ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກຂັບຂີ່ລົດໃນຣັດເຊຍ ທໍາການປະທ້ວງ ນາຍົກລັດຖະມົນຕີ ພູຕິນ


ລົດຄັນນຶ່ງທີ່ຫຸ້ມດ້ວຍໝາກປຸມເປົ້າສີຂາວ ປະກອບສວນໃນ
ການປະທ້ວງນາຍົກລັດຖະມົນຕີພູຕິນ ໃນວັນອາທິດວານນີ້,
ວັນທີ 30 ມັງກອນ 2012.
ລົດຄັນນຶ່ງທີ່ຫຸ້ມດ້ວຍໝາກປຸມເປົ້າສີຂາວ ປະກອບສວນໃນ ການປະທ້ວງນາຍົກລັດຖະມົນຕີພູຕິນ ໃນວັນອາທິດວານນີ້, ວັນທີ 30 ມັງກອນ 2012.

ບັນດາ​ຜູ້​ຂັບ​ຂີ່​ລົດ​ໃນຣັດ​ເຊຍ ໄດ້ພາກັນທໍາ​ການ​ປະ​ທ້ວງ​ອີກ​ຄັ້ງ​ໃໝ່​ຕໍ່ນາ​ຍົກ​ລັດຖະມົນຕີ
Vladimir Putin ທີ່​ອາດ​ຈະ​ກັບ​ຄືນ​ມາ​ກໍາ​ຕໍາ​ແໜ່​ງປະທານາທິບໍ​ດີ​ອີກ ໂດຍພາກັນ​ປົກ
ຄຸມລົດ​ຂ​ອງ​ເຂົາ​ເຈົ້າດ້ວຍສີຂາວ​ແລ້​ວຂັບ​ອ້ອມ​ກຸງມົ​ສກູ ໃນ​ວັນ​ອາທິດ​ວານ​ນີ້.

ພວກຈັດ​ການ​ປະ​ທ້ວງກ່າ​ວວ່າ ​ມີ​ລົດ​ຫລາຍ​ເຖິງ 3000 ຄັນ​ ທີ່​ຕິດ​ໝາກ​ປຸມເປົ້າ​ສີຂາວ ​
ໂບສີຂາວ ​ແລະເຄຶ່ອງ​ເອ້ອື່ນໆທີ່​ເປັນ​ສີຂາວ ​ແລ້ວ​ ​ຂັບ​ລົດ​ອ້ອມ​ທາງ​ຫລວງ Garden
Ring ຊຶ່ງ​ເປັນວົງ​ແຫວນ​ອ້ອມເມືອງຫລວງ​ຂອງຣັດ​ເຊຍ. ສ່ວນຜູ້​ທີ່​ບໍ່​ມີ​ລົດ​ກໍພາກັນ​ຢືນ
ຕາ​ມຖະໜົນແລະ​ໂບກຜ້າ​ແພມົນ​ສີຂາວ.

ທາງ​ຝ່າຍ​ຕໍາຫລວດ ກ່າວວ່າ​ ມີ​ລົດ​ພຽງແຕ່ 300 ຄັນ​ເທົ່າ​ນັ້ນ​ທີ່​ເຂົ້າ​ຮ່ວມ.

ພວກທີ່​ຄັດຄ້ານ​ຕໍ່​ການ​ກັບ​ຄືນ​ມາ​ເປັນ​ປະທານາທິບໍດີ​ອີກ​ຄັ້ງ​ນຶ່ງ​ຂອງ​ທ່ານ Putin ​ໄດ້
ຮັບ​ເອົາສີຂາວ ​ເປັນ​ສີ​ຂອງ​ພວກ​ເຂົາ​ເຈົ້າ.

ເຂົາ​ເຈົ້າ​ກ່າວ​ວ່າ ການ​ຂັບ​ລົດ​ອ້ອມ​ນະຄອນຫລວງ​ມົສກູໃນ​ມື້ວານ​ນີ້ ​ແມ່ນ​ເປັນ​ການ​ໂຄສະ
ນາ ສໍາລັ​ບອັນ​ທີ່​ພວກ​ເຂົາ​ເຈົ້າ​ຫວັງ​ວ່າ ຈະ​ເປັນ​ການ​ຊຸມນຸມ​ປະ​ທ້ວງ​ຕໍ່ຕ້ານ​ທ່ານ​ພູ​ຕິນຢ່າ​ງ
ຂະໜານ​ໃຫຍ່ ​ໃນ​ວັນ​ເສົາ​ໜ້າ ຊຶ່ງ​ຈະ​ເປັນ​ເວລາ​ນຶ່ງ​ເດືອນ​ພໍດີ ກ່ອນ​ການ​ເລືອກ​ຕັ້ງ​ປະທາ
ນາທິບໍດີ ​ໃນ​ວັນ​ທີ 4 ​ເດືອນ​ມີນາ​ນັ້ນ.

ບັນ​ດາ​ນັກ​ຊ່ຽວຊານ​ດ້ານ​ການ​ເມືອງ​ຂອງຣັດ​ເຊຍ​ເຊື່ອ​ວ່າ ທ່ານ​ພູ​ຕິນຈະ​ໄດ້​ຮັບ​ໄຊຊະນະ​
ຢ່າງ​ງ່າຍດາ​ຍ ​ແລະ​ກໍ​ຈະ​ໄດ້​ເປັນ​ປະທານາທິບໍດີ​ອີກ​ຄັ້ງ​ນຶ່ງ. ທ່ານ​ພູ​ຕິນບໍ່​ມີ​ສິດ​ລົງ​ແຂ່ງ​ອີກ
ໃນ​ການ​ເລືອກ​ຕັ້ງ​ຄັ້ງປີ 2008 ນັ້ນຍ້ອນ​ວ່າທ່ານ​ໄດ້​ເປັນ​ປະທານາທິບໍດີ​ມາ​ແລ້ວ 2 ​ສະ​ໄໝ.

XS
SM
MD
LG