ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດວ່າ ພັກການເມືອງ ຂອງທ່ານ ປູຕິນ ຍັງຄົງຈະກຳອຳນາດ ໃນປະເທດຢູ່ຄືເກົ່າ


ແມ່ຍິງຄົນໜຶ່ງປ່ອນບັດລົງຄະແນນສຽງ ທີ່ໜ່ວຍປ່ອນບັດ
ເລືອກຕັ້ງໃນເມືອງ Petropavlovsk-Kamchatsky, ເມືອງຫຼວງຂອງ ພາກພື້ນແຫຼມ Kamchatka, ພາກ
ຕາເວັນອອກໄກຂອງ ຣັດເຊຍ. 18 ກັນຍາ, 2016.
ແມ່ຍິງຄົນໜຶ່ງປ່ອນບັດລົງຄະແນນສຽງ ທີ່ໜ່ວຍປ່ອນບັດ ເລືອກຕັ້ງໃນເມືອງ Petropavlovsk-Kamchatsky, ເມືອງຫຼວງຂອງ ພາກພື້ນແຫຼມ Kamchatka, ພາກ ຕາເວັນອອກໄກຂອງ ຣັດເຊຍ. 18 ກັນຍາ, 2016.

ຄາດວ່າ ພັກສາມັກຄີລັດເຊຍ ທີ່ກຳລັງປົກຄອງປະເທດຢູ່ ຈະເປັນຜູ້ຊະນະຢ່າງໃຫຍ່ໃນ ການເລືອກຕັ້ງສະພາແຫ່ງຊາດໃນວັນອາທິດມື້ນີ້ ທີ່ຂະຫຍາຍເຂດເວລາ 11 ເຂດສຳລັບ ຜູ້ລົງຄະແນນສຽງທີ່ໄດ້ລົງທະບຽນປະມານ 110 ລ້ານຄົນ.

ໃນການຢັ່ງຫາງສຽງເມື່ອບໍ່ດົນມານີ້ໄດ້ສະເໜີວ່າ ພັກການເມືອງຂອງທ່ານ Vladimir Putin ຈະຮັກສາອຳນາດໄວ້ໄດ້ໃນສະພາ Duma.

ພວກນັກວິເຄາະກ່າວວ່າ ການລົງຄະແນນສຽງເບິ່ງຄືວ່າຈະມີການລົງປະຊາມະຕິ ກ່ຽວກັບ ການລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີທີ່ຄາດວ່າຈະເລືອກເອົາທ່ານ Putin ດຳລົງ ຕຳແໜ່ງຄືນໃນປີ 2018.

ບັນດານັກການເມືອງຝ່າຍກົງກັນຂ້າມກຳລັງຫວັງວ່າ ພວກເຂົາເຈົ້າຈະສາມາດໄດ້ຮັບ ບ່ອນນັ່ງຈຳນວນບໍ່ຫຼາຍຈາກທັງໝົດ 450 ບ່ອນ, ແຕ່ບັນດານັກສຳຫຼວດຄວາມຄິດເຫັນ ກ່າວວ່າ ພວກຝ່າຍຄ້ານອາດໂຊກບໍ່ດີພໍທີ່ຈະໄດ້ຮັບແມ່ນແຕ່ບ່ອນນັ່ງບ່ອນດຽວ.

ເຈົ້າໜ້າທີ່ເລືອກຕັ້ງຕິດເຈ້ຍໂຄສະນາ ກ່ອນການເລືອກຕັ້ງສະພາແຫ່ງຊາດ ໃນບ້ານ Gusino, ນອກເມືອງ Smolensk, ພາກຕາເວັນຕົກຂອງ ຣັດເຊຍ. 7 ກັນຍາ 2016.
ເຈົ້າໜ້າທີ່ເລືອກຕັ້ງຕິດເຈ້ຍໂຄສະນາ ກ່ອນການເລືອກຕັ້ງສະພາແຫ່ງຊາດ ໃນບ້ານ Gusino, ນອກເມືອງ Smolensk, ພາກຕາເວັນຕົກຂອງ ຣັດເຊຍ. 7 ກັນຍາ 2016.

ແນວໃດກໍຕາມ, ການຫວນຄືນມາອີກຂອງລະບົບການລົງຄະແນນສຽງແບບເກົ່າ ອາດນຳ ໄປສູ່ການໄດ້ຮັບບາງບ່ອນນັ່ງສຳລັບພັກຝ່າຍຄ້ານ. ເຄິ່ງໜຶ່ງຂອງສະພາຈະຖືກຕັດສິນ ໂດຍການລົງຄະແນນສຽງຂອງປະຊາຊົນສຳລັບບຸກຄົນໃດໜຶ່ງ, ພ້ອມກັບອີກເຄິ່ງໜຶ່ງ ເລືອກເອົາຈາກລາຍຊື່ຂອງພັກ ເຊິ່ງສະພາເກົ່ານັ້ນ ໄດ້ຖືກເລືອກເອົາໃນບັນດາຜູ້ທີ່ມີລາຍ ຊື່ໃນພັກເທົ່ານັ້ນ.

ທ່ານ Putin ແລະ ພັກສະມັກຄີ ຣັດເຊຍ ແມ່ນກຳລັງລອຍໂຕຢູ່ເທິງຄື້ນຟອງຂອງການສະ ໜັບສະໜູນຊາດນິຍົມ ກ່ຽວກັບ ແຫຼມ Crimea ແລະ ການປະຕິບັດການທາງທະຫານ ທີ່ກຳລັງດຳເນີນຢູ່, ພ້ອມກັບສື່ມວນຊົນຂອງລັດຖະບານ ປະຕິເສດຄຳວິຈານຕ່າງໆ ຫຼື ກາ ໜ້າພວກເຂົາເຈົ້າວ່າເປັນພວກທໍລະຍົດ.

ພວກສະໜັບສະໜູນວັງ Kremlin ມາເຖິງຕອນນີ້ໄດ້ຕີລາຄາສິ່ງທີ່ມອງເຫັນວ່າເປັນການ ນຳພາທີ່ເຂັ້ມແຂງ ຫຼາຍກວ່າຄວາມເປັນຫ່ວງ ກ່ຽວກັບ ອຳນາດການປົກຄອງທີ່ກຳລັງນຳ ພາທິດທາງຂອງປະເທດ ຣັດເຊຍ ຢູ່.

Russia's ruling United Russia is expected to be the big winner in Sunday's parliamentary elections that span 11 time zones for approximately 110 million registered voters.

Recent polling suggests the party of President Vladimir Putin will retain power in the State Duma.

Analysts say the voting will likely be a referendum on Putin's expected 2018 presidential run for re-election.

Opposition politicians are hoping they will be able to acquire at least a few of the 450 seats, but pollsters say the opposition might not be lucky enough to grab even one seat.

However, the resurrection of an old voting system could lead to some seats for the opposition.Half of parliament will be decided by people voting for individuals, with the other half drawn from party lists.The last parliament was elected on party lists alone.

Putin and United Russia are riding a wave of nationalist support over Crimea and ongoing military actions, with state-run media ignoring critics or branding them as traitors.

Kremlin supporters have so far valued what is seen as tough leadership more than concerns about which direction that authority is taking Russia.

XS
SM
MD
LG