ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ. Flynn ຕົກລົງ ​​ຈະມອບ ​ເອກະ​ສານ ໃຫ້ ​ຄະນະ​ກໍາມະການ ​​ສືບ​ລັບ ຂອງສະພາສູງ


ທ່ານ Michael Flynn ອະດີດ​ທີ່​ປຶກສາ​ດ້ານຄວາມໝັ້ນຄົງ​ແຫ່ງ​ຊາດຂອງປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນ​ລ ທຣໍາ
ທ່ານ Michael Flynn ອະດີດ​ທີ່​ປຶກສາ​ດ້ານຄວາມໝັ້ນຄົງ​ແຫ່ງ​ຊາດຂອງປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນ​ລ ທຣໍາ

ທ່ານ Michael Flynn ອະດີດ​ທີ່​ປຶກສາ​ດ້ານຄວາມໝັ້ນຄົງ​ແຫ່ງ​ຊາດຂອງປະທານາທິ
ບໍດີ​ສະຫະລັດ ທ່ານ ດໍ​ໂນ​ລທຣໍາ ຕົກລົງ​ທີ່​ຈະ​ນໍາ​ເອົາ​ເອກະ​ສານ​ໄປ​ມອບ​ໃຫ້​ຄະນະ​ກໍາ
ມະການສືບ​ລັບ ຂອງສະພາສູງ ທີ່​ກ່ຽວຂ້ອງ ​ກັບ​ການ​ສືບສວນ ​ເບິ່ງ​ຄວາມ​ພະຍາຍາມ​
ຂອງຣັດ​ເຊຍ​ທີ່​ຈະ​ສົ່ງຜົນກະທົບ​ຕໍ່ການ​ເລືອກ​ຕັ້ງປະທານາທິບໍດີ​ສະຫະລັດ​ໃນ​ປີ​ກາຍ​ນີ້.

ທ່ານ Flynn ​ກ່ອນໜ້ານີ້​ໄດ້​ປະຕິ​ເສດທີ່​ຈະ​ເຮັດຕາມໃບໝາຍ​ເກາະຂອງ​ຄະນະ​ກໍາມະ
ການ​ດັ່ງກ່າວ ​ໂດຍ​ທີ່​ທະນາຍ​ຂອງ​ຜູ້ກ່ຽວ​ໄດ້​ກ່າວ​ອ້າງວ່າ ການ​ຮຽກຮ້ອງ​ນີ້​ແມ່ນ​ຊອກ​
ຫາ​ຂໍ້​ມູນ ທີ່ກວ້າງ​ໂພດ.

ຄະນະ​ກໍາມະການ​ດັ່ງກ່າວ​ໄດ້​ເຮັດ​ໃບໝາຍ​ເກາະ ທີ່​ມີການຮຽກຮ້ອງ​ໃນ​ຂອບ​ເຂດ​ທີ່
ນ້ອຍ​ລົງ ກວ່າ​ເກົ່າ ​ແລະ​ມີ​ການ​ຄາດ​ກັນ​ວ່າ ບັດ​ນີ້ ທ່ານ Flynn ຈະ​ເອົາ​ເອກະສານ​
ສ່ວນ​ຕົວ​ຈໍານວນ​ນຶ່ງ ​ແລະ​ເອກະສານ​ທີ່​ກ່ຽວຂ້ອງ​ກັບ​ທຸລະ​ກິດ​ສອງ​ຢ່າງໄປ​ມອບ​ໃຫ້
ພາຍ​ໃນ​ອາທິດໜ້າ.

ຄະນະ​ກໍາມະການ​ສືບ​ລັບ​ຂອງ​ສະພາ​ຕໍ່າ ກໍາລັງ​ດໍາ​ເນີນ​ການ​ສືບສວນ​ຂອງ​ຕົນຕ່າງ
ຫາກ ​ແລະ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ Michael Cohen ທະນາຍຄວາມ​ສ່ວນ​ຕົວ
ຂອງ​ທ່ານ​ທຣໍາ ​ໄດ້​ປະຕິ​ເສດ​ທີ່​ຈະ​ໃຫ້​ຂໍ້​ມູນ​ຕາມ​ການ​ຮ້ອງ​ຂໍ ​ໂດຍເອີ້ນການ​ຮ້ອງ​ຂໍ​
ນັ້ນວ່າ "ມັນ​ຂຽນ​ໃນ​ລັກສະນະ​ບໍ່ຄັກ, ກວ້າງ​ໂພດ, ​ແລະ​ບໍ່ສາມາດ​ທີ່​ຈະ​ຕອບ​ໄດ້."

ກະຊວງ​ຍຸຕິ​ທໍາສະຫະລັດ​ໄດ້​ແຕ່ງຕັ້ງ ທ່ານ Robert Mueller ​ອະດີດ​ຫົວໜ້າອົງ
ການ FBI ​ໃຫ້​ເປັນ​ທີ່​ໄອ​ຍະ​ການ​ພິ​ເສດ ​ໃນ​ການ​ສືບສວນ ​ອີກ​ອັນ​ນຶ່ງ ທີ່​ລວມທັງ
​ການ​ກວດ​ເບິ່ງ​ວ່າ ຄະນະ​ໂຄສະນາ​ຫາ​ສຽງຂອງ​ທ່ານ​ທຣໍາ ມີ​ການ​ສົມຮູ້​ຮ່ວມ​ຄິດ​
ກັບຣັດ​ເຊຍ​ຫລືບໍ່ເຊັ່ນ​ກັນ.

ທ່ານ​ທຣໍາ ​ໄດ້​ປະຕິ​ເສດ​ຂໍ້​ກ່າວ​ຫາເຫລົ່ານັ້ນທັງໝົດ ​ແລະ ​ບໍ່ຍອມຮັບ​ເອົາ​ການ​ປະ
​ເມີນ​ຜົນ​ຂອງ​ປະຊາ​ຄົມ​ສືບ​ລັບ​ຂອງ​ສະຫະລັດ ທີ່​ເວົ້າວ່າ ທ່ານ Vladimir Putin ປະທານາທິບໍດີຣັດ​ເຊຍ ​ໄດ້​ອອກ​ຄໍາ​ສັ່ງ​ ໃຫ້​ມີການໂຄສະນາ ທີ່​ມີ​ອິດ​ທິພົນ​ແນ​ໃສ່
​ການ​ເລື​ອກຕັ້ງ ​ໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້ ​ໂດຍ​ມີ​ຄວາມ​ມຸ້ງ​ຫວັງ​ທີ່​ຈະ​ຊ່ວຍເຮັດໃຫ້​
ທ່ານທຣໍາ ມີ​ໂອກາດ​ທີ່​ຈະຊະນະ ​ອະ​ດີດ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ​
ທ່ານ​ນາງ​ Hillary Clinton.

​ທ່ານທຣໍາຂຽນຂໍ້ຄວາມລົງ​ໃນ Twitter ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ "​ເຈົ້າໜ້າທີ່ຣັດ
​ເຊຍ ຄື​ຊິ​ພາກັນ​ຫົວຂວັນ ສະຫະລັດ ​ແລະຫົວຂວັນ​ວ່າ ຂໍ້​ອ້າງທີ່​ໃຊ້​ເປັນ​ເຫດຜົນ​
ສໍາລັບ ການ​ເສຍໄຊ​ການ​ເລືອກ​ຕັ້ງ​ຂອງ​ພັກເດ​ໂມ​ແຄຣັດ​ຍ້ອນມີ​ຂ່າວຂີ້ຕົວະນັ້ນ
ວ່າມັນບໍ່​ໄດ້​ເລື້ອງຫລາຍ​ຊໍ່າໃດ."

​ໃນ​ເວລາຕໍ່ມາ, ຢູ່​ໃນ​ກອງ​ປະຊຸມ​ຖະ​ແຫລ​ງ​ຂ່າວ ທີ່​ທໍານຽບຂາວ, ທ່ານ Sean
Spicer ​ໂຄສົກປະ​ຈໍາ​ທໍານຽບຂາວ​ເວົ້າວ່າ ທ່ານ​ທຣໍາ "ຮູ້ສຶກ​ຫງຸດຫງິດຫລາຍ
ທີ່​ເຫັນ​ວ່າ ​ເລື່ອງ​ຕ່າງໆອອກ​ມາ​ແບບ​ເຫັນ​ໄດ້​ຢ່າງຊັດ​ເຈນ​ເລີຍ​ວ່າ ບໍ່ຈິງ, ​ເຫັນ
​ວ່າການເລົ່າ​ເລື່ອງ​ນັ້ນ ທີ່​ຜິດ, ທີ່​ເຫັນ,ການ​ອ້າງ​ອີງ​ຄໍາ​ເວົ້າ, ການບໍ່ອ້າງ​ອີງ​ຄໍາ​
ເວົ້າ, ຂ່າວ​ຂີ້ຕົວ​ະ ​ເມື່ອ​ເຮົາ​ເຫັນ​ວ່າ ​ເລື່ອງຕ່າງໆ​ແມ່ນ​ເປັນ​ການບໍ່ດີ​ເລີຍ ທີ່​ມັນ
​ເປັນ​ເລື່ອງ​ຂີ້ຕົວະ​ທັງມວນ​ທັງຫລາຍ ​ໂດຍ​ທີ່ມັນ​ບໍ່​ໄດ້​ອີງ​ໃສ່​ ຂໍ້​ເທັດ​ຈິງ​ເລີຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG