ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ​​ເຂົ້າ​ຄົ້ນ ເຮືອນ​ຂອງຜູ້​ນໍາຝ່າຍຄ້ານ


ນັກປະທ້ວງຖືປ້າຍຕໍ່ຕ້ານລັດຖະບານ ຣັດເຊຍ
ນັກປະທ້ວງຖືປ້າຍຕໍ່ຕ້ານລັດຖະບານ ຣັດເຊຍ

ຕໍາຫຼວດແລະເຈົ້າ​ໜ້າ​ທີ່ສືບສວນຂອງຣັດ​ເຊຍ ​ໄດ້​ເຂົ້າ​ຄົ້ນ​ບ້ານ​ຂອງຜູ້​ນໍາຝ່າຍຄ້ານ
ຫຼາຍຄົນ ​ໃນ​ມື້ກ່ອນການປະ​ທ້ວງໃນນະຄອນຫລວງມອສກູ​ ທີ່​ໄດ້​ມີ​ການວາງ​ແຜນ​ໄວ້ນັ້ນ.

ຄະນະ​ກໍາມະການ​ສອບ​ສວນ​ຂອງ​ລັດຖະບານກາງຣັດ​ເຊີຍ ຫລື FIC ​ກ່າວໃນ​ຖະ​ແຫຼ​ງ
ການ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ການເຂົ້າຄົ້ນໄດ້​ແນ​ເປົ້າ​ໝາຍ​ໃສ່​ບ້ານ​ເຮືອນ​ຂອງ​ບັນດາ​ຜູ້ຈັດ
ການໂຮມ​ຊຸມນຸມຄັ້ງ​ກ່ອນ ​ໃນ​ເດືອນ​ແລ້ວ​ນີ້ ​ເພື່ອ​ປະ​ທ້ວງປະທານາທິບໍດີ Vladimir
Putin ນັ້ນ.

ຖະ​ແຫຼ​ງການ ​ໄດ້ບົ່ງຊື່​ທ່ານ ທ່ານ Alexei Navalny ​ແລະ​ທ່ານ Sergi Udaltsov ທີ່​ໄດ້
​ຖືກ​ຈໍາ​ຄຸກ​ມາ​ແລ້ວ​ 15 ມື້ ​ໃນ​ເດືອນ​ແລ້ວ​ນີ້ ​ໃນ​ຖານ​ທໍາການເດີນ​ຂະ​ບວນປະ​ທ້ວງ​ພິທີ
​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງຂອງປະທານາທິບໍດີ Putin ພ້ອມ​ທັງ ​ທ່ານ Ilya Yashin
ນັກ​ເຄື່ອນ​ໄຫວ​ອີກ​ຄົນ​ນຶ່ງ ທີ່ໄດ້ຖືກກັກ​ຕົວ​ໄວ້ ​ໃນ​ການໂຮມ​ຊຸມນຸມຕໍ່ຕ້ານບັ້ນ​ນຶ່ງ.
ທາງ​ກອງ​ສືບສວນ​ ​ກ່າວ​ວ່າ ຕົນມີ​ແຜນການ​ຈະ​ທໍາການກວດຄົ້ນ ປະມານ 10 ບ່ອນ​
ໃນ​ມື້​ນີ້.

ພວກ​ຜູ້​ນໍາ​ຝ່າຍ​ຄ້ານ ຫວັງ​ທີ່​ຈະດຶງ​ດູດ​ຜູ້​ຄົນ ​ໃຫ້​ໄປ​ໂຮມ​ຕົວທໍາ​ການຊຸມນຸມ​ປະ​ທ້ວງຂະໜາດ
​ໃຫຍ່ ໃນ​ວັນ​ອັງຄານມື້​ອື່ນນີ້ ຊຶ່ງ​ເປັນ​ເວລາບໍ່​ເທົ່າ​ໃດມື້​ ຫຼັງ​ຈາກທີ່ ທ່ານ Putin ​ໄດ້​ລົງ​ນາມ
​ໃນ​ຮ່າງ​ກົດໝາຍສະບັບ​ນຶ່ງ ທີ່ເພີ້​ມຄ່າປັບ​ໄໝ​ຂຶ້ນ​ຢ່າງ​ຫລວງຫລາຍ ​ຕໍ່ຜູ້​ຄົນ​ທີ່​ພົວພັນ​ກັບ​
ການ​ໂຮມ​ຊຸມນຸມ​ປະ​ທ້ວງ ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ນັ້ນ.

ບັດ​ນີ້ ພວກ​ທີ່​ຈັດ​ການ​ໂຮມຊຸມນຸມ​ປະ​ທ້ວງທີ່​ຜິດ​ກົດໝາຍນັ້ນ ​ແມ່ນຈະ​ຖືກ​ປັບໄໝ ຫລາຍ​ເຖິງ 30,000 ​ໂດ​ລາ ​ໃນ​ຂະນະ​ນທີ່​ຜູ້​ປະ​ທ້ວງ​ແຕ່ລະຄົນ​ນັ້ນ​ອາດ​ສາມາດ​ຖືກ​ປັບໄໝ​ໄດ້​ຮອດ 9,000 ​ໂດ​ລາ ຫຼື​ບໍ່​ກໍຖືກ​ບັງຄັບໃຫ້​ເຮັດ​ວຽກ​ຮັບ​ໃຊ້​ສັງຄົມ ຮອດ 200 ຊົ່ວ​ໂມງ.

XS
SM
MD
LG