ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕໍາຫລວດຣັດເຊຍຈັບ ພວກປະທ້ວງສະໜັບສະໜູນ ຝ່າຍຄ້ານ (ເບິ່ງວີດີໂອ)


ຕໍາຫຼວດຣັດເຊຍຈັບກຸມພວກນັກເຄື່ອນໄຫວທີ່ມາໂຮມຊຸມນຸມປະທ້ວງ ໃນຣັດເຊຍ
ຕໍາຫຼວດຣັດເຊຍຈັບກຸມພວກນັກເຄື່ອນໄຫວທີ່ມາໂຮມຊຸມນຸມປະທ້ວງ ໃນຣັດເຊຍ

ຕໍາ​ຫຼວດຂອງຣັດ​ເຊຍ​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ຈັບພວກ​ສະໜັບສະໜູນ​ຝ່າຍ​ຄ້ານ ຈໍານວນ 55 ຄົນ ​ໃນ​ວັນ​ອາທິດ​ວານ​ນີ້ ຢູ່ໃກ້ໆ​ກັບ​ຈະຕຸ​ລັດ​ແດງ​ ​ໃນ​ກຸງ Moscow ​ເພື່ອປ້ອງ​ກັນ​ບໍ່​ໃຫ້ມີ​ການ​ຊຸມນຸມ​ຕໍ່ຕ້ານ​ລັດຖະບານ ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ ​ເກີດ​ຂຶ້ນ​ຢູ່​ທີ່ນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ​ໄດ້ຮຽກຮ້ອງ​ໃຫ້ພວກ​ທີ່​ສະໜັບ​ສະ​ໜູນ​ຝ່າຍ​ຄ້ານ ​ພາກັນ​ຍ່າງ​ເດີນ​ຂະ​ບວນອ້ອມຈະຕຸ​ລັດ​ແດງ​ ທີ່​ຢູ່​ຂ້າງ​ນອກວັງ Kremlin ນັ້ນ ​ໂດຍ​ໃຫ້​ພາກັນຜູກ​ໂບຜ້າ​ສີຂາວ​ ທີ່​ເປັນ​ສັນຍາ​ລັກຂອ​ງຂະ​ບວນການປະ​ທ້ວງ.

ແຕ່​ພວກ​ຕໍາຫຼວດ​ໄດ້​ອັດຈະຕຸ​ລັດ​ແດງ​ໄວ້ ​ແລະ​ຕັນ​ທາງເຂົ້າສູ່​ຈະຕຸ​ລັດ​ທຸກ​ທາງ ​ເພື່ອ​ຂັດຂວາງ​ການ​ໂຮມ​ຊຸມນຸມ.

ພວກ​ນັກເຄື່ອ​ໄຫວ​ຂອງຝ່າຍ​ຄ້ານ ​ໄດ້​ຕໍາ​ນິຕິ​ຕຽນ​ລັດຖະບານ ວ່າລະ​ເມີດ ສິດທິ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ການ​ໂຮມຊຸມ​ນຸມ.

ພວກ​ນັກ​ເຄື່ອນ​ໄຫວ​ຈໍານວນ​ຫຼາຍ​ໝື່ນ​ຄົນໄດ້​ທໍາ​ການ​ໂຮມ​ຊຸມນຸມປະ​ທ້ວງ​ໃນ​ຫຼາຍ​ເດືອນ​ຜ່ານ​ມາ​ນີ້ ​ຕໍ່​ຕ້ານການ​ສໍ້​ໂກງ​ທີ່​ເຂົາ​ເຈົ້​າກ່າວ​ວ່າ ​ໄດ້​ມີ​ຂຶ້ນ​ຢ່າງ​ແຜ່​ຫລາຍ​ໃນການເລືອກ​ຕັ້ງ​ສະພາ ​ແລະຕໍ່ຕ້ານ​ການ​ເລືອກ​ເອົາ ທ່ານ Vladimir Putin ເປັນປະທານາທິບໍດີ​ອີກ ໃນ​ເດືອນ​ແລ້ວ​ນີ້.

XS
SM
MD
LG