​ພຽງ​ຜູ້​ດຽວ ​ທີ່​ຄວນ​ຊັ່ງຊາ​ເບິ່ງບົດບາດ​ຂອງ​ຕົນໃໝ່. ທ່ານ​ກ່າວວ່າ “ບາງ​ທີ​ຄູ່​ເຈລະ​ຈາຂອງ​ພວກ​ເຮົາ​ກໍຄວນ​ຊັ່ງຊາ​ຕີ​ລາຄາເບິ່ງ​ໃໝ່ໃນ​ທ່າ​ທີ​ຂອງ​ເຂົາ​ເຈົ້າ.”

ມີ​ການ​ຖາມ​ຜູ້ນຳ​ຂອງຣັດ​ເຊຍ​ວ່າ ກຸງ​ມົສກູຄວນ​ທົບ​ທວນເບິ່ງ​ໃໝ່​ກ່ຽວ​ກັບ​ທັດສະ ນະຂອງ
ຕົນຕໍ່ຊີ​ເຣຍ ຫລັງ​ຈາກ​ໄດ້ໃຊ້​ສິດ​ຢັບຢັ້ງມາສາມ​ເທື່ອ​ແລ້ວ ຕໍ່​ຮ່າງ​ຍັດຕິ ຂອງ​ສະພາ​ຄວາມ​
ໝັ້ນຄົງ​ສະຫະ​ປະຊາ​ຊາດ ທີ່​ໄດ້​ຮັບ​ການໜຸນ​ຫຼັງຈາກ​ປະ​ເທດ​ຕາ​ເວັນ​ຕົກ ທີ່ແນ​ໃສ່​ເພື່ອ​
ກົດ​ດັນ​ໃຫ້ທ່ານ Assad ຢຸດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ
20.000 ຄົນ.

ໂດຍປາດ​ສະ​ຈາກ​ການ​ລະບຸ​ຊື່ປະ​ເທດໃດນຶ່ງ ທ່່ານ​ກ່າ​ວວ່າ ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ທີ່​ຊ​ອກຫາ​ທາງ​ຂັບ​ໄລ່ທ່ານ Assad ​ນັ້ນ ​ໄດ້​ໃຫ້ການ​ສະໜັບສະ​ໜຸນ ຕໍ່​ພວກ​ຫົວ​ຮຸນ​ແຮງ​ເພື່ອ​ຊ່ວຍ​ໂຄນ​ລົ້ມທ່ານ ​Assad ຊຶ່ງທ່ານ​ Putin ເວົ້າວ່າ “​ເປັນ​ອັນຕະລາຍ​ທີ່​ສຸດ ​ແລະ​ເປັນ​ນະ​ໂຍບາຍ​ທີ່​ມີ​ສາຍຕາ​ສັ້ນ.”

ໃນ​ຂະນະ​ດຽວ​ກັນ ກຸ່ມ​ສິ້ງຊອມສິດທິ​ມະນຸດ ທີ່​ມີ​ຫ້ອງການຢູ່​ປະ​ເທດ​ອັງກິດ ​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ກໍາລັງ​ຂອງ ທ່ານ Assad ​ໄດ້ເຂົ້າຢຶດ​ເອົາ​ເມືອງໆ​ນຶ່ງ​ຈາກ​ພວກ​ກະບົດ ທີ່​ຕັ້ງ​ຢູ່ຕິດ​ຊາຍ​ແດນ​ຈໍ​ແດັນ ​ທີ່​ໃຊ້​ເປັນ​ທາງ​ຜ່ານ​ຂອງອົບ​ພະ​ຍົບ ​ໃນ​ການຫຼົບໜີ​ຈາກ​ສົງຄາມ​ກາງ​ເມືອງ​ໃນ​ຊີ​ເຣຍນັ້ນ.

XS
SM
MD
LG