ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ປະທ້ວງ ສະຫະລັດ ທີ່ຈະໃຫ້ ການຊ່ວຍເຫລືອອາວຸດ ແກ່ ຢູເຄຣນ


ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden (ຊ້າຍ) ຈັບມືກັບ ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko.
ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden (ຊ້າຍ) ຈັບມືກັບ ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko.

ຣັດ​ເຊຍ ກ່າວ​ວ່າ ​ຈະມີ​ຜົນ​ກະທົບ​ຕິດ​ຕາມມາ ຖ້າ​ຫາກ ວໍຊິງ​
ຕັນລົງ​ໂທດ​ໃໝ່ຕໍ່ມົສກູ ຍ້ອນ​ວິ​ກິ​ດການ​ໃນ ຢູ​ເຄຣນ.

ຮອງ​ລັດຖະມົນຕີ ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Rya-
bkov ​ໃນ​ວັນ​ເສົາ​ມື້​ນີ້ ​ໄດ້​ຖິ້ມ​ໂທດ​ໃສ່ “ອາລົມ​ຕໍ່​ຕ້ານຣັດ​ເຊຍ”
​ໃນວໍຊິງ​ຕັນ ວ່າ​ເປັນ​ຕົ້ນ​ເຫດ​ທີ່​ພາ​ໃຫ້​ມີ​ການ​ຮັບ​ຜ່ານ​ຮ່າງ​ກົດ
ໝາຍ​ໃໝ່ ​ທີ່​ອະນຸຍາດ​ໃຫ້ສົ່ງ​ອາ​ວຸດຮ້າ​ຍ​ແຮງ ​ໄປ​ຊ່ວຍ​ Kyiv
​ແລະ​ລົງ​ໂທດຣັດ​ເຊຍ ​ໜັກ​ລົງ​ໄປ​ອີກນັ້ນ.

ກະຊວງ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ຢູ່​ໃນ​ຖະ​ແຫລ​ງການໃນ​ວັນ​
ສຸກ​ວານ​ນີ້​ວ່າ ຮ່າງ​ກົດໝາຍທີ່​ເອີ້ນ​ວ່າ ກົດໝາຍ​ສະໜັບສະໜຸນ
ເສລີພາບ​ຢູເຄຣນ ແມ່ນ​ມີ “​ລັກສະນະທ້າ​ທາຍຢ່າງເປີ​ດ​ເຜີຍ” ​ແລະເທົ່າ​ກັບເປັນ​ການ
"ຂົ່ມຂູ່​ໃຫ້ຍິນ​ຍອມ ຫລື blackmail.”

ກະຊວງ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ວ່າ ຮ່າງ​ກົດໝາຍນີ້​ຈະ​ສ້າງ "ຄວາ​ມຜິດ​ຫວັງ​ຢ່າງ​ເລິກ
​ເຊິ່ງ" ​ແລະ​ທຳລາຍ​ໂອກາດ ສຳ​ຫລັບ​ຄວາມພະຍາຍາ​ມຮ່ວມກັນ​ໃດໆເພື່ອ​ທີ່​ຈະ​ຍຸດຕິ​ວິ
​ກີດ​ການ​ໃນຢູ​ເຄຣນນັ້ນ.

ຄາດ​ວ່າ ລັດຖະມົນຕີຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ຈະ​ສົນທະນາ​ເລື່ອງ​ນີ້
ກັບ ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ​ເວລາພວກ​ທ່ານ​ພົບ​ກັນ ​ໃນ​
ວັນ​ຈັນ ທີ່​ນະຄອນ Rome.

UKRAINE CNPK
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG